ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ວ່າ ຣັດເຊຍ ພວມຊ່ອຍໃຫ້ ຊີເຣຍ ເອົາ​ຊະ​ນະ ທາງດ້ານທະຫານ (ສະ​ໄລ​ດ໌/​ວີ​ດີ​ໂອ)


ທ່ານ John Kerry ລັດຖະມົນຕີຕ່າງປະເທດ ສະຫະລັດ
ທ່ານ John Kerry ລັດຖະມົນຕີຕ່າງປະເທດ ສະຫະລັດ
ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry
ກ່າວ​ວ່າ ລັດຖະບານ​ຊີ​ເຣຍກຳລັງພະຍາຍາມ​ຈະ​ເອົາ​ຊະນະ
ຝ່າຍ​ຄ້ານ ທາງ​ດ້ານ​ທະຫານ ​ ແລະ​ວ່າ ຣັດ​ເຊຍ​ກຳລັງ​ຊ່ວຍ
ໃຫ້ ປະທານາທິບໍດີ Bashar al-Assad ​ເດີນ​ໄປ​ຕາມ​ເສັ້ນ
ທາງນັ້ນ.

​ໃນ​ການ​ກ່າວ​ປາ​ໄສ​ໃນ​ວັນ​ຈັນ​ມື້​ນີ້ ທີ່​ກຸງ Jakarta ປະ​ເທດ
ອິນ​ໂດ​ເນ​ເຊຍ ທ່ານ Kerry ກ່າວ​ວ່າ ຍຸດ​ທະ​ສາດ​ຂອງ​ຊີ​ເຣຍ
​ແມ່ນ​ເຫັນ​ຢ່າງ​ຈະ​ແຈ້ງ ​ໃນ​ການ​ສືບ​ຕໍ່ຖິ້ມ ​ລະ​ເບີດຖັງ ​ລົງ​ໃສ່​
ພວກ​ພົນລະ​ເຮືອນ ​ແລະວ່າ ການລຳລຽງ​ອາວຸດແລະ​ເຄື່ອງ​
ຊ່ອຍ​ເຫຼືອ​ຂອງຣັດ​ເຊຍໄປ​ໃຫ້​ຊີ​ເຣຍ ກຳລັງ​ຊ່ອຍ​ທ່ານ Assad
​ໃນການສະ​ແຫວ​ງຫາ​ທາງ​ແກ້​ໄຂ​ບັນຫາ​ທາງ​ທະຫານ ​ແທນທາງ​ການ​ເມືອງ ​ເພື່ອ​
ຍຸດຕິ​ສົງຄາມ​ກາງ​ເມືອງໃນ​ປະ​ເທດ​ນັ້ນ.



ທ່ານ Kerry ​ເວົ້າ​ວ່າ ເປັນ​ທີ່​ຈະ​ແຈ້ງ​ທີ່​ສຸດ ທີ່​ວ່າ ທ່ານ Bashar al-Assad
ກຳລັງສືບ​ຕໍ່​ ພະຍາຍາມ​ຈະເອົາ​ຊະນະໃນບັນຫາ​ຂັດ​ແຍ້​ງກັນ​ນີ້ ​ຢູ່ໃນ​ສະ
ໜາມ​ລົບ ​ແທນ​ທີ່​ຈະ​ຫັນ​ມາ ​ສູ່​ໂຕະເຈລະຈາ​ ດ້ວດສັດທາ​ແລ​ະ​ເຈດ​ຕະ
ນາ​ອັນ​ດີ​ນັ້ນ.”


ນາຍ Scott Stearns ຜູ້​ສື່​ຂ່າວ​ວີ​ໂອ​ເອ ທີ່ເດີນທາງ​ຕິດຕາມ​ໄປ​ກັບ ລັດຖະມົນຕີ​ຕ່າງ
ປະ​ເທດ​ສະຫະລັດ ​ກ່າວ​ວ່າ ທ່ານ John Kerry ຢາກ​ໃຫ້​ປະຊາ​ຄົມ​ໂລກ ​ໃຊ້​ເວລາຢຸດ
ພັກການ​ໂອ້​ລົມ​ສົນທະນາ​ກັນ​ນີ້ ​ຊອກ​ຫາ​ວິທີທາງທີ່ດີ​ທີ່​ສຸດ ​ເພື່ອແກ້​ໄຂ​ບັນຫາ​ນີ້ທາງ
ການເມືອງ​.

ຣັດ​ເຊຍ​ ທີ່ເປັນ​ທັງພັນທະ​ມິດກັບ​ທ່ານ Assad ນັ້ນ ​ໄດ້​ຫຼິ້ນ​ບົດບາດ​ເປັນ​ຜູ້​ນໍາ ພ້ອມກັບ ສະຫະລັດ ​ໃນ​ການ​ນຳ​ເອົາພວກ​ຊີ​ເຣຍທຸກ​ພັກ​ຝ່າຍ​ມາ​ຮ່ວມ​ກັນ ​ເພື່ອເຈລະຈາສັນຕິ
ພາບ​ກັນ​ນັ້ນ.

Washington Week: US Renewing Focus on Syria
please wait

No media source currently available

0:00 0:02:31 0:00
ລິງໂດຍກົງ
XS
SM
MD
LG