ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ຈະໄປລາຍງານ ຕໍ່ສະພາ ກ່ຽວກັບຂອບ ຂອງ ຂໍ້ຕົກລົງນິວເຄລຍ ກັບອີຣ່ານ


ລັດຖະມົນຕີກະຊວງຕ່າງປະເທດສະຫະລັດ ທ່ານ John Kerry.
ລັດຖະມົນຕີກະຊວງຕ່າງປະເທດສະຫະລັດ ທ່ານ John Kerry.

ລັດ​ຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ຈະ
ລາ​ຍງານ​ຕໍ່ສະພາທີ່ຍັງ​ມີ​ຄວາມ​ສົງ​ໄສ​ຢູ່​ນັ້ນ ​ໃນ​ອາທິດ​ໜ້າ​ນີ້
ກ່ຽວກັບ​ຂອບຂໍ້​ຕົກລົງ​ນິວ​ເຄລຍກັບ​ອີຣ່ານ.

ທ່ານ Ben Rhodes ຮອງ​ຜູ້​ທີ່​ປຶກສາ​ຄວາມ​ໝັ້ນຄົງແຫ່ງຊາດ
ຂອງປະທາ ນາທິບໍດີ Barack Obama ກ່າວ​ໃນ​ວັນ​ສຸກ​ວານ​
ນີ້ວ່າ ທ່ານKerry ຈະໄປ ໃຫ້ການຕໍ່ລັດຖະສະພາ ໃນອາທິດ
ໜ້ານີ້ ພ້ອມ​ດ້ວຍບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ຄົນອື່ນໆ ຂອງສະ
ຫະລັດ.

ບັນດາ​ສະມາຊິກ​ສະພາ​ສູງ ​ຈາກ​ທັງສອງພັກການເມືອງ ກຳລັງ
​ປະຕິບັດ​ງານ​ເພື່ອ​ໃຫ້ຮັບຄະ​ແນນ​ສຽງພຽງພໍ ສຳຫລັບຮ່າງ​ກົດໝາຍ​ທີ່​ຈະ​ໃຫ້​ໂອກາດ​ແກ່​ສະພາອະນຸມັດຫລືປະ​ຕິ​ເສດ ຕໍ່ການ​ຜ່ອນ​ຜັນການ​ລົງ​ໂທດ ​ໃນ​ຂໍ້​ຕົກລົງ​ນິວ​ເຄລຍຂອງ​ອີຣ່ານ.

Analysts: Iran Deal Offers Chance to Rehabilitate Foreign Relations
please wait

No media source currently available

0:00 0:03:10 0:00

ທ່ານ Rhodes ກ່າວ​ວ່າ ທ່ານ Kerry ຈະ​ລາຍ​ງານ​ຕໍ່​ສະພາ​ວ່າ ຊ່ວງເວລາໃນການ​ເຈລະ
ຈາກັບ​ອີຣ່ານນັ້ນ ​ເປັນຊ່ວງເວລາທີ່ມີຄວາມຫຼໍ່ແຫຼມສຳ​ຄັນ.

ທ່ານ Rhodes ກ່າວ​ວ່າ “ຄວາມຈິງ​ຂອງ​ເລື້ອງ​ແລ້ວ ​ແມ່ນ​ອາທິດ​ໜ້າ​ນີ້ ທີ່​ພວກ​ເຮົາຈະ​ມີ
​ຄວາມ​ສາມາດ​ລາຍ​ງານ​ຕໍ່​ສະພາ ກ່ຽວກັບຂອບຂອງຂໍ້ຕົກລົງ. ພວກ​ເຮົາ​ຈະ​ມີ​ຄວາມ​ສາ
ມາດອະທິບາຍ​ວ່າ ​ເປັນ​ຫຍັງ​ການ​ກະທຳ​ບາງ​ຢ່າງຂອງ​ສະພາ​ ໃນຊ່ວງເວລາຂອງການ
​ເຈລະຈາ​ທີ່ມີຄວາມຫຼໍ່ແຫຼມ​ສຳຄັນນີ້ ຈະ​ເປັນ​ການ​ບໍ່ສ້າງສັນ ​ເພື່ອໃຫ້ບັນລຸການ​ຕົກກັນ.”

​ນອກນັ້ນ ໃນ​ວັນ​ສຸກ​ວານນີ້ ລັດຖະມົນຕີ ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ashton
Carter ​ໄດ້​ກ່າວ​ຕໍ່ CNN ວ່າ ຂອບຂໍ້ຕົກລົງສະບັບປັດຈຸບັນກັບ​ອີ​ຣ່ານ ບໍ່​ໄດ້ເອົາທາງ​
ເລືອກ​ກ່ຽວກັບການໃຊ້ກຳລັງ​ທະຫານ​ອອກ​ຈາກ​ໂຕະ ແຕ່ຢ່າງໃດເລີຍ.

ທ່ານ​ກ່າວ​ວ່າ “ພວກ​ເຮົາມີ​ຄວາມ​ສາມາດ​ທີ່​ຈະປິດ​ ເຮັດໃຫ້ຖອຍຫລັງ ​ແລະ​ທຳລາຍ​ໂຄງ
ການ​ນິວ​ເຄລຍຂອງ​ອີ​ຣ່ານໄດ້ ​ແລະ ຂ້າພະ​ເຈົ້າ​ເຊື່ອ​ວ່າ ອີຣ່ານຮູ້ ແລະ​ເຂົ້າ​ໃຈ ກ່ຽວ​ກັບ
​ເລື້ອງດັ່ງກ່າວ.”

ໃນເຫດການອີກດ້ານນຶ່ງນັ້ນ ​ໃນ​ວັນ​ສຸກ​ວານ​ນີ້ ທ່ານ Rhodes ບໍ່​ໄດ້​ໃຫ້ຄວາມສຳຄັນກ່ຽວ
ກັບຄຳ​ເວົ້າ​ຂອງ​ບັນດາ​ຜູ້ນຳ​ອີຣ່ານ ທີ່​ວ່າ ການ​ຕົກລົງ​ໃດໆ ໃນດ້ານ ນິວເຄລຍຈະຕ້ອງ
ຮວມທັງ​ການ​ຍົກ​ເລີກ​ການ​ລົງ​ໂທດ​ໂດຍ​ທັນ​ທີ. ທ່ານ​ກ່າວ​ວ່າ ການເອົາທ່າທີ​ອັນ​ແຂງ​ແຮງ​ ຂອງຜູ້ນຳ​ສູງ​ສຸດອີຣ່ານ Ayatollah Khamenei ​ແລະ ປະ​ທາ​ນາ​ທິບໍດີ Hassan Rou-
hani ​ເປັນ​ຜົນ​ສະທ້ອນມາຈາກການ​ກົດ​ດັນ​ພາຍ​ໃນ ​ແລະ​ບໍ່​ໄດ້ໝາຍຄວາມ​ວ່າ ການ​ຕົກ
ລົ​ງກັນຂັ້ນສຸດ​ທ້າຍບໍ່​ສາມາດ​ທີ່ຈະ​ບັນລຸ​ໄດ້.

US Iran Nuclear
please wait
Embed

No media source currently available

0:00 0:00:36 0:00

XS
SM
MD
LG