ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Kerry ກຳລັງຢູ່ທີ່ ຊາອຸດີ ອາຣາເບຍ ເພື່ອຊອກຫາ ການສະໜັບສະໜຸນ ຈາກປະເທດອາຣັບ (ສະ​ໄລ​ດ໌/ວີດີໂອ)


ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ ພົບປະເຈົ້າຊາຍ Saud al-Faisal ລັດຖະມົນຕີຕ່າງປະເທດ ທີ່ສະໜາມບິນນາໆຊາດ ທີ່​ນະ​ຄອນ Jeddah (11 ກັນຍາ 2014)
ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ ພົບປະເຈົ້າຊາຍ Saud al-Faisal ລັດຖະມົນຕີຕ່າງປະເທດ ທີ່ສະໜາມບິນນາໆຊາດ ທີ່​ນະ​ຄອນ Jeddah (11 ກັນຍາ 2014)

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກຳລັງ
​ຢູ່ທີ່​ປະ​ເທດ Saudi Arabia ​ເພື່ອ​ພະຍາຍາມຊອກ​ຫາ​ການ​ສະ
ໜັບສະໜຸນຈາກ​ພວກ​ປະ​ເທດ​ອາຣັບໃນການສ້າງຕັ້ງແນວໂຮມ
ຕ້ານ​ພວກຫົວ​ຮຸນແຮງ ​ກຸ່ມ​ລັດ​ອິສລາມ ຫຼັງ​ຈາກ​ປະທານາທິບໍດີ​
ບາຣັກ ​ໂອ​ບາ​ມາໃຫ້​ຄຳໝັ້ນ​ສັນຍາທີ່​ຈະຕາມ​ລ່າຫາ​ໂຕ​ພວກ​ຫົວ​
ຮຸນ​ແຮງ​ເຫຼົ່າ​ນີ້ ບໍ່ວ່າຈະຢູ່ບ່ອນ​ໃດ​ກໍ​ຕາມ​ ຮວມທັງ​ໃນ​ຊີ​ເຣຍນຳ.

ທ່ານ Kerry ​ເດີນທາງ​ໄປ​ຮອດ​ນະຄອນ Jedda ​ໃນ​ວັນ​ພະຫັດ
​ມື້ນີ້ ບ່ອນ​ທີ່​ທ່ານ​ມີ​ໝາຍ​ກຳນົດທີ່​ຈະ​ພົບ​ປະ​ຫາລື​ກັບ​ບັນດາ​ເຈົ້າ​
ໜ້າ​ທີ່​ຈາກ​ພວກ​ປະ​ເທດອາຣັບທີ່​ສຳຄັນ​ຫຼາຍ​ປະ​ເທດແລະ​ເທີ​ກີ.

​ເຈົ້າ​ໜ້າ​ທີ່ຂັ້ນ​ອາວຸ​ໂສ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ​ທ່ານ​ນຶ່ງກ່າວ​ວ່າ ທ່ານ Kerry ຢາກ​ໃຫ້ມີ​ການດຳເນີນຄວາມ​ພະຍາຍາມ​ທີ່​ດີ​ຂຶ້ນ ​ເພື່ອ​ຍຸດຕິ ບໍ່ໃຫ້ມີການ​ສົ່ງ​ເງິນ​ຄຳໄປ​ໃຫ້​ພວກ​ກຸ່ມ​ຫົວ​ຮຸນ​ແຮງ​ຈັດ​ຕ່າງໆ ​ແລະ​ວ່າ ກຸ່ມແນວໂຮມ ​ອາດ​ຈະ​ຕ້ອງການ​ບ່ອນ​ພັກ​ເຊົາ​ຂອງ​ທະ ຫານ​ຫຼາຍ​ຂຶ້ນ ​ແລະ​ການບິນ​ຜ່ານປະເທດ ເພື່ອ​ທຳການ​ໂຈມ​ຕີ​ທາງ​ອາກາດນັ້ນ.

ປະທານາທິບໍດີ​ໂອ​ບາ​ມາກ່າວ​ຢູ່​ໃນ​ຄຳ​ປາ​ໄສ​ຂອງ​ທ່ານ​ໃນ​ແລງ​ວັນ​ພຸດວານ​ນີ້​ວ່າ ທ່ານຈະ ​ບໍ່​ລັ່ງ​ເລ​ໃຈ​ໃດໆ ​ທີ່​ຈະ​ສັ່ງ​ໃຫ້​ ທຳ​ການ​ໂຈມ​ຕີ​ທາງ​ອາກາດ ​ຕໍ່​ເປົ້າ​ໝາຍຕ່າງໆ ​ຂອງ​ກຸ່ມ​ລັດ​ອິສລາມໃນ​ຊີ​ເຣຍ​ໃນ​ຖານະ​ເປັນ​ການ​ຂະຫຍາຍ​ການປະຕິບັດງານທາງທະຫານ​ເພື່ອ​ສ້າງ ຄວາມເສຍຫາຍ ​ແລະ​ທຳລາຍ​ກຸ່ມ​ກໍ່​ການ​ຮ້າຍດັ່ງກ່າວໃນທີ່ສຸດນັ້ນ.

usislamicstate11september14
please wait

No media source currently available

0:00 0:02:59 0:00

ທ່ານ​ໂອ​ບາ​ມາໄດ້​ກ່າວ​ເນັ້ນ​ວ່າ ການ​ຊ່ອຍ​ເຫຼືອ​ຈາກ​ພວກ​ປະ​ເທດ​ພາຄີ ທີ່​ໃຫ້​ຂ່າວ​ລັບ ການ ​ຊ່ອຍ​ເຫຼືອ​ດ້ານ​ມະນຸດສະທຳ ​ແລະ​ເຮືອບິນ​ນັ້ນ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ “ ອັນ​ນີ້​ບໍ່​ແມ່ນ​ການ​ສູ້​ລົບ​ຂອງ​ພວກ​ເຮົາ​ຜູ້​ດຽວ. ອຳນາດ​ຂອງອາ​ເມ ຣິກັນສາມາດ​ສ້າງ​ຄວາມແຕກ​ຕ່າງ​ຢ່າງເດັດຂາດໄດ້ ​ແຕ່​ພວກ​ເຮົາ​ບໍ່​ສາມາດທີ່​ຈະ​ເຮັດ​ເພື່ອ ຊາວອີຣັກ ​ໃນ​ອັນ​ທີ່​ພວກ​ເຂົາ​ເຈົ້າ​ຕ້ອງ​ໄດ້ກະທຳ​ເອງ ​ແລະ​ພວກ​ເຮົາ​ກໍ​ບໍ່​ສາມາດ​ເຮັດ​ແທນ ພວກ​ປະ​ເທດ​ພາຄີ​ອາຣັບ ​ໃນ​ການ​ເຮັດ​ໃຫ້​ພາກ​ພື້ນ​ດັ່ງກ່າວ​ ເປັນ​ບ່ອນ​ທີ່​ປອດໄພ. ດ້ວຍ ເຫດ​ນີ້ ເປັນ​ຫຍັງຂ້າພະ​ເຈົ້າ​ຈຶ່ງ​ໄດ້​ຢືນ​ຢັດ​ວ່າ ການ​ເຄື່ອນ​ໄຫວ​ຂອງສະຫະລັ​ດເພີ້​ມຕື່ມນັ້ນ ​ແມ່ນ​ອາ​ໄສ​ຊາວ​ອີຣັກ ຈັດ​ຕັ້ງ​ຄະນະ​ລັດຖະບານທີ່​ມີ​ຫຼາຍ​ພັກ​ຝ່າຍ​ເຂົ້າ​ຮ່ວມ​ນຳ ຊຶ່ງເວລາ​ນີ້ ພວກ​ເຂົາ​ເຈົ້າ​ໄດ້ເຮັດ​ໄປ​ແລ້ວ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້​. ດັ່ງ​ນັ້ນ​ໃນ​ແລງ​ມື້​ນີ້ ຫຼັງ​ຈາກ​ອີຣັກມີ​ລັດຖະບານ​ໃໝ່​ແລ້ວ ​ແລະ​ຫຼັງ​ຈາກ​ມີ​ການ​ປຶກສາ​ຫາລື​ກັບ ພວກ​ປະ​ເທດ​ພັນທະ​ມິດ​ ໃນ​ຕ່າງປະ​ເທດແລະ​ກັບ​ລັດຖະສະພາ​ໃນ​ປະ​ເທດ​ແລ້ວ ຂ້າພະ​ເຈົ້າ​ສາມາດ​ປະກາດ​ໄດ້​ວ່າ ອາ​ເມຣິກາ ຈະ​ເປັນ​ຜູ້ນຳພາ​ແນວໂຮມ ໃນຂອບເຂດທີ່ກວ້າງຂວາງ ​ເພື່ອ​ຕ່າວປີ້ນ ​ການ​ຂົ່ມ ຂູ່​ຂອງພວກ​ກໍ່​ການ​ຮ້າຍກຸ່ມ​ນີ້​ໃຫ້​ໝົດ​ໄປ.”

Obama Vows Allied Coalition to Degrade and Destroy Islamic State
please wait

No media source currently available

0:00 0:02:31 0:00

ທ່ານ​ໂອ​ມາ​ບາ ​ໄດ້​ວາງ​ຍຸດ​ທະ​ສາດ​ເປັນ 4 ພາກສ່ວນ ທີ່​ຮວມທັງ​ ການ​ປະຕິບັດງານ ກາຍ ລະດັບ​ການ​ໂຈມ​ຕີ​ທາງ​ອາກາດ​ ໃນ​ເດືອນ​ແລ້ວ​ນີ້ ​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດ ຂອງ​ອາເມ ຣິກັນ​ໃນ​ອີຣັກ.

XS
SM
MD
LG