ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລມຕ ຕ່າງປະເທດສະຫະລັດ ທ່ານ Kerry ອອກຈາກ ໂຮງໝໍແລ້ວ


ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry.
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry.

ລັດຖະມົນຕີ ຕ່າງ​ປະ​ເທດ ສະຫະລັດ ທ່ານ John Kerry ​ໄດ້
​ອອກ​ຈາກ​ໂຮ​ງ ໝໍລັດ Massachusetts ບ່ອນ​ທີ່ີທ່ານ​ໄດ້​ພັກ
​ຟື້ນ​ຈາກການ​ໄດ້​ຮັບ​ບາດ​ເຈັບ​ຢູ່​ຂາທີ່​ເກີດ​ຂື້ນຢູ່ໃນປະ​ເທດ​ຝຣັ່ງ.

ທ່ານ Kerry ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ໃນ​ວັນ​ສຸກ​ວານນີ້​ວ່າ ທ່ານ
​ຈະ​ເຂົ້າຮ່​ວມ ການ​ເຈລະຈານິວ​ເຄລຍກັບອີຣານດ້ວຍຕົນ​ເອງ
ຫລັງ​ຈາກ​ການ​ສົນທະນາຫາລືດ້ານ​ຍຸດທະ​ສາດ ​ແລະ​ເສດຖະ
ກິດ ກັບຈີນ ​ໃນວັນ​ທີ 22 ຫາ 24 ທີ່​ນະ ຄອນຫລວງວໍຊິງ​ຕັນ.

ທ່ານ Kerry ກ່າວເຖິງ​ການ​ເຈລະຈາ​ວ່າ “ຂ້າພະ​ເຈົ້າ ແມ່ນແນ່
ນອນ ຈະພົວ ພັນກັບເຈລະຈາເຫລົ່ານັ້ນ ​ຢ່າງ​ເຕັມທີ່ ​ແລະ​ຮອບ
ດ້ານ. ຂ້າພະ​ເຈົ້າພ້ອມ​ແລ້ວ. ຂ້າພ​ະ​ເຈົ້າ​ຍັງ​ບໍ່​ໄດ້​ພາດແມ້​ແຕ່​ນ້ອຍ​ນຶ່ງ.

ລັດຖະມົນຕີຕ່າງປະເທດສະຫະລັດ ​ໄດ້ຮັບບາດ​ເຈັບ​ກົກຂາ​ເບື້ອງ​ຊ້າຍ​ຂອງ​ທ່ານຫັກ ​ໃນ
​ວັນ​ທີ 31 ​ເດືອນ​ພຶດສະພາ ຍ້ອນ​ຂີ່ລົດຖີບລົ້ມ ​ໃກ້​ກັບ​ເມືອງ Scionzier ປະ​ເທດ​ຝຣັ່ງ
ປະມານ 40 ກິ​ໂລ​ແມັດ ຈາກ​ຊາຍ​ແດນ​ສະ​ວິດ.

ທ່ານ Kerry ​ໄດ້​ໄປ​ປະ​ເທດສວິດ ​ເພື່ອສົນທະນາ​ກັບ ລັດຖະມົນຕີ​ຕ່າງປະ​ເທດ​ອີຣ່ານ
ທ່ານ Mohammad Javad Zarif ​ເພື່ອຫາທາງ​ບັນລຸ​ ຂໍ້​ຕົກລົງນິວ​ເຄລຍ ກ່ອນ​ເສັ້ນ
​ຕາຍ​ ໃນວັນ​ທີ 30 ​ເດືອນ​ມິຖຸນານີ້.

ທ່ານ Kerry ​ໄດ້ເຂົ້າໂຮງໝໍທີ່ນະຄອນ Geneva ​ແລະ​ຕໍ່​ມາ​ໄດ້​ຖືກສົ່ງກັບ​ຄືນ​ມາສະຫະ
ລັດ ໂດຍ​ເຮືອບິນຂົນສົ່ງ​ທະຫານ C-17 ທີ່ຖານ​ທັບ​ໃນ​ເມືອງ Reimstein ປະ​ເທດ​ເຢຍ
ຣະມັນ. ທ່ານ​ໄດ້​ຖືກ​ຜ່າຕັດ​ໃນ​ວັນທີ 2 ​ມິຖຸນາຜ່ານ ມານີ້.

ກ່ອນ​ເກີດ​ອຸປະຕິ​ເຫດ ທ່ານ Kerry ມີ​ກຳນົດ​ເດີນທາງ​ໄປປະ​ເທດສະ​ເປ​ນ ເພື່ອທຳກາ​ນ
ເຈລະຈາ ​ແລະ​ຫລັງ​ຈາ​ກນັ້ນ ​ໄປ​ນະຄອນ​ປາຣີ ​ເພື່ອ​ເຂົ້າ​ຮວມກອງ​ປະ ຊຸມ​ ກ່ຽວ​ກັບ​ການ
​ສູ້​ລົບຕ້ານ​ກຸ່ມ​ລັດ​ອິສລາມ.

Kerry Release Hospital
please wait

No media source currently available

0:00 0:00:45 0:00

XS
SM
MD
LG