ປະກາດອອກໄປວ່າ ວໍຊິງຕັນຈະເພີ້ມການຊ່ວຍເຫຼືອຂອງຕົນ
ແກ່ຝ່າຍຄ້ານຊີເຣຍ ຂຶ້ນເປັນສອງເທົ່າຕົວ ຄືຈະສະໜອງເງິນ
ຊ່ວຍເຫລືອຊຸດໃໝ່ 123 ລ້ານໂດລ່າ.
ທ່ານແຄຣີ ໄດ້ປະກາດເລຶ່ອງດັ່ງກ່າວເມື່ອວັນອາທິດມື້ນີ້ ທີ່
ນະຄອນ Istanbul ປະເທດເທີກີ ໃນກອງປະຊຸມກັບຄະນະ
ລັດຖະມົນຕີຕ່າງປະເທດ ສິບຄົນ ຈາກບັນດາປະເທດທີ່ໄດ້
ຮັບປາກວ່າ ຈະຊ່ວຍກຸ່ມຕໍ່ຕ້ານໃນຊີເຣຍ ຕໍ່ສູ້ກັບກໍາລັງຂອງ
ລັດຖະບານຊີເຣຍໃນສົງຄາມກາງເມືອງຂອງປະເທດ ທີ່ຍືດ
ເຍື້ອມາເປັນເວລາສອງປີແລ້ວນັ້ນ.
ການຊ່ວຍເຫຼືອຊຸດໃໝ່ນີ້ ສ່ວນນຶ່ງແມ່ນຈະຊ່ວຍສະໜອງການຊ່ວຍເຫຼືອ ທີ່ບໍ່ແມ່ນອາວຸດ
ແກ່ກຸ່ມ ກອງທັບຂອງແນວໂຮມກໍາລັງປະຕິວັດແລະກໍາລັງຝ່າຍຄ້ານແຫ່ງຊາດຊີເຣຍ.
ສະຫະລັດບໍ່ໄດ້ເຈາະຈົງວ່າ ໃຫ້ໃຊ້ຈ່າຍງົບປະມານຊຸດໃໝ່ນີ້ສໍາລັບຫຍັງແດ່ ແຕ່ເຈົ້າໜ້າ
ທີ່ທໍານຽບຂາວເວົ້າວ່າ ທ່ານບາຣັກ ໂອບາມາ ປະທານາທິບໍດີສະຫະລັດ ໄດ້ອະນຸມັດໃຫ້
ເອົາໄປໃຊ້ຈ່າຍ ສໍາລັບອຸບປະກອນ ເຊັ່ນເສື້ອກັນລູກປືນ ແລະແວ່ນຕາສໍາລັບໃຊ້ເບິ່ງຍາມ
ກາງຄືນ. ສະຫະລັດໄດ້ປະຕິເສດການຊ່ວຍເຫຼືອດ້ານອາວຸດໃຫ້ແກ່ກຸ່ມຕໍ່ຕ້ານຊີເຣຍ.
ຫລັງການເຈລະຈາຕໍ່ຮອງກັນເປັນເວລາດົນນານພໍສົມຄວນ ທີ່ໄດ້ສິ້ນສຸດລົງໃນຕອນເຊົ້າ
ວັນອາທິດ ມື້ນີ້ ທ່ານແຄຣີ ໄດ້ຮຽກຮ້ອງໃຫ້ປະເທດອື່ນໆຈົ່ງເພີ່ມການຊ່ວຍເຫຼືອຂອງພວກ
ເຂົາເຈົ້າແກ່ຝ່າຍຄ້ານ ໃຫ້ຄົບຕາມເປົ້າໝາຍການສະໜອງເງິນຊ່ວຍເຫຼືອຂອງນາໆຊາດ
ຈໍານວນ 1 ພັນລ້ານໂດລານັ້ນ. ເທົ່າເຖິງປັດຈຸບັນນີ້ ການຊ່ວຍເຫລືອທີ່ວໍຊິງຕັນໄດ້ຮັບ
ປາກໄວ້ນັ້ນ ຕົກເປັນ 250 ລ້ານໂດລາແລ້ວ.
ນອກນີ້ແລ້ວທ່ານແຄຣີ ຍັງເຕືອນວ່າ ກໍລະນີພິພາດກັນດັ່ງກ່າວນີ້ໄດ້ແຜ່ລາມ ຂ້າມເຂດ
ຊາຍແດນອອກໄປແລ້ວ ແລະບັດນີ້ໄດ້ສ້າງໄພຂົ່ມຂູ່ຕໍ່ປະ ເທດເພື່ອນບ້ານນໍາດ້ວຍ.
ໃນລະຫວ່າງກອງປະຊຸມກັນເມື່ອວັນອາທິດມື້ນີ້ ຄະນະລັດຖະມົນຕີຕ່າງປະເທດໄດ້ພາກັນ
ຕັດສິນໃຈວ່າ ການຊ່ວຍເຫຼືອໃດໆຈາກຕ່າງປະເທດໃນອະນາຄົດ ແມ່ນຈະສົ່ງຜ່ານຝ່າຍ
ທະຫານຂອງຝ່າຍຄ້ານຊີເຣຍ ທີ່ເອີ້ນວ່າສະພາທະຫານສູງສຸດນັ້ນ ເພື່ອປັບປຸງຄວາມ
ພະຍາຍາມໃນການຊ່ວຍເຫຼືອ ແລະເພື່ອຫຼີກລ່ຽງບໍ່ໃຫ້ຊັບພະຍາກອນດັ່ງກ່າວ ໄປຕົກເຖິງ
ມືຂອງພວກຫົວຮຸນແຮງ.
ເບິ່ງຄວາມເຫັນ (2)
ໂຫລດຄວາມເຫັນ ຕື່ມອີກ