ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວ
ວ່າ ການໂຈມຕີທາງອາກາດ ຂອງແນວໂຮມ ຕໍ່ກຸ່ມລັດອິສລາມ
ໄດ້ເຮັດໃຫ້ເປັນການ “ລຳບາກຫລາຍຂຶ້ນ” ແກ່ພວກຫົວຮຸນແຮງ
ທີ່ຈະເຕົ້າໂຮມກັນ ເດີນທາງແລະທຳການໂຈມຕີ.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວ
ເປີດກອງປະ ຊຸມ ໃນວັນພຸດມື້ນີ້ທີ່ນະຄອນ Brussels ຂອງບັນ
ດາລັດຖະມົນຕີຕ່າງປະເທດ ຈາກ 60 ປະເທດພາຄີຂອງແນວ
ໂຮມ ເພື່ອສົນທະນາຫາລືກັນກ່ຽວກັບຄວາມພະຍາຍາມທີ່ຈະຕໍ່
ສູ້ກັບກຸ່ມລັດອິສລາມ ຊຶ່ງໄດ້ເຂົ້າຄວບຄຸມເອົາເນື້ອທີ່ອັນກວ້າງ
ໃຫຍ່ ທາງພາກເໜືອ ແລະ ພາກຕາເວັນຕົກຂອງອີຣັກ ແລະ
ພາກຕາເວັນອອກຂອງ ຊີເຣຍ ໃນຕົ້ນປີນີ້.
ທ່ານ Kerry ກ່າວວ່າ “ຜົນຢ່າງນຶ່ງຂອງການປະຊຸມນີ້ກໍຈະແມ່ນຖະແຫລງການ ທີ່ປະ
ກອບດ້ວຍສານຂອງພວກເຮົາ ທີ່ວ່າ ພວກເຮົາມີຄວາມປຸ້ມລຸມກັນ ແລະເຄື່ອນໄປໄປໜ້າ
ໃນທຸກໆດ້ານ ແລະພວກເຮົາຈະຮ່ວມກັນໃນການປະຕິບັດງານ ທາງທະຫານ ນານເທົ່າທີ່
ມີຄວາມຈຳເປັນ ເພື່ອໃຫ້ໄດ້ຮັບໄຊຊະນະ.”
ທ່ານກ່າວວ່າ ພວກຫົວຮຸນແຮງ ຕ້ອງເປັນຫ່ວງກ່ຽວກັບວ່າ ແມ່ນຫຍັງຈະຕົກລົງມາໃສ່ເຂົາ
ເຈົ້າຈາກທ້ອງຟ້າ ແລະນັ້ນແມ່ນການໂຈມຕີທາງອາກາດພາຍໃຕ້ການ ນຳພາສະຫະລັດ
ທີ່ຈະດຳເນີນຕໍ່ໄປ ຕາມໃດທີ່ຍັງມີຄວາມຈຳເປັນ ໃນຂະນະທີ່ມີການເຝິກແອບ ແລະໃຫ້
ການຊ່ວຍເຫລືອແກ່ກຳລັງຮັກສາຄວາມປອດໄພ ອີຣັກທີ່ຂະຫຍາຍຕົວອອກນັ້ນ.
ເທົ່າທີ່ຜ່ານມາ ກຳລັງຂອງແນວໂຮມ ໄດ້ທຳການໂຈມຕີທາງອາກາດ ຫລາຍກວ່າ 1,000
ຖ້ຽວບິນຢູ່ໃນອີຣັກ ແລະຊີເຣຍ ນັບແຕ່ເລີ້ມການປະຕິບັດງານທາງທະຫານ ໃນເດືອນ
ສິງຫາເປັນຕົ້ນມາ.
ໂຄສົກທຳນຽບຫ້າແຈ ນາຍພົນເຮືອຕີ John Kirby ກ່າວໃນວັນອັງຄານວານນີ້ວ່າ
ສະຫະລັດໄດ້ສະແດງໃຫ້ເຫັນວ່າ ອີຣ່ານກໍທຳການໂຈມຕີທາງອາກາດຢູ່ໃນ ອີຣັກ.