ລັດຖະມົນຕີ ຕ່າງປະເທດ ສຫຣ ທ່ານ John Kerry ກ່າວວ່າ
ຄະນະກຳມະການ ສະຫະລັດ ຄິວບາ ຈະເລີ້ມສົນທະນາກັນໃນ
ເດືອນໜ້ານີ້ ກ່ຽວກັບ “ສາຍພົວພັນເປັນປົກກະຕິຢ່າງເຕັມສ່ວນ”
ການຜູກສຳພັນທະໄມຕີທັງສອງຟ່າຍ ທີ່ກໍ່ຕັ້ງຂື້ນໃນວັນສຸກວານ
ນີ້ ຢູ່ໃນພິທີ ອັນທີ່ທຸງຂອງຊາວອາເມຣິກັນ ໄດ້ຊັກຂື້ນຢູ່ເທິ່ງ
ສະຖານທູດ ສະຫະລັດ ໃນນະຄອນ Havana ເປັນເທຶ່ອທຳອິດ
ໃນເວລາກວ່າ 54 ປີ.
ຢູ່ໃນຖະແຫລງການກອງປະຊຸມນັກຂ່າວຮວມກັນທີ່ ນະຄອນ
Havana ລັດຖະມົນຕີ ຕ່າງປະເທດຄິວບາ ທ່ານ Bruno
Rodriquez ແລະ ທ່ານ Kerry ກ່າວວ່າ ຫົນທາງໄປສູ່ ສຳພັນ
ທະໄມຕີ ປົກກະຕິຢ່າງເຕັມສ່ວນ ຈະຂື້ນຢູ່ກັບການຍົກເລີກລົງໂທດການຄ້າກັບ ຄິວບາ
ທີ່ ສະຫະລັດ ໄດ້ວາງໄວ້ເມື່ອ 50 ປີກ່ອນ ແລະພາກສ່ວນອຶ່ນໆ. ປະທານນາທິບໍດີ Obama ສະໜັບສະໜູນ ການເຄື່ອນໄຫວ ແຕ່ປະເຊີນໜ້າກັບການຄັດຄ້ານຈາກ ບັນດາຜູ້ທີ່ນິຍົມແນວທາງເດີມຢູ່ໃນ ລັດຖະສະພາ.
ທ່ານ Kerry ຍັງບໍ່ໃຫ້ຄວາມເປັນຫ່ວງ ກ່ຽວກັບວ່າ ປະທານາທິບໍດີ ຄົນຕໍ່ໄປ ຜູ້ໃດທີ່ໄດ້ຖືກ
ຄັດເລືອກໃນເດືອນພະຈິກ ປີ 2016 ອາດຈະປີ້ນຄືນນະໂຍບາຍຂອງລັດຖະບານ
Obama ໃນການພົວພັນກັບ ຄິວບາ.
ໃນການກ່າວກ່ຽວກັບ ຄະນະກຳມະການໃໝ່ ສະຫະລັດ ຄິວບາ ທ່ານ Kerry ເວົ້າວ່າ ຈະ
ເລີ້ມສົນທະນາເຖິງບັນຫາຄວາມເປັນຫ່ວງທີ່ມີຕໍ່ກັນ ຮວມທັງດ້ານສິດທິມະນຸດ ໃນເດືອນ
ກັນຍາ ຈະມາເຖິງນີ້. ທ່ານ ກ່າວເພີ້ມເຕີມຕໍ່ມາວ່າ ການປະຊຸມເທື່ອທຳອິດຈະມີຂື້ນໃນ
ເດືອນກັນຍາ ທີ່ 10 ແລະ 11 ທີ່ ນະຄອນ Havana.
ທ່ານກ່າວວ່າ ທ່ານເຊື່ອໝັ້ນວ່າປະເທດເກາະດອນຄອມມິວນິສແຫ່ງນີ້ “ຈະໄດ້ຮັບການ
ບໍລິການທີ່ດີສຸດ ຈາກປະຊາທິປະໄຕທີ່ແທ້ຈິງ ບ່ອນປະຊາຊົນມີເສຣີພາບໃນການເລືອກ
ບັນດາຜູ້ນຳຂອງເຂົາເຈົ້າ ສະແດງແນວຄິດຂອງເຂົາເຈົ້າ ແລະປະຕິບັດຄວາມເຊື່ອຖືຂອງ
ເຂົາເຈົ້າ ບ່ອນທີ່ມີຄວາມໝາຍໝັ້ນຕໍ່ເສດຖະກິດ ແລະສັງຄົມທ່ຽງທຳເປັນທີ່ຮັບຮູ້ຢ່າງເຕັມ
ທີ່ ບ່ອນທີ່ສະຖາບັນຕ່າງໆຕອບຄຳຖາມ ແກ່ຜູ້ທີ່ເຂົາເຈົ້າຮັບໃຊ້ ແລະບ່ອນສັງຄົມພົນລະ
ເຮືອນ ເປັນເອກກະລາດ ແລະອະນຸຍາດໃຫ້ຮຸ່ງເຮືອງ.
ທ່ານ Rodriquez ຣມຕ ຕ່າງປະເທດກິວບາ ກ່າວວ່າ ທັງສອງປະເທດ ຈະດຳເນີນສ້າງ
ຄວາມເຂົ້າໃຈດ້ານສິດທິມະນຸດ ທີ່ເຫັນແຕກຕ່າງກັນ ແລະແນ່ນອນໃນບັນຫາອຶ່ນໆອີກ.
ທ່ານໄດ້ປ້ອງກັນປະຫວັດດ້ານສິດທິມະນຸດຂອງ ຄິວບາ ທີ່ໄດ້ຖືກຕິຕຽນຊໍ້າແລ້ວຊຳ້ອີກ ໂດຍບັນດາກຸ່ມສິດທິມະນຸດເອກກະລາດຕ່າງໆ ແລະກົງກັນຂ້າມກັບຄື້ນ ຟອງການຄັດ
ແຍ້ງ ການຍິງຂອງຕຳຫລວດ ຢູ່ໃນ ສະຫະລັດ.
ທ່ານກ່າວວ່າ “ຄິວບາ ບໍ່ແມ່ນບ່ອນກີດກັ້ນດ້ານຜີວພັນ ການທາລຸ່ນຂອງຕຳຫລວດ ຫລື
ເຖິງຕາຍ ທີ່ເກີດຈາກບັນຫາຕ່າງເລົ່ານັ້ນ” ທ່ານຍັງໄດ້ ແຕະຕ້ອງເຖິງ ນະໂຍບາຍ ສະຫະ
ລັດ ທີ່ກັກຂັງພວກຫົວຮຸນແຮງລັດອິສລາມ ຢູ່ທີ່ຄຸກກັກຂັງອ່າວ Guantanamo ຄ້າຍ
ທະຫານ ສະຫະລັດ ໃນ ຄິວບາ. “ດິນແດນບ່ອນທີ່ມີການທາລຸ່ນເກີດຂື້ນ ແລະຄົນໄດ້ຖືກ
ກັກຂັງຢູ່ໃນກົດໝາຍບໍ່ແນ່ນອນ ທີ່ບໍ່ຢູ່ພາຍໃຕ້ຂອບເຂດຂອງ ຄິວບາ.
ໃນຕອນເຊົ້າວັນສຸກ ວານນີ້ ລັດຖະມົນຕີ ຕ່າງປະເທດ ທ່ານ Kerry ໄດ້ຄຳນັບທຸງ
ສະຫະລັດ ໃນຂະນະທີ່ຖືກຊັກຂື້ນອີກຄັ້ງນຶ່ງ ໃນນະຄອນ Havana ລະຫວ່າງພິທີ່ຢູ່ ທີ່
ສະຖານທູດ ສະຫະລັດ ໃນ ຄິວບາ ນັ້ນ.
ໃນຕອນເຊົ້າວັນສຸກ ວານນີ້ ລັດຖະມົນຕີ ຕ່າງປະເທດ ທ່ານKerry ໄດ້ຄຳນັບທຸງ
ສະຫະລັດ ໃນຂະນະທີ່ຖືກຊັກຂື້ນອີກຄັ້ງນຶ່ງ ໃນນະຄອນ Havana ລະຫວ່າງພິທີ່ຢູ່ ທີ່ ສະຖານທູດສະຫະລັດ ໃນ ຄິວບາ ນັ້ນ.