ຜູ້ນຳພວກຕໍ່ຕ້ານລັດຖະບານ ທີ່ນິຍົມແນວທາງປານກາງຂອງ
ຊີເຣຍ ກ່າວວ່າ ການຂ້າມໄປມາຢ່າງສະບາຍໆ ຂອງພວກຫົວ
ຮຸນແຮງໃນເຂດຊາຍແດນລະຫວ່າງຊີເຣຍແລະອີຣັກທີ່ໂຕຈິງ
ແມ່ນເປີດກວ້າງຢູ່ນັ້ນ ໄດ້ເຮັດໃຫ້ເກີດຄວາມສັບສົນຢູ່ໃນທົ່ວ
ຂົງເຂດ.
ຜູ້ນຳພວກຕໍ່ຕ້ານຊີເຣຍ ທ່ານ Ahmad al-Jarba ໄດ້ກ່າວຕໍ່
ລັດຖະມົນຕີຕ່າງ ປະເທດສະຫະລັດ ທ່ານ John Kerry ທີ່ນະ
ຄອນ Jaddah ປະເທດຊາອຸດີ ອາຣາເບຍ ໃນວັນສຸກວານນີ້
ວ່າ ສົງຄາມຕໍ່ຕ້ານພວກການກໍ່ການຮ້າຍ ຈະຕ້ອງໃຫ້ເຂັ້ມແຂງ
ຂຶ້ນກວ່າເກົ່າ. ທ່ານໄດ້ຂໍຄວາມຊ່ວຍເຫລືອເພີ້ມເຕີມອີກຈາກ
ສະຫະລັດ ແລະຊາອຸດີອາຣາເບຍ ໃນຂະນະທີ່ກຸ່ມຕໍ່ຕ້ານຂອງທ່ານພະຍາມຍາມທີ່ຈະ ຕີຕ້ານຄືນ ທັງກຳລັງ ຂອງປະທານາທິບໍດີຊີເຣຍ ທ່ານ Bashar al-Assad ແລະກຸ່ມຫົວຮຸນແຮງ ລັດອິສລາມໃນອີຣັກ ແລະLevant ທີ່ແຍກໂຕອອກມາ ຈາກກຸ່ມກໍ່ການຮ້າຍອາກາອີດານັ້ນ.
ທ່ານ Kerry ໄດ້ກ່າວຕໍ່ທ່ານ Jarba ວ່າ ພວກຕໍ່ຕ້ານລັດຖະບານທີ່ນິຍົມແນວ ທາງປານ
ກາງ ຈະມີຄວາມສຳຄັນຕໍ່ໃນການສູ້ລົບຂ້າມຊາຍແດນ ກັບກຸ່ມຫົວຮຸນ ແຮງຈັດຊຸນນີ່ ISIL.
ຫລັງຈາກໄດ້ພົບປະກັບ ຜູ້ນຳຝ່າຍຕໍ່ຕ້ານຊີເຣຍແລ້ວ ທ່ານ Kerry ຍັງໄດ້ພົບ ປະກັບກະສັດ
Abdullah ແຫ່ງຊາອຸດີ ອາຣາເບຍ. ທັງສອງທ່ານໄດ້ໂອ້ລົມກັນກ່ຽວກັບວິກິດການທີ່ຂະ
ຫຍາຍວົງກວ້າງອອກ ຢູ່ໃນຊີເຣຍ ແລະອີຣັກ ທີ່ໃຊ້ເວ ລາຫລາຍຊົ່ວໂມງ ແລະສີ້ນສຸດລົງ
ໃນຕອນເຊົ້າວັນເສົາມື້ນີ້.
ນັກການທູດຂັ້ນສູງສຸດຂອງສະຫະລັດ ກຳລັງຢູ່ທີ່ພາກຕາເວັນອອກກາງ ເພື່ອຊັກຊວນໃຫ້
ບັນດາຜູ້ນຳຢູ່ໃນຂົງເຂດ ຮັບມືກັບໄພຂົ່ມຂູ່ຂອງພວກຫົວຮຸນແຮງອິສລາມ ທີ່ມາຈາກບັນ
ຫາຂັດແຍ້ງຢູ່ໃນຊີເຣຍແລະອີຣັກ. ທຳນຽບຂາວ ໄດ້ປະ ກາດໃນວັນພະຫັດຜ່ານມານີ້ວ່າ
ຕົນຕ້ອງການສົ່ງເງິນຈຳນວນ 500 ລ້ານໂດລາ ເພື່ອໄປເຝິກແອບພວກຕໍ່ຕ້ານລັດຖະບານ
ໃນຊີເຣຍ.
ຊາອຸດີ ອາຣາເບຍ ໄດ້ໃຫ້ການສະໜັບສະໜຸນຢ່າງແຂງຂັນຕໍ່ພວກຕໍ່ຕ້ານໃນຊີເຣຍ ເພື່ອຕໍ່
ສູ້ກັບກຸ່ມ ISIL ແລະທ່ານ Assad.
ໃນຂະນະດຽວກັນກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວວ່າ ການວິເຄາະ
ຈາກຮູບພາບຕ່າງໆແລະຮູບຖ່າຍທາງດາວທຽມແລ້ວ "ມີຮ່ອງຮອຍ ຢ່າງແຂງຂັນສະແດງ
ໃຫ້ເຫັນວ່າ" ກຸ່ມຫົວຮຸນແຮງຈັດ ISIL ໄດ້ສັງຫານໝູ່ ທີ່ ເມືອງ Tikrit ຫລັງຈາກໄດ້ເຂົ້າ
ຄວບຄຸມເມືອງດັ່ງກ່າວໃນຕົ້ນເດືອນນີ້.