ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວ
ວ່າ ການທີ່ສະຫະລັດປະຕິເສດ ຕໍ່ຂໍ້ຕົກລົງດ້ານນິວເຄລຍກັບ
ອີຣ່ານ ອາດຈະເຮັດໃຫ້ການພົວພັນຕ່າງໆ ກັບບັນດາພັນທະມິດ
ກ່ຽວກັບບັນຫາທີ່ສຳຄັນອື່ນໆນັ້ນ ປັ່ນປ່ວນ.
ທ່ານ Kerry ກ່າວວ່າ “ເພື່ອນໆເອີ້ຍ ອັນນັ້ນ ເປັນສູດທີ່ຈະ
ເຮັດໃຫ້ ພວກເຂົາເຈົ້າ ກ້າວອອກໄປ ຢ່າງໄວວາ ຈາກ
ຢູເຄຣນ ບ່ອນທີ່ພວກເຂົາເຈົ້າ ແມ່ນບໍ່ແນ່ໃຈຢູ່ແລ້ວ ແລະ
ພ້ອມແລ້ວທີ່ຈະກ່າວວ່າ ພວກເຮົາໄດ້ທຳໜ້າທີ່ ຂອງພວກ
ເຮົາແລ້ວ” ທີ່ໝາຍເຖິງຄວາມພະຍາຍາມ ເພື່ອສະໜັບສະໜູູນ
ລັດຖະບານຢູເຄຣນ ໃນການຕໍ່ສູ້ຕ້ານຢັນກັບພວກກະບົດທີ່ໜູນຫຼັງໂດຍຣັດເຊຍ.
ທ່ານ Kerry ໄດ້ສະແດງຄວາມເຫັນ ໃນວັນອັງຄານວານນີ້ ໃນລະຫວ່າງ ການປຶກສາຫາລື ໂຄງການນິວເຄລຍອີຣ່ານ ທີ່ຈັດຂຶ້ນໂດຍ ບໍລິສັດສື່ມວນຊົນ Thompson Reuters.
ລັດຖະສະພາສະຫະລັດ ມີ ເວລາ 60 ມື້ ເພື່ອທົບທວນຄືນ ຂໍ້ຕົກລົງນິວເຄລຍກັບອີຣ່ານ ທີ່ຮູ້
ຈັກກັນວ່າ ແຜນປະຕິບັດການຮ່ວມຮອບດ້ານ ຫຼື JCPOA.
ບັນດາ ສະມາຊິກສະພາ ສາມາດຜ່ານຍັດຕິດ້ວຍການເຫັນດີ ຫຼື ບໍ່ເຫັນດີ ຫຼື ບໍ່ມີຄຳເຫັນໄດ້. ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວວ່າ ທ່ານຈະໃຊ້ສິດຍັບຍັ້ງ ການລົງຄະແນນສຽງໃດໆ ທີ່ບໍ່ເຫັນດີເຫັນພ້ອມ ແຕ່ການໃຊ້ສິດຍັບຍັ້ງຂອງທ່ານ ອາດຖືກລົບລ້າງໄດ້ໂດຍ ການລົງຄະແນນສຽງ 2 ສ່ວນ 3 ໃນລັດຖະສະພາ.
ໃນຂະນະທີ່ ບັນດາເຈົ້າໜ້າທີ່ ລັດຖະບານ ຂອງທ່ານໂອບາມາ ກຳລັງໂຄສະນາກ່ຽວກັບຂໍ້ຕົກລົງດັ່ງກ່າວ ສະມາຊິກພັກຣີພັບບລີກັນ ແລະ ສະມາຊິກພັກເດໂມແຄຣັດ ຈຳນວນໜຶ່ງ ກໍໄດ້ພາກັນອອກສຽງ ຄວາມກັງວົນຕ່າງໆ ກ່ຽວກັບແຜນດັ່ງກ່າວນັ້ນ ລວມທັງ ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ທ່ານ Chuck Schumer ນຳດ້ວຍ.
ເມື່ອອາທິດ ແລ້ວນີ້ ທ່ານ Schumer ໄດ້ປະກາດວ່າ ທ່ານ ຈະລົງຄະແນນສຽງ ບໍ່ເຫັນດີ. ທ່ານ ກ່າວວ່າ JCPOA ນັ້ນ ຈະອະນຸຍາດໃຫ້ ອີຣ່ານບັນລຸ “ສອງເປົ້າໝາຍ” ຂອງຕົນ ດ້ວຍການກຳຈັດມາດຕະການລົງໂທດຕ່າງໆ ໃນຂະນະດຽວກັນ ກໍຈະສາມາດຮັກສາໄວ້ ພະລັງງານທີ່ເປັນນິວເຄລຍ ແລະ ບໍ່ເປັນນິວເຄລຍ.
ແຕ່ທ່ານ Kerry ກ່າວວ່າ ໃນທີ່ສຸດແລ້ວ ຖ້າລັດຖະສະພາບໍ່ຮັບຮອງເອົາຂໍ້ຕົກລົງ ທີ່ສະໜັບສະໜູນ ໂດຍ ສະມາຊິກຖາວອນປະຈຳສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ຄົນອື່ນໆ ແລະ ເຢຍຣະມັນ ທີ່ຢູ່ໃນບັນດາປະເທດກຸ່ມ P5 + 1, ມັນກໍອາດຈະເປັນຜົນເສຍຫາຍ ຕໍ່ນະໂຍບາຍຕ່າງປະເທດຂອງສະຫະລັດ.