ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດ ລະດົມເອົາ ການສະໜັບສະໜຸນ ຈາກ ອີຢູ ເລື້ອງຊີເຣຍ (ວີດິໂອ)


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ພົບປະສົນທະນາ ກັບທ່ານນາງ Catherine Ashton ຫົວໜ້າຝ່າຍນະໂຍບາຍຕ່າງປະເທດ ຂອງສະຫະພາບຢູໂຣບ ກ່ຽວກັບເລື້ອງຊີເຣຍ ຢູ່ນະຄອນຫລວງ Vilnius ຂອງ Lithuania, ວັນທີ 7 ກັນຍາ 2013.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ພົບປະສົນທະນາ ກັບທ່ານນາງ Catherine Ashton ຫົວໜ້າຝ່າຍນະໂຍບາຍຕ່າງປະເທດ ຂອງສະຫະພາບຢູໂຣບ ກ່ຽວກັບເລື້ອງຊີເຣຍ ຢູ່ນະຄອນຫລວງ Vilnius ຂອງ Lithuania, ວັນທີ 7 ກັນຍາ 2013.
ນັກ​ການ​ທູດ​ອັນ​ດັບ​ສູງ​ສຸດ​ຂອງ​ສະຫະລັດ ກໍ​ຄື ລມຕ ກະຊວງ​ຕ່າງປະ​ເທດ John Kerry ທໍາ​ການ​ພົບ​ປະ​ກັບ​ບັນດາ ລມຕ ຕ່າງປະ​ເທດ ຂອງຢູ​ໂຣບ ​ເພື່ອລະດົມ​ເອົາ​ການ​ສະໜັບສະໜຸນ
ຕໍ່​ແຜນການ​ເຄື່ອນ​ໄຫວ​ທາງ​ທະຫານ​ຕ້ານ​ຊີ​ເຊຍ ຂອງ​ສະຫະລັດ.

ທ່ານ Kerry ທໍາ​ການ​ສົນທະນາ​ຫາລື​ຢ່າງ​ບໍ່​ເປັນ​ທາງ​ການ​ກັບ​ບັນດາ​ຄູ່​ຕໍາ​ແໜ່​ງຂອງ​ທ່ານ​ຈາກ​ຢູ​ໂຣບ ​ໃນ​ວັນ​ເສົາ​ມື້​ນີ້ ຢູ່​ນະຄອນຫລວງ Vilnius ຂອງ​ປະ​ເທດ Lithuania ທີ່​ກໍາ​ຕໍາ​ແໜ່​ງປະທານ​ວຽນ​ຂອງ​ສະຫະພາບ​ຢູ​ໂຣບ ຢູ່​ໃນ​ປັດຈຸບັນ​ນີ້.

ບັນດາ​ຄູ່​ຕໍາ​ແໜ່​ງຂອງ​ທ່ານ​ແຄຣີ ​ແມ່ນ​ມີຄວາມ​ເຫັນ​ຂັດ​ແຍ້​ງກັນກ່ຽວ​ກັບ​ຊີ​ເຣຍນັ້ນ ​ໂດຍທີ່
​ສ່ວນ​ໃຫຍ່​ໄດ້​ຮຽກຮ້ອງ​ໃຫ້​ສະຫະລັດ​ເລື່ອນ​ເວລາ​ໃນ​ການ​ເອົາ​ບາດກ້າວ​ທາງ​ທະຫານ​ນັ້ນ
​ໄວ້​ກ່ອນ ຈົນ​ກ່ວາ​ຈະ​ມີ​ລາຍ​ງານ​ອອກມາ​ຈາກ​ຄະນະ​ກວດກາ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ໃຊ້​ອາວຸດ​ເຄມີ ຢູ່​ໃນ​ຊີ​ເຣຍນັ້ນ​ເສຍ​ກ່ອນ.

ການ​ເຈລະຈາ​ດັ່ງກ່າວ​ມີ​ຂຶ້ນ ຫລັງ​ຈາກ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ ຈີ20 ຢູ່​ນະຄອນ St. Petersburg ປະ​ເທດຣັດ​ເຊຍ ບ່ອນ​ທີ່​ປະທານາ​ທິບໍດີ​ ບາຣັກ ​ໂອ​ບາ​ມາ ​ໄດ້​ທໍາ​ການພົບ​
ປະ​ສອງ​ຝ່າຍຫລາຍໆ​ບັ້ນ​ຕ່າງ​ກັນ ກັບ​ບັນດາ​ຜູ້​ນໍາ​ຂອງ​ເສດຖະກິດໃຫຍ່ໆ​ຂອງໂລກ ຊຶ່ງ​
ທ່ານ​ໂອ​ບາ​ມາ​ກໍ​ໄດ້​ຮັບ​ການ​ສະໜັບສະໜຸນ​ ຈາກ​ຜູ້​ນໍາ​ຝຣັ່ງ ​ເທີ​ກີແລະ​ຄົນ​ອື່ນໆອີກຫລາຍ
​ຄົນ ​ແຕ່​ວ່າ​ປະທານາທິບໍດີຣັດ​ເຊ​ຍ ທ່ານ Vladimir Putin ຍັງ​ສື​ບຕໍ່​ຄັດຄ້ານ​ຢ່າງ​ໜັກ
​ແໜ້ນ ຕໍ່​ການ​ໂຈມ​ຕີ​ໃດໆ​ຕໍ່​ລັດຖະບານ​ຂອງ​ປະທານາທິບໍດີ Bashir al-Assad ນັ້ນ.

ວີດິໂອ: ຜູ້ນໍາໂລກມີຄວາມເຫັນຂັດແຍ້ງກັນ ກ່ຽວກັບການໂຈມຕີຊີເຣຍ:

World Powers Split Over US Plan to Punish Syria
please wait

No media source currently available

0:00 0:03:47 0:00
ລິງໂດຍກົງ

ຢູ່​ທີ່​ວໍ​ຊິງ​ຕັນ ປະທານາທິບໍດີໂອ​ບາ​ມາ ມີ​ກໍານົດ​ຈະ​ຖະ​ແຫລ​ງ​ໂດຍ​ກົ​ງ ຕໍ່​ປະຊາຊົນ​ອາ​ເມຣິ
ກັນ ທາງ​ໂທລະພາບ ​ໃນ​ວັນ​ອັງຄານ​ຈະ​ມາ​ເຖິ​ງນີ້ ​ເພື່ອ​ອ້າງ​ເຫດຜົນ​ສໍາລັບ​ການ​ໂຈມ​ຕີ​ທາງ​ທະຫານ ຕໍ່​ເປົ້າ​ໝາຍ​ສະ​ເພາະ​ແລະ​ແບບ​ມີ​ຂອບ​ເຂດ​ຈໍາກັດ ຕໍ່​ຊີ​ເຣຍນັ້ນ​. ທ່ານ​ໂອ​ບາ​ມາ ​ທີ່​ໄດ້​ເດີນ ທາງ​ກັບ​ຄືນ​ມາ​ຮອດ​ວໍ​ຊິງ​ຕັນ​ ​ໃນ​ຕອນ​ເດິກ​ຂອງ​ຄືນ​ວັນ​ສຸກ​ວານ​ນີ້ ​ໄດ້​ໂຕ້​ແຍ້​ງວ່າ ລັດຖະບານ​ທ່ານ​ອັສຊາດ​ໄດ້​ລະ​ເມີດ​ຂໍ້​ຫ້າມ​ຂອງ​ສາກົນ ແລະໄດ້ທໍາການຄາດ
ຕະກໍາປະຊາຊົນພົນລະເມືອງຂອງຕົນ ຢ່າງໜ້າສະຢອງຂວັນ ອັນເປັນອາຊະຍາກໍາ ທີ່
ທ່ານໂອບາມາເວົ້າວ່າ ຈະປ່ອຍໃຫ້ເກີດຂຶ້ນບໍ່ໄດ້ນັ້ນ.

ເພື່ອນບ້ານຂອງຊີເຣຍ ຊັ່ງຊາເບິ່ງຜົນກະທົບ ຈາກການໂຈມຕີຂອງສະຫະລັດ:

Syria's Neighbors Weigh Fallout of US Strike
please wait

No media source currently available

0:00 0:02:44 0:00
ລິງໂດຍກົງ
XS
SM
MD
LG