ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜ່ວຍ Navy SEALS ຈັບໄດ້ ຫົວໜ້າ​ກຸ່ມກໍ່​ການ​ຮ້າຍ ອາ​ລ - ຄາ​ອີ​ດາ ທີ່​​ລີ​ເບຍ (ວີດິໂອ)


ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ
ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ
ທ່ານ ຈອນ ​ແຄ​ຣີ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ເວົ້າ​ວ່າ ການ​ບຸກ​ເຂົ້າ​ຈັບ​ເປົ້າ​ໝາຍ​
ລະດັບ​ສູງ​ສອງ​ບັ້ນ ຢູ່​ໃນເຂດ​ພາກ​ເໜືອ ​ແລະ​ພາກຕາ​ເວັນ​ອອກຂອງ​ອາ​ຟຣິກາ ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ຕັ້ງ​ໃຈ​ທີ່​ບໍ່​ຍອມ​ຫຍໍ່​ທໍ້​ຂອງ​ສະຫະລັດ ​ເພື່ອ​ຕາມ​ລ່າ​ພວກ​ກໍ່​ການ​ຮ້າຍ.

ທ່ານ ​ແຄ​ຣີ ​ເວົ້າ​ໃນ​ວັນ​ອາທິດ​ມື້​ນີ້ ທີ່​ອິນ​ໂດ​ເນ​ເຊຍ ບ່ອນ​ທີ່​ທ່ານ​ກໍາລັງ​ເຂົ້າຮ່ວມ​ປະຊຸມ​ສຸດ​ຍອດ​ດ້ານ​ເສດຖະກິດ​ບັ້ນ​ນຶ່ງນັ້ນ ວ່າ ການ​ບຸກ​ເຂົ້າ​ຈັບ​ຢູ່​ໃນລີ​ເບຍ ​ແລະ​ໂຊ​ມາ​ເລຍ ​ເມື່ອ​ວັນ​ເສົາ​ວານ​ນີ້ ສະ​ແດງໃຫ້​ພວກ​ກໍ່​ການ ຮ້າຍ​ຮູ້​ວ່າ ພວກ​ເຂົາ​ສາມາດເອົາ​ຕົວຫຼົບໜີ​ໄປ​ໄດ້ ​ແຕ່​ພວກ​ເຂົາຈະບໍ່​ສາມາດ​ລີ້​ຊ່ອນ​ໂຕໄດ້.

ກໍາລັງ​ທະຫານ​ອາ​ເມ​ຣິກັນ ​ໄດ້​ຈັບ​ກຸມ​ Abu Anas el-Liby ຫົວໜ້າ​ກຸ່ມ ກໍ່​ການ​ຮ້າຍ
ອາ​ລ-ຄາ​ອີ​ດາ ທີ່​ນະຄອນຫຼວງ Tripoli ປະ​ເທດ​ລີ​ເບຍ. ຜູ້ ກ່ຽວ​ປະ​ເຊີນ​ຂໍ້​ຫາ​ການວາງ​ລະ​ເບີດ​ສະຖານທູດ​ສະຫະລັດ ທີ່​ປະ​ເທດເຄັນ​ຢາ ​ແລະ ຕັນ​ຊາ​ເນຍ ​ໃນ​ປີ 1998 ຊຶ່ງ​
ການ​ໂຈມ​ຕີ​ສອງ​ບັ້ນ​ນັ້ນ ຍັງ​ຜົນ ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ ຫຼາຍກວ່າ 250 ຄົນ ​ແລະ​ບາດ​ເຈັບ​ອີກຫຼາຍພັນ​ຄົນ.

​ໃນ​ຕອນ​ເຊົ້າ​ວັນ​ເສົາ​ວານ​ນີ້ ໜ່ວຍ​ປະຕິບັດ​ການ​ພິ​ເສດ ຫຼື Navy Seals ຂອງ​ກອງທັບເຮືອ
ສະຫະລັດ ​ໄດ້ທໍາ​ການບຸກ​ໂຈມຕີ ຢູ່​ທີ່​ເມືອງ Barawe ປະ​ເທດ​ໂຊ​ມາ​ເລຍ ​ເພື່ອເຂົ້າ​ຈັບ
ຫົວໜ້າ​ອາວຸ​ໂສ​ຄົນ​ນຶ່ງ ຂອງ​ກຸ່ມ​ຫົວ​ຮຸນ​ແຮງ al-Shabab ຂອງ ອາລຄາ​ອີ​ດາ ຊຶ່ງ​ເປັນ​ກຸ່ມ​ຮັບຜິດຊອບ​ການ​ໂຈມ​ຕີສູນການ​ຄ້າ Westgate ທີ່​ນະຄອນຫຼວງ​ໄນ​ໂຣບີ ປະ​ເທດ​ເຄັນ​ຢາ ເມື່ອ​ບໍ່​ດົນມາ​ນີ້ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ຄົນ​ບາດ​ເຈັບ​ລົ້ມ​ຕາມ​ໄປຫຼາຍຄົນ​ນັ້ນ.

ສະມາຊິກ​ຂອງ​ພວກ​ຫົວ​ຮຸນ​ແຮງ al-Shabab ຫຼາຍຄົນ​ຖືກ​ຂ້າ​ຕາຍ​ໃນການ​ບຸກ​ໂຈມ​ຕີ ​
ຕອນ​ຂ້ອນ​ແຈ້ງ ​ແຕ່​ກໍ​ຍັງ​ບໍ່​ແຈ້ງ​ຂາວ​ວ່າ​ ຫົວໜ້າ​ພວກ​ຫົວ​ຮຸນ​ແຮງ​ທີ່ເປັນ​ເປົ້າໝາຍນັ້ນ ​ລວມຢູ່​ໃນພວກ​ທີ່ຖືກ​ສັງຫານ​ຫລື​ໄດ້​ຮັບ​ບາດ​ເຈັບ​ ຫຼືບໍ່. ​ເຈົ້າໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ເວົ້າ​ວ່າ ໜ່ວຍ​ປະຕິບັດ​ງານ​ພິ​ເສດ ​ບໍ່​ສາມາດ​ຈັບ​ກຸມ​ຜູ້ກ່ຽວ​ໄດ້.

ເບິ່ງວີດີໂອ:

US Libya al-Qaida
please wait
Embed

No media source currently available

0:00 0:00:54 0:00
XS
SM
MD
LG