ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄໍາຖະແຫຼງຂອງ ກະຊວງການຕ່າງປະເທດ ສຫລ ກ່ຽວກັບທ່ານສົມບັດ ສົມພອນ


ທ່ານ ຈອນ ແຄຣີ ລັດຖະມົນຕີ ກະຊວງການຕ່າງປະເທດສະຫະລັດ
ທ່ານ ຈອນ ແຄຣີ ລັດຖະມົນຕີ ກະຊວງການຕ່າງປະເທດສະຫະລັດ
ທ່ານ ຈອນ ​ແຄຣີ ລັດຖະມົນຕີກະຊວງການຕ່າງປະເທດສະຫະ
ລັດ ​ໄດ້​ອອກຄໍາ​ຖະ​ແຫຼງ ​ໃນ​ວັນອາທິດວານ​ນີ້, ທີ 24 ມີນາ,
ຊຶ່ງ​ເປັນ​ວັນ​ຄົບຮອບ 100 ມື້ ນັບຕັ້ງແຕ່ທ່ານສົມບັດ ສົມພອນ
ຜູ້ນໍາດ້ານສັງຄົມພົນລະເຮືອນ​ໃນລາວ ​ໄດ້​ຫາຍ​ສາບ​ສູນ​ໄປ.
ຄໍາ​ຖະ​ແຫຼງດັ່ງກ່າວມີ​ເນື້ອ​ໃນ​ວ່າ:

ມື້ນີ້ເປັນຂີດໝາຍ 100 ມື້ ນັບຕັ້ງແຕ່ການຫາ​ຍໂຕ​ໄປຂອງ
ທ່ານສົມບັດ ສົມພອນ ຜູ້ນໍາດ້ານສັງຄົມພົນລະເຮືອນ, ທີ່ໄດ້
ຮັບການນັບຖື​ແລະ​ເປັນທີ່ຮູ້ກັນດີ ຍ້ອນວຽກງານທີ່ທ່ານ​ໄດ້​
ເຮັດ​ກັບ​ບັນດາອົງການບໍ່ຂຶ້ນ ກັບລັດຖະບານ ຫຼື NGO’s,
ກັບລັດຖະບານ, ແລະປະຊາຄົມສາກົນ. ພາບວີດິໂອສະ
​ແດງ​ໃຫ້ເຫັນວ່າ ທ່ານສົມບັດອາດ​ໄດ້ຖືກລັກພາໂຕໄປ ຈາກປ້ອມຕໍາຫລວດແຫ່ງນຶ່ງ ໃນ
ນະຄອນຫລວງວຽງຈັນ. ສະຫະລັດແມ່ນມີຄວາມເປັນຫ່ວງຢ່າງຈິງຈັງ ຄືກັນກັບປະຊາ
ຄົມສາກົນ ກ່ຽວກັບຄວາມປອດໄພແລະສະຫວັດດີ​ພາບ ຂອງທ່ານສົມບັດ. ພວກເຮົາຂໍ
ຮຽກຮ້ອງໄປຍັງລັດຖະບານລາວ ໃຫ້ເຮັດທຸກສິ່ງທຸກຢ່າງພາຍໃຕ້ອໍານາດຂອງຕົນ ເພື່ອ
ຮັບຜິດຊອບການຫາຍສາບສູນ​ໄປຂອງຂອງທ່ານສົມບັດ ໂດຍບໍ່ໃຫ້ມີການຊັກຊ້າຕໍ່ໄປ.
ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ ນໍາ​ການ​ຂາດ​ເຂີນ​ຂ່າວ​ຂໍ້​ມູນ​ ທີ່​ສໍາຄັນ​ທີ່​ພວກ​ເຮົາບໍ່​ໄດ້​ຮັບ​
ຈາກ​ລັດຖະບານ​ລາວ ກ່ຽວ​ກັບ​ກໍລະນີ​ຂອງ​ທ່ານ​ສົມບັດນັ້ນ ​ເຖິງ​ແມ່ນ​ພວກ​ເຮົາ​ໄດ້​ສະເໜີ​
ໃຫ້ການຊ່ວຍ​ເຫຼືອ​ໃນ​ການ​ສືບສວນ​ສອບ​ສວນ​ ​ແລະ​ໄດ້ສະ​ແດງ​ຄວາມ​ເປັນ​ຫ່ວງ​ອອກ​ມາ
​ຫຼາຍໆ​ຄັ້ງແລ້ວ​ກໍ​ຕາມ ກ່ຽວ​ກັບ​ສະຫວັດດີ​ພາບ​ຂອງ​ທ່ານ​ສົມບັດ​ນັ້ນ.

ການ​ຫາຍ​ໂຕ​ໄປ​ຂອງ​ທ່ານ​ສົມບັດ ​ໄດ້​ຮຶ້ຟືນ​ຄືນ​ມາ​ອີກ​ໃໝ່ ຄວາມ​ຊົງ​ຈໍາ​ກ່ຽວ​ກັບ​ຢຸກສະ
​ໄໝ​ກ່ອນ ຕອນ​ທີ່ການ​ຫາຍ​ໂຕ​ໄປ​ຢ່າງ​ບໍ່​ມີ​ຄໍາ​ອະທິບາຍ​ໃດໆຂອງ​ຜູ້​ຄົນ ​ຖື​ວ່າ​ເປັນເລື້ອງ
ທໍາ​ມະ​ດາ. ພວກ​ເຮົາ​ສັງ​ເກດ​ເຫັນວ່າ ​ໃນ​ຊຸມ​ປີຜ່ານມາ​ມໍ່ໆ​ນີ້ ປະ​ເທດ​ລາວ​ໄດ້​ເອົາ​ບາດ
ກ້າວ​ຫຼາຍຢ່າງ ​ເພື່ອເປັນ​ພາຄີ​ທີ່​ມີ​ຄວາມ​ຮັບຜິດຊອບຢູ່​ໃນ ປະຊາ​ຄົມນາໆ​ຊາດ, ອັນ​ໂຮມ​
ທັງ​ການ​ເຂົ້າ​ຮ່ວມ​ໃນ​ອົງການ​ຄ້າ​ໂລກ ​ແລະເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມສຸດ​ຍອດເອ​ເຊຍ
-ຢູ​ໂຣບ ​ເມື່ອ​ເດືອນ​ພະຈິກ​ຜ່ານ​ມາ. ​ແຕ່​ເປັນ​ທີ່​ໜ້າ​ເສຍ​ໃຈ ທີ່ເລື້ອງການ​ຫາຍ​ສາບ​ສູນ​ຢູ່​ຕໍ່
​ມາ ຢ່າງ​ບໍ່​ມີ​ຄໍາ​ອະທິບາຍ​ໃດໆ​ ຂອງ​ທ່ານ​ສົມບັດ ຊຶ່ງເປັນພົນລະ​ເມືອງ​ລາວຄົນ​ນຶ່ງ​ທີ່ໄດ້​
ຮັບ​ຄວາມ​ເຄົາລົບ​ນັບຖື​ຢ່າງ​ກ້ວາງ​ຂວາງ ທັງ​ເປັນ​ແຮງ​ດົນ​ບັນດານ​ໃຈ​ຫຼາຍໆຄົນແລະເປັນ
​ຜູ້​ທີ່​ໄດ້​ເຮັດ​ວຽກ​ເພື່ອ​ຜົນ​ປະ​ໂຫຍ​ດຂອງສ່ວນ​ລວມ ສໍາລັບ​ເພື່ອນ​ຮ່ວມຊາດທັງ​ໝົດ​ຂອງ
ທ່ານ​ນັ້ນ ກໍາລັງ​ກໍ່​ໃຫ້​ມີ​ຄໍາ​ຖາມ​ ກ່ຽວ​ກັບ​ຄວາມ​ມຸ່ງ​ໝັ້ນ​ຂອງລັດຖະບານ​ລາວ ຕໍ່​ການ​ປົກ
ຄອງ​ດ້ວຍ​ໂຕ​ບົດ​ກົດ​ໝາຍ ​ແລະ​ການ​ເຂົ້າ​ພົວພັນ​ຢ່າງ​ມີ​ຄວາມ​ຮັບຜິດຊອບກັບປະຊາ​ຄົມ​ໂລກ.

ພວກເຮົາສົມທົບ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ, ລັດຖະບານ, ນັກ​ຂ່າວ ​ແລະ​ພົນລະ​ເມືອງ​ທີ່​ມີ​ຄວາມ​ເປັນ​ຫ່ວງເປັນໃຫຍ ຈໍານ​ວນນັບ​ບໍ່​ຖ້ວນຢູ່​ໃນ​ທົ່ວ​ໂລກ ​ໃນ​ການ​ທວງ​ເອົາ​ຄໍາ​ຕອບ
ຕໍ່​ການ​ຫາຍ​ໂຕ​ໄປ​ຂອງ​ທ່ານ​ສົມບັດ ​ແລະ​ເລ່ງ​ລັດ​ໃຫ້ສົ່ງ​ທ່ານ​ ກັບ​ຄືນ​ສູ່​ບ້ານ​ເຮືອນ​ໂດຍ​
ທັນທີ.
XS
SM
MD
LG