ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Kerry ລາຍງານວ່າ ມີຄວາມກ້າວໜ້າ ກ່ຽວກັບ ສັນຍາສະຫງົບເສີກ ໃນຊີເຣຍ

US Syria Kerry
please wait
Embed

No media source currently available

0:00 0:01:12 0:00

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວວ່າ ທ່ານ ກຳລັງ “ຫຍັບ ເຂົ້າໃກ້ຕື່ມອີກ ຫາບ່ອນທີ່ມີຄວາມເຂົ້າໃຈກັນ” ກ່ຽວກັບການເລີ້ມຕົ້ນຄືນໃໝ່ ການສະ ຫງົບເສີກ ໃນຊີເຣຍ ທີ່ລວມທັງ ເມືອງ Aleppo ທີ່ໃຫຍ່ທີ່ສຸດຂອງປະເທດ ບ່ອນທີ່ມີ ຈຳນວນຜູ້ເສຍຊີວິດ ຈາກການໂຈມຕີທາງອາກາດ ຍັງສືບຕໍ່ເພີ້ມສູງຂຶ້ນຢູ່ ໃນວັນຈັນມື້ນີ້.

ລມຕ ຕ່າງປະເທດ ສະຫະລັດ ທ່ານ John Kerry, ຂວາ, ສະແດງທ່າທີ ໃນຂະນະທີ່ຢືນຢູ່ຄຽງຂ້າງ ລັດຖະມົນຕີຕ່າງປະເທດ ຊາອຸດີ ອາເຣເບຍ ທ່ານ Adel al-Jubeir, ຊ້າຍ, ໃນລະຫວ່າງການພົບປະກັນ ກ່ຽວກັບເລື້ອງ ຊີເຣຍ ຢູ່ໃນນະຄອນ Geneva ຂອງ Switzerland, ວັນທີ 2 ພຶດສະພາ 2016.

ທ່ານ Kerry ໄດ້ພົບປະກັບ ຄູ່ຕຳແໜ່ງຂອງທ່ານ ຈາກຊາອຸດີ ຢູ່ໃນນະຄອນ Geneva ເມື່ອຕອນເຊົ້າວັນຈັນມື້ນີ້ ໃນຄວາມພະຍາຍາມ ທີ່ຈະກອບກູ້ຄືນ ສັນຍາຢຸດຍິງ ທີ່ໄດ້ ໄກ່ເກ່ຍໂດຍ ສະຫະລັດ ກັບ ຣັດເຊຍ ຜ່ານມາ ຊຶ່ງເກືອບແຕກຫັກລົງ ຂະນະທີ່ກຳລັງ ຂອງລັດຖະບານຊີເຣຍ ໄດ້ໂຈມຕີ ເມືອງ Aleppo ທາງອາກາດຫຼາຍຖ້ຽວ ທີ່ໄດ້ສົ່ງຜົນ ເຮັດໃຫ້ພົນລະເຮືອນ ຮັບບາດເຈັບ ແລະເສຍຊີວິດ ຢ່າງຫຼວງຫຼາຍນັ້ນ.

ບັນດາເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ການຮ່ວມມືຂອງຣັດເຊຍ ແມ່ນມີຄວາມສຳຄັນ ເພື່ອຈະຍຸຕິ ຄວາມຮຸນແຮງໄດ້ ແລະ ການຮຽກຮ້ອງ ສຳຄັນ ຂອງທ່ານ Kerry ກໍແມ່ນວ່າ ຂໍໃຫ້ຄ້ຳປະກັນ ດ້ວຍຄວາມໝາຍໝັ້ນ ຈາກມົສກູ ເພື່ອເຮັດໃຫ້ລັດຖະບານຊີເຣຍ ຢຸດເຊົາ ການໂຈມຕີຕໍ່ເມືອງ Aleppo.

ພວກນາຍແພດ ຊ່ອຍເຫຼືອ ພວກຜູ້ຊາຍສາມຄົນ ທີ່ເຂົ້າໄປບໍລິຈາກເລືອດ ໃຫ້ແກ່ໂຮງໝໍ ໃນລະຫວ່າງການລົດນະລົງ ເພື່ອຈະລຳລຽງເລືຶອດ ໄປໃຫ້ໂຮງໝໍ ຢູ່ໃນເມືອງ Daelໃນເຂດປົກຄອງ Deraa ຂອງ ຊີເຣຍ ຊຶ່ງເປັນທີ່ໝັ້ນ ຂອງພວກຕໍ່ຕ້ານລັດຖະບານຊີເຣຍ, ວັນທີ 1 ພຶດສະພາ 2016.

ຣັດເຊຍ ບໍ່ຍອມຮັບການຮຽກຮ້ອງດັ່ງກ່າວ ແລະໄດ້ເຫັນດີເຫັນພ້ອມກັບ ການໂຈມຕີ ທັງ ຫຼາຍ ວ່າ ເປັນພາລະກິດ ການຕໍ່ຕ້ານພວກກໍ່ການຮ້າຍ ທີ່ມີຄວາມຈຳເປັນ ເພື່ອກຳຈັດ ພວກແກນກາງຂອງກຸ່ມ al-Nusra ແລະ ກຸ່ມພວກຫົວຮຸນແຮງອື່ນໆ ຢູ່ໃນເມືອງນັ້ນ. ສະຫະລັດ ບໍ່ໄດ້ຖືເປັນເລື້ອງສຳຄັນ ຕໍ່ການກ່າວອ້າງນັ້ນ ແລະ ກ່າວວ່າ ການໂຈມຕີ ທັງຫຼາຍ ໄດ້ແນເປົ້າໝາຍໃສ່ ພົນລະເຮືອນ ອັນເປັນການລະເມີດຕໍ່ສັນຍາສະຫງົບເສີກ.

ໃນວັນສຸກຜ່ານມາ ທະຫານຂອງຊີເຣຍ ໄດ້ຮຽກຮ້ອງໃຫ້ “ລະບອບ ສະຫງົບລົງ” ຊົ່ວຄາວ ເພື່ອຍຸຕິການຕໍ່ສູ້ກັນ ຢູ່ອ້ອມແອ້ມ ນະຄອນຫຼວງ Damascus ແລະ ຢູ່ໃນ ແຂວງ Latakia ແຕ່ທ່ານ Kerry ຢາກໃຫ້ການຢຸດເຊົາເປັນປໍລະປັກກັນ ໃຫ້ລວມທັງ ເມືອງ Aleppo ນຳດ້ວຍ.

ຄວາມພະຍາຍາມຂອງທ່ານ Kerry ແມ່ນມີຄວາມຫຍຸ້ງຍາກ ຍ້ອນ ການບໍ່ມີໜ້າ ຂອງ ຣັດເຊຍ ຢູ່ທີ່ກອງປະຊຸມ ໃນວັນຈັນມື້ນີ້ ຢູ່ໃນນະຄອນ Geneva ແຕ່ທ່ານໄດ້ກ່າວວ່າ ໄດ້ທຳຄວາມກ້າວໜ້າຕື່ມອີກ. ທ່ານເວົ້າວ່າ “ແມ່ນກະທັງດຽວນີ້ ພວກເຮົາ ກໍກຳລັງ ເຈລະຈາ ໂດຍກົງຢູ່ ກັບຣັດເຊຍ.”

ໃນຂະນະທີ່ ຄວາມພະຍາຍາມທາງການທູດ ໄດ້ທະວີຂຶ້ນ ຄວາມຮຸນແຮງກໍຍັງສືບຕໍ່ໄປ ຢູ່ໃນເມືອງ Aleppo ໃນວັນຈັນມື້ນີ້ ໂດຍມີພົນລະເມືອງ ລາຍງານວ່າ ມີການໂຈມຕີ ທາງ ອາກາດ ຄັ້ງໃໝ່ ຕໍ່ທີ່ໝັ້ນ ຂອງພວກຕໍ່ຕ້ານລັດຖະບານຊີເຣຍ ຢູ່ສ່ວນໜຶ່ງ ທາງພາກຕາ ເວັນອອກຂອງເມືອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG