ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ທ່ານ​ແຄຣີ ເອົາບາດກ້າວໃໝ່ ຕໍ່ການນໍາໃຊ້ ອາວຸດເຄມີ ໃນຊີເຣຍ (ວີດິໂອ/ສະໄລດ໌)


ທ່ານ John Kerry ກ່າວໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຮ່ວມກັບລັດຖະມົນຕີການຕ່າງປະເທດອັງກິດ ທ່ານ William Hague ທີ່ກຸງລອນດອນ (9 ກັນຍາ 2013)
ທ່ານ John Kerry ກ່າວໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຮ່ວມກັບລັດຖະມົນຕີການຕ່າງປະເທດອັງກິດ ທ່ານ William Hague ທີ່ກຸງລອນດອນ (9 ກັນຍາ 2013)
ທ່ານ ຈອນ ​ແຄຣີ ລັດຖະມົນຕີການຕ່າງປະ​ເທດ​ສະຫະ​ລັດ
ກ່າວວ່າ ສະຖານະການໃນຊີເຣຍນັ້ນແມ່ນຍິ່ງຮ້າຍ​ແຮງລົງ.
ທ່ານແຄຣີ ໄດ້ກ່າວໃນກຸງ ລອນດອນວັນຈັນມື້ນີ້ໃນກອງປະ
ຊຸມຖະແຫຼງຂ່າວ ກັບລັດຖະມົນຕີຕ່າງປະ​ເທດອັງກິດ ທ່ານ
William Hague ຊຶ່ງມີ​ການ​ຄາດໝາຍຫລາຍ​ຂຶ້ນ​ເລື້ອຍໆ
ວ່າຈະ​ມີ​ການ​ເອົາ​ບົດບາດທາງທະຫານຕໍ່ລັດຖະບານຊີເຣຍ
ນັ້ນຍິ່ງນັບມື້ນັບເພີ່ມປະວີຂຶ້ນ ຍ້ອນວ່າ ໄດ້ມີການກ່າວຫາ
ວ່ານໍາໃຊ້ອາວຸດເຄມີ​ໂຈມຕີຕໍ່ປະຊາຊົນຂອງຕົນ​ເອງ.

ເຈົ້າໜ້າທີ່ທາງການທູດຂັ້ນ​ສູງຂອງສະຫະລັດໄດ້ມີຫຼັກຖານ
ຂອງການນໍາໃຊ້ອາວຸດເຄມີຈາກລັດຖະບານຊີເຣຍ ທີ່ໄດ້ສັ່ງ
ໃຫ້ມີການ​ໂຈມຕີທີ່ວ່ານີ້.

ທ່ານ Hague ໄດ້ກ່າວວ່າ ປະທານາທິບໍດີ Bashar al-Assad ໄດ້ສະແດງອອກເຖິງການສັງຫານໂດຍບໍ່ມີຂໍ້ຍົກເວັ້ນຕໍ່ການດໍາລົງ ຊີວິດຂອງປະຊາຊົນຂອງທ່ານ. ກຸງວໍຊີງຕັນນັ້ນ ແມ່ນໄດ້ຮັບການ ສະໜັບສະໜູນຢ່າງເຕັມທີ່ ຈາກອັງກິດກ່ຽວ​ກັບຊີເຣຍ.

ໃນເຊົ້າວັນຈັນມື້ນີ້ ລັດຖະມົນຕີການຕ່າງປະ​ເທດຊີເຣຍ ທ່ານ Walid al-Moallem
ໄດ້ກ່າວວ່າ ການໂຈມຕີທາງທະຫານ ຂອງສະຫະລັດນັ້ນສາມາດຂັດຂວາງຄວາມ
ພະຍາຍາມຢາກ​ໃຫ້​ມີກອງປະຊຸມສັນຕິພາບ ໃນກຸງ Geneva ເພື່ອ​ແກ້​ໄຂ​ບັນຫາໃນຊີເຣຍ.

ທ່ານ​ໄດ້ໃຫ້ຄວາມເຫັນດັ່ງກ່າວໃນກຸງ Moscow ໃນກອງປະຊຸມ ລັດຖະມົນຕີການຕ່າງ
ປະເທດຣັດເຊຍ ທ່ານ Sergei Lavrov.


ທ່ານ Lavrov ປະຕິເສດຕໍ່ການໂຈມຕີທາງທະຫານຈາກພາຍນອກ ຕໍ່ຊີເຣຍ ໄດ້ກ່າວວ່າ
ນັ້ນບໍ່ແມ່ນທາງອອກຢ່າງສັນຕິວິທີ ຕໍ່ໍວິກິດການໃນຊີເຣຍ.

ລັດຖະບານຂອງທ່ານປະທານາທິບໍດີ Obama ນັ້ນໄດ້ຈັດໃຫ້ມີການປະຊຸມ ເປັນເວລາ
2 ມື້ ​ເພື່ອຢາກໃຫ້ມີການສະໜັບສະໜູນຈາກທາງລັດຖະສະພາ ແລະຊາວອະເມຣິກັນ
ເພື່ອທໍາການໂຈມຕີທາງທະຫານຕໍ່ຊີເຣຍ.

ບັນດາທີ່ປຶກສາດ້ານຄວາມປອດໄພຂອງປະເທດຈະຈັດໃຫ້ມີລາຍງານຂໍ້ມູນລັບແລະ
ການຖະແຫຼງຂ່າວ ຢ່າງເປີດເຜີຍ​ແບບເປີດປະຕູ ກັບຄະນະລັດຖະສະພາໃນອາທິດນີ້
ປະທານາທິບໍດີ Obama ຈະໃຫ້ສໍາພາດກັບໂທລະພາບຍັກໃຫຍ່ 6 ຊ່ອງ ໃນັວນຈັນ
ມື້ນີ້ ກ່ອນທີ່ຈະໃຫ້ຄໍາອະພິບາຍຂອງທາງທໍານຽບຂາວ ຕໍ່ປະຊາຂົນຊາວອາເມຣິກາ
ໃນວັນອັງຄານມື້ອື່ນນີ້.

Obama Faces Risks in Requesting Syria Strikes
please wait

No media source currently available

0:00 0:02:21 0:00
ລິງໂດຍກົງ
XS
SM
MD
LG