ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄູ່ແຂ່ງຂັນ ປະທານາທິບໍດີ ອັຟການິສຖານ ລົງນາມ ໃນຂໍ້ຕົກລົງ ສາມັກຄີ (ສະໄລດ໌/ວີດີໂອ)


​ຜູ້ສະມັກ​​ເລືອກ​ຕັ້ງ​ປະທານາທິບໍດີ ​ອັ​ຟກາ​ນິສຖານ ທ່ານ Abdullah Abdullah (ຈາກຂວາ), ລັດຖະມົນຕີຕ່າງປະເທດ ສະຫະລັດ John Kerry ແລະ ​ຜູ້ສະມັກ​​ເລືອກ​ຕັ້ງ​ປະທານາ ທິບໍດີ ​ອັ​ຟກາ​ນິສຖານ ທ່ານ Ashraf Ghani Ahmadzai ໄດ້ສະແດງອາລົມມ່ວນຊື່ນ ຢູ່ເທິງເວທີ ລະຫວ່າງ ກອງປະຊຸມ ຕໍ່ຜູ້ຊື່ຂ່າວໃນນະຄອນຫລວງ Kabul ປະເທດ Afghanistan, ວັນທີ 8 ສິງຫາ 2014.
​ຜູ້ສະມັກ​​ເລືອກ​ຕັ້ງ​ປະທານາທິບໍດີ ​ອັ​ຟກາ​ນິສຖານ ທ່ານ Abdullah Abdullah (ຈາກຂວາ), ລັດຖະມົນຕີຕ່າງປະເທດ ສະຫະລັດ John Kerry ແລະ ​ຜູ້ສະມັກ​​ເລືອກ​ຕັ້ງ​ປະທານາ ທິບໍດີ ​ອັ​ຟກາ​ນິສຖານ ທ່ານ Ashraf Ghani Ahmadzai ໄດ້ສະແດງອາລົມມ່ວນຊື່ນ ຢູ່ເທິງເວທີ ລະຫວ່າງ ກອງປະຊຸມ ຕໍ່ຜູ້ຊື່ຂ່າວໃນນະຄອນຫລວງ Kabul ປະເທດ Afghanistan, ວັນທີ 8 ສິງຫາ 2014.

ຄູ່​ແຂ່ງຂັນ​ໃນ​ການ​ສະມັກເລືອກ​ຕັ້ງ​ປະທານາທິບໍດີ​ອັ​ຟການິສ
ຖານ ​ໄດ້ຕົກ​ລົງທີ່​ ຈະ​ຢຸດຕິ​ການ​ຜິດ​ຖຽງ​ກັນກ່ຽວ​ກັບການ
​ເລືອກ​ຕັ້ງ ​ແລະເລີ້ມ​ປະຕິບັດ​ງານໄປ​ສູ່​ການ​ສ້າງ​ຕັ້ງລັດຖະ
ບານ​ເອກະ​ພາບ​ແຫ່ງ​ຊາດ.

ທ່ານ Abdullah Abdullah ​ແລະ ທ່ານ Ashraf Ghani ບໍ່
​ສາມາດ​ຕົກລົງ​ກັນ​ໄດ້ ​ກ່ຽວ​ກັບ​ການກວດ​ສອບທີ່​ກຳລັງດຳເນີນ
ໄປ​ຢູ່ ບັດ​ເລືອກຕັ້ງ 8 ລ້ານ​ບັດ​ ​ຈາກ​ການເລືອກຕັ້ງ​ປະທານາທິ
ບໍດີ​ຮອບ​ຕັດສິນຊີ້​ຂາດ​ເມື່ອ​ເດືອນ​ແລ້​ວນີ້ ຊຶ່ງ​ໄດ້​ມີ​ການກວດ
​ສອບບັດ ​ໄດ້​ພຽງ​ຈຳນວນ​ນ້ອຍໆ​ເທົ່າ​ນັ້ນ ມາ​ຮອດ​ປັດຈຸບັນ.

ຫຼັງຈາກການ​ເຈລະຈາ​ກັນ​ ກັບລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry
ເປັນ​ມື້​ທີ​ສອງຢູ່​ກາ​ບູລ ​ໃນ​ວັນ​ສຸກ​ວານ​ນີ້ ຜູ້​ສະມັກ​ທັງ​ສອງ​ໄດ້​ລົງ​ນາມ​ໃນ​ ຂໍ້​ຕົກລົງ​ທີ່​ກ່າວ​
ວ່າ ພວກ​ເຂົາເຈົ້າຈະ​ຮ່ວມ​ມືກັນ​ໃນ​ການ​ຈັດຕັ້ງ ລັດຖະບານ​ເອກະ​ພາບ​ແຫ່ງ​ຊາດ ຫຼັງຈາກ
​ການກວດ​ສອບ​ໄດ້​ສິ້ນສຸດ​ລົງ​ຢ່າງ​ສົມບູນ.

ຢູ່​ໃນ​ການ​ຖະ​ແຫລ​ງຕໍ່​ຜູ້​ສື່​ຂ່າວ ຄຽງຂ້າງທ່ານ ​ທ່ານ Ghani ກັບທ່ານ Kerry ​ ທ່ານ
Abdullah ​ກ່າວ​ວ່າ ຂໍ້​ຕົກ​ລົງ​ນີ້ ​ແມ່ນ “ບາດກ້າວໄປ​ຂ້າງ​ໜ້າອີກ​ອັນ​ນຶ່ງ ​ໃນ​ຜົນ​ປະ​
ໂຫຍ​ດ ຂອງ​ການເສີມສ້າງ​ ຄວາມເປັນ​ເອກະ​ພາບ​ຂອງ​ປະ​ເທດ ​ເສີມ​ຄວາມ​
ເຂ້ມ​ແຂງ​ ໃຫ້​ແກ່​ຕົວ​ບົດ​ກົດໝາຍ​ ໃນ​ປະ​ເທດ ​ແລະ ນຳມາ​ຊຶ່ງຄວາມ​ຫວັງ​
ສຳຫລັບ​ອະນາ​ຄົດ​ ທີ່​ດີ​ຂຶ້ນ ​ເພື່ອ​ປະຊາຊົນ​ຂອງ​ອັຟກາ​ນິສຖານ.”

ທ່ານ Kerry ກ່າວ​ວ່າ ຜູ້​ສະມັກທັງ​ສອງ​ໄດ້​ຕົກ​ລົງ​ທີ່​ຈະ​ຍອມ​ຮັບ​ເອົາ ​ຜົນການກວດ​ກາ
​ບັດ​ນັ້ນ ​ແລະ ​ທ່ານ​ໃຫ້ຂໍ້​ສັງ​ເກດ​ວ່າ “ຜູ້ ​ໃດ​ຜູ້ນຶ່ງ​ໃນນີ້ ​ແມ່ນ​ຈະ​ໄດ້​ເປັນ​ປະທານາທິ
ບໍດີ ​ແຕ່ ເຖິງ​ຢ່າງ​ໃດ​ກໍຕາມ ​ພວກ​ເຂົາ​ເຈົ້າ​ທັງ​ສອງ​ ແມ່ນ​ຈະ​ມີ​ບົດບາດ​ທີ່ສຳຄັນ​
ຕໍ່​ອະນາ​ຄົດ​ ຂອງ​ອັຟກາ​ນິສຖານ​.”

ສະຫະລັດຕ້ອງການ ​ໃຫ້ປະທານາທິບໍດີອັຟກາ​ນິສຖານຄົນ​ໃໝ່​ ​ເຂົ້າ​ຮັບ​ຕຳແໜ່​ງ ກ່ອນ
ທ້າຍ​ເດືອນ​ນີ້ ກ່ອນກອງ​ປະ​ຊຸມສຸດ​ຍອດ NATO ​ໃນ​ວັນ​ທີ 4 ​ເດືອນ​ກັນຍາທີ່​ແຄ້ວ​ນ
Wales ຂອງ​ອັງກິດ ​ທີ່ຈະ​ເພັ່ງ​ເລັງ​ໃສ່ ບົດບາດ​ຂອງປະຊາ​ຄົມນາໆ​ຊາດ ​ໃນອັ​ຟກາ​ນິສ
ຖານນັ້ນ.

AFGHANISTAN VOSOT
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG