ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ​​​ຊົມ​ເຊີຍ ​​​ຊີ​ເຣຍ ທີ່ປະຕິບັດ​ຕາມ ​ມະຕິ​ຂອງ ສປຊ (ວີດີໂອ/ສະໄລດ໌)


SYRIA VO.mov
please wait
Embed

No media source currently available

0:00 0:00:37 0:00

ການທໍາລາຍຄັງອາວຸດເຄມີຂອງຊີເຣຍ

ນຶ່ງ​ມື້ ຫຼັງຈາກ​ພວກກວດການາໆ​ຊາດ​ໄດ້​ເລີ່​ມລົງ​ມື​ທໍາລາຍ
ຄັງ​ອາວຸດ​ເຄມີ​ຂອງ​ຊີ​ເຣຍ, ລັດຖະມົນຕີ​ການ​ຕ່າງ​ປະ​ເທດ
ສະຫະລັດ ທ່ານ John Kerry ​ໄດ້​ກ່າວ​ຊົມ​ເຊີຍລັດຖະບານ​
ຊີ​ເຣຍ ທີ່ໄດ້​ປະຕິບັດ​ຕາມ​ມະຕິ​ຂອງສະພາຄວາມ​ໝັ້ນຄົງ​
ສະຫະປະຊາ​ຊາດ ຢ່າງ​ໄວວາ​ນັ້ນ.

ທ່ານ Kerry ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ​ “​ມັນ​ເປັນເລື້ອງທີ່ມີ​
ຄວາມໝາຍສໍາ​ຄັນຫລາຍ”
ທີ່​ວ່າອາວຸດ​ຊຸດ​ທໍາ​ອິດ​ໄດ້
ຖືກທໍາລາຍ​ ນຶ່ງອາທິດ​ຫຼັງ​ຈາກ​ທີ່ສະພາຄວາມ​ໝັ້ນຄົງ​ສະ
ຫະປະຊາ​ຊາດ​ໄດ້​ຮັບ​ຜ່ານມະຕິ​ ຊຶ່ງ ທ່ານ Kerry ກ່າວ​ວ່າ:

“ຂ້າພະ​ເຈົ້າຈະ​ບໍ່ຮັບປະກັນ ​ໃນ​ມື້​ນີ້ ​ໃນ​ສິ່ງ​ທີ່ຈະເກີດ​ຂຶ້ນ​ໃນ​ອີກ​ຫຼາຍໆ​
ເດືອນຕໍ່ໜ້າ​, ​ແຕ່​ວ່າ ​ມັນ​ເປັນການ​ເລີ່​ມຕົ້ນ​ທີ່​ດີ ​ແລະ​ພວກ​ເຮົາ​ກໍ​ຄວນ​
ຈະ​ຍິນ​ດີ​ກັບ​ການ​ເລີ່​ມຕົ້ນທີ່​ດີ.”




ທ່ານ Kerry ​ໄດ້​ພົບປະ​ໃນ​ວັນ​ຈັນ​ມື້​ນີ້ ຢູ່ທີ່ອິນ​ໂດ​ເນ​ເຊຍ ​ກັບລັດຖະມົນຕີ​ການ​ຕ່າງ​ປະ​ເທດ
ຣັດ​ເຊຍ ທ່ານ Sergei Lavrof ​ທີ່​ກ່າວ​ວ່າ ຣັດ​ເຊຍ​ທີ່​ເປັນພັນທະ​ມິດ​ກັບຊີ​ເຣຍນັ້ນ​ ຈະ​ເຮັດ
​ທຸກ​ວິທີ​ທາງ​ໃນ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອຮັບປະກັນໃຫ້ປະທານາທິບໍດີຊີ​ເຣຍ ທ່ານ
Bashar a-Assad ໃຫ້ການຮ່ວມ​ມື ​ໃນ​ເລື້ອງ​ນີ້.

ທ່ານ Kerry ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ ທັງທ່ານ ກັບ​ທ່າ​ນ Lavrof ​ໄດ້​ຕົກລົງທີ່​ຈະ​ພົບ
ປະ​ກັບ ທູດ​ພິ​ເສດ​ຂອງ​ອົງ​ການສະຫະ​ປະຊາ​ຊາດ​ແລະສັນ​ນິບາດ​ອາຣັບ ທ່ານ Lakhdar
Brahimi ​ເພື່ອ​ຊຸກຍູ້​ໃຫ້ມີການຈັດ​ຕັ້ງ​ວັນ​ເວລາ​ຂຶ້ນ ສໍາລັບ​ກອງ​ປະຊຸມ​ສັນຕິ​ກ່ຽວ​ກັບ​ຊີ​ເຣຍ ​
ໃນ​ເດືອນ​ພະຈິກ​ຈະ​ມາ​ນີ້. ບັນດາ​ນັກ​ການ​ທູດ​ໄດ້​ພະຍາຍາມ​ມາ​ເປັນ​ເວລາ​ຫຼາຍໆ​ເດືອນ
​ແລ້ວ ທີ່ຈັດ​ກອງ​ປະຊຸມນີ້​ຂຶ້ນ ​ແຕ່​ຄວາມ​ພະຍາຍາມ​ດັ່ງກ່າວ​ນີ້ໄດ້ຖືກຊັກ​ຊ້າ​ອອກ​ໄປ
ຊໍ້າ​ແລ້ວ​ຊໍ້າ​ອີກ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG