ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານແຄຣີ ກ່າວ​ວ່າ ການ​ຮ່ວມມື​ດ້ານ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ອາດ​ຊ່ວຍເຮັດ​ໃຫ້ສາຍ​ພົວ​ພັນ​ຂອງ ສ​ຫລ ກັບຈີນ ດີຂຶ້ນ​ໄດ້


ທູດພິເສດດ້ານດິນຟ້າອາກາດຂອງສະຫະລັດ, ທ່ານ ຈອນ ແຄຣຣີ (ຊ້າຍ) ເຂົ້າ​ຮ່ວມກອງ​ປະ​ຊຸມກັບຫົວ​ໜ້າຫ້ອງ​ການ​ຂອງກ​ຳ​ມາ​ທິ​ການ​ດ້ານ​ການ​ພົວພັນຕ່າງ​ປະ​ເທດຂອງກົມ​ການ​ເມືອງ​ສູນ​ກາງພັກ​ຄອມ​ມີວ​ນີ​ສຈີນ, ທ່ານ​ຫວາງ ຢີ ຢູ່​ຫໍ​ປະ​ຊຸມ​ໃຫຍ່​ຂອງ​ປະ​ຊາ​ຊົນໃນ​ປັກ​ກິ່ງໃນ​ວັນ​ທີ 18 ກໍ​ລະ​ກົດ, 2023
ທູດພິເສດດ້ານດິນຟ້າອາກາດຂອງສະຫະລັດ, ທ່ານ ຈອນ ແຄຣຣີ (ຊ້າຍ) ເຂົ້າ​ຮ່ວມກອງ​ປະ​ຊຸມກັບຫົວ​ໜ້າຫ້ອງ​ການ​ຂອງກ​ຳ​ມາ​ທິ​ການ​ດ້ານ​ການ​ພົວພັນຕ່າງ​ປະ​ເທດຂອງກົມ​ການ​ເມືອງ​ສູນ​ກາງພັກ​ຄອມ​ມີວ​ນີ​ສຈີນ, ທ່ານ​ຫວາງ ຢີ ຢູ່​ຫໍ​ປະ​ຊຸມ​ໃຫຍ່​ຂອງ​ປະ​ຊາ​ຊົນໃນ​ປັກ​ກິ່ງໃນ​ວັນ​ທີ 18 ກໍ​ລະ​ກົດ, 2023

ທູດ​ພິ​ເສດ​ດ້ານ​ດິນ​ຟ້າ​ອາກາດ​ຂອງ​ສະຫະລັດ ທ່ານຈອນ ແຄ​ຣ​ຣີ (John Kerry) ກ່າວ​ຕໍ່​ທ່ານຫ​ວັງ ຢີ ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ທ່ານ​ຫວັງ​ວ່າການ​ແກ້​ໄຂ​ໄພ​ຂົ່ມຂູ່​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ອາດ​ເປັນ​ເສັ້ນທາງ​ແຫ່ງ​ການ​ຮ່ວມ​ມື​ກັນ ລະຫວ່າງ​ສອງ​ປະ​ເທດໄດ້.

ທ່ານແຄ​ຣ​ຣີກ່າວຕໍ່ທ່ານ​ຫວັງ ໃນລະຫວ່າງການຢ້ຽມຢາມປັກກິ່ງວ່າ "ພວກເຮົາ ມີຄວາມຫວັງຢ່າງ​ຍິ່ງວ່າ ອັນນີ້ສາມາດເປັນຈຸດເລີ່ມຕົ້ນ, ບໍ່ພຽງແຕ່ສຳ​ລັບການ ສົນທະນາລະຫວ່າງທ່ານກັບຂ້າພະເຈົ້າ ແລະພວກເຮົາ ກ່ຽວກັບສະພາບດິນ​ຟ້າ ອາກາດ, ແຕ່ພວກເຮົາຍັງສາມາດເລີ່ມຕົ້ນ ການປ່ຽນແປງໃນການພົວພັນທີ່ ກວ້າງກວ່ານັ້ນ ອີກ​ດ້ວຍ."

ສະ​ຫະ​ລັດ​ ແລະ​ຈີນ ​ແມ່ນ​ປະ​ເທດ​ທີ່​ປ່ອຍ​ອາຍ​ແກັສ​ເຮືອນ​ແກ້ວ​ຫລາຍ​ເປັນ​ອັນ​ຕົ້ນໆ​ຂອງ​ໂລກ.

ທ່ານ​ຫວັງກ່າວ​ວ່າ ຈີນ​ເຊື່ອ​ໝັ້ນ​ວ່າ​ ທັງສອງ​ປະ​ເທດ​ສາມາດ "ຊອກ​ຫາ​ວິທີ​ແກ້​ໄຂ​ທີ່​ເໝາະ​ສົມ​ຕໍ່​ບັນຫາ​ໃດ​ກໍ​ໄດ້" ​ໂດຍ​ຜ່ານ​ການ​ສົນ​ທະ​ນາທີ່​ສາ​ມາດ​ດຳ​ເນີນ​ຄືນ​ໃໝ່ໄດ້.

ທ່ານ​ແຄ​ຣ​ຣີ ຍັງ​ໄດ້​ພົບ​ປະ​ກັບ​ນາຍົກລັດຖະມົນຕີຈີນ, ທ່ານ​ຫລີ ​ຈຽງ ​ໃນ​ວັນ​ອັງ ຄານມື້​ນີ້ ຊຶ່ງ​ທ່ານກ່າວ​ວ່າ ສະຫະລັດ ​ແລະ​ຈີນ ຄວນ​ເພີ່ມ​ທະວີ​ການ​ປະສານ​ງານ​ກັນ ເພື່ອ​ແກ້​ໄຂ "ຄວາມ​ທ້າ​ທາຍ​ທີ່​ໜັກ​ໜ່ວງ" ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ການ​ພົບ​ປະ​ໃນ​ວັນ​ອັງຄານ​ມື້​ນີ້ ​ໄດ້​ດຳ​ເນີນ​ໄປ​ຫລັງ​ຈາກການ​ພົບ​ປະກັນ​ໃນ​ວັນ​ຈັນ​ວານ​ນີ້ ລະຫວ່າງ​ທ່ານແຄ​ຣ​ຣີ ​ແລະ​ຄູ່​ຕຳ​ແໜ່​ງຈີນ, ທ່ານ​ໄຊ ເຊນ​ຫົວ (Xie Zhenhua).

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG