ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ທ່ານ Kerry ຮຽກຮ້ອງ ໃຫ້ຣັດເຊຍ ເຄື່ອນໄຫວ ຢ່າງໄວ ກ່ຽວກັບ ຢູເຄຣນ (ສະໄລດ໌/ວີດີໂອ )


ທ່ານ John Kerry ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ
ມັນ“ສຳຄັນ​ທີ່​ສຸດ” ສຳລັບຣັດ​ເຊຍ “​ໃນ​ອີກ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​
ຂ້າງ​ນີ້”
​ ເພື່ອຮຽກຮ້ອງ​ໃຫ້​ ພວກ​ຫົວ​ແບ່ງ​ແຍກ ​ນິຍົມຣັດ​ເຊຍ ​ໃນ​
ຢູ​ເຄຣນ​ໃຫ້​ວາງອາວຸດ ​ນັ້ນ.

ທ່ານ Kerry ກ່າວ​ຖ້ອຍ​ຖະ​ແຫຼ​ງດັ່ງກ່າວ​ໃນ​ວັນ​ພະຫັດ​ມື້​ນີ້ ທີ່​ນະ
ຄອນຫຼວງ​ປາຣີ ຫຼັງ​ຈາກ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງຂອງຝຣັ່ງ ທ່ານ
Laurant Fabius. ທ່ານ Kerry ກ່າວ​ວ່າ ທ່ານ​ແລະ​ລັດຖະມົນ
ຕີ​ຕ່າງປະ​ເທດ​ຝຣັ່ງ ​ແມ່ນ “ເຫັນ​ດີ​ນຳ​ກັນ​ຢ່າງ​ເຕັມ​ສ່ວນ” ທີ່​ວ່າ
ປະທານາທິບໍດີ Vladimir Putin ​ແຫ່ງຣັດ​ເຊຍ ຕ້ອງ​ພິສູດ​ໃຫ້​
ເຫັນ​ວ່າ ຣັດ​ເຊຍ​ກຳລັງ​ດຳ​ເນີນ​ການ​ເພື່ອ​ຊັກ​ຊວນ​ໃຫ້​ພວກ​ຫົວ​
ແບ່ງ​ແຍກ ວາງ​ອາວຸດແລະ “​ເຂົ້າ​ເປັນ​ພາກສ່ວນ​ ຂອງ​ການ​ດຳ​ເນີນ​ຂັ້ນ​ຕອນ​ ທີ່​ຖືກ ຕ້ອງ​ຕາມ​ກົດໝາຍ” ​ໄປ​ສູ່​ສັນຕິພາບ​ນັ້ນ.

ກ່ອນ​ໜ້ານີ້​ມື້​ນຶ່ງ ລັດຖະບານ​ປະທານາທິບໍດີ ​ໂອ​ບາ​ມາ ກ່າວ​ວ່າ ຕົນ​ພ້ອມ​ແລ້ວ​ ທີ່​ຈະ​ທຳ​
ການ​ລົງ​ໂທດ​ຕ່າງໆ​ຄັ້ງ​ໃໝ່ ຕໍ່ຣັດ​ເຊຍ ຖ້າ​ມົສກູ​ບໍ່​ທຳ​ການ​ເຄື່ອນ​ໄຫວ​ໃດໆ ​ເພື່ອ​ລົດ​ຜ່ອນ​
ວິ​ກິດ​ການ ​ໃນ​ຢູ​ເຄຣນລົງ. ລັດຖະບານ​ສະຫະລັດ ກ່າວ​ວ່າ ຕົນ​ໄດ້​ເລື່ອນເວລາ ​ໃນ​ການ
ຈັດ​ຕັ້ງ​ປະຕິບັດ​ ​ໃນ​ຂະນະ​ທີ່​ຕົນ​ກົດ​ດັນ​ ໃຫ້​ມີ​ສະໜັບສະໜຸນ​ຮ່ວມ​ກັນ ​ຈາກພວກ​ໂຮງ​ຈັກ​ໂຮງງານ​ຕ່າງໆ​ຈາກ​ຢູ​ໂຣບ ​ແລະ​ສະຫະລັດ ​ເພື່ອ​ເອົາ​ມາດຕະການ​ຕ່າງໆ​ນັ້ນ.

ukraine26june14
please wait
Embed

No media source currently available

0:00 0:00:44 0:00

ທ່ານ Josh Earnest ​ໂຄສົກ​ປະຈຳ​ທຳນຽບຂາວໃນການຖະແຫຼງໃນວັນ​ພຸດ​ວານ​ນີ້ ກ່າວ ​ວ່າ ການ​ລົງ​ໂທດ​ຄັ້ງ​ໃໝ່ຈະ​ແນ​ເປົ້າ​ໃສ່​ດ້ານ​ການ​ທະນາ​ຄານ ພະລັງງານ ​ແລະ​ພາກສ່ວນ​ປ້ອງ​ກັນ​ປະ​ເທດ​ຂອງຣັດ​ເຊຍ.

ການ​ຂົ່ມຂູ່​ໃນ​ການ​ລົງ​ໂທດ​ຄັ້ງ​ໃໝ່​ນີ້ມີ​ຂຶ້ນ​ໃນ​ຂະນະ​ທີ່​ພວກ​ຜູ້ນຳ​ດ້ານ​ທຸລະ​ກິດ​ອາ​ເມຣິກັນ​ ປຸກລະດົມ ຕໍ່ຕ້ານການ​ລົງ​ໂທດ ຕາມລຳພັງ​ຝ່າຍ​ດຽວ ​ໂດຍ​ກ່າວ​ອ້າງ​ວ່າ ການ​ກະທຳ​ເຊັ່ນ​ນີ້​ ຈະ​ສ້າງ​ຄວາມ​ເສັຍ​ຫາຍ ​ໃຫ້​ແກ່​ຜົນ​ປະໂຫຍ​ດຂອງ​ສະຫະລັດ ​ແລະ​ວຽກການ ​ຂອງ​ຄົນ​ອາ​ເມຣິກັນ.

XS
SM
MD
LG