ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ແຄຣີ ວາງແຜນ ຈັດການເຈລະຈາ ຫຼາຍຝ່າຍ ກ່ຽວກັບ ໄລຍະຂ້າມຜ່ານ ຂອງຊີເຣຍ


ລັດຖະມົນຕີ ຕ່າງປະ​ເທດ ສະຫະ​ລັດ ທ່ານ John Kerry ຕອບຄຳຖາມຕ່າງໆ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຮ່ວມກັບ ລັດຖະມົນຕີຕ່າງປະເທດ ສະເປນ ທ່ານ Jose Manuel Garcia Margallo ຢູ່ທີ່ ວັງ Santa Cruz ຂອງກະຊວງການຕ່າງປະເທດ ສະເປນ ໃນນະຄອນ Madrid, ປະເທດສະເປນ, ເມື່ອວັນຈັນ ທີ 19 ຕຸລາ 2015.
ລັດຖະມົນຕີ ຕ່າງປະ​ເທດ ສະຫະ​ລັດ ທ່ານ John Kerry ຕອບຄຳຖາມຕ່າງໆ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຮ່ວມກັບ ລັດຖະມົນຕີຕ່າງປະເທດ ສະເປນ ທ່ານ Jose Manuel Garcia Margallo ຢູ່ທີ່ ວັງ Santa Cruz ຂອງກະຊວງການຕ່າງປະເທດ ສະເປນ ໃນນະຄອນ Madrid, ປະເທດສະເປນ, ເມື່ອວັນຈັນ ທີ 19 ຕຸລາ 2015.

ລັດຖະມົນຕີ ຕ່າງປະ​ເທດ ສະຫະ​ລັດ ທ່ານ John Kerry ກ່າວ
​ໃນ​ວັນ​ຈັນ​ມື້​ນີ້ ວ່າ ທ່ານ​ຈະ​ພົບ​ປະ​ກັບ ບັນດາ​ຜູ້ນຳ​ຣັດ​ເຊຍ ​ເທີ​ກີ
ຊາ​ອຸ​ດີ ອາ​ເຣເບຍ ​ແລະ ຈໍ​ແດນ ໃນ​ສັບປະດານີ້ ເພື່ອ​ປຶກສາ​ຫາລື
ຫາ​ທາງ​ເລືອກ ສຳ​ຫລັບ ​ການ​ເລີ້ມ​ຄືນ ​ຂະ​ບວນການ ທີ່​ຈະ​ນຳ​ມາ
ຊຶ່ງ​ຂໍ້​ແກ້​ໄຂ​ທາງ​ດ້ານ​ການ​ເມືອງ ຂອງ​ສະຖານະ​ການ​ໃນ​ຊີ​ເຣຍ.

ທ່ານ Kerry ​ໄດ້​ກ່າວ ​ໃນ​ລະຫວ່າງ ການ​ເດີນທາງຢ້ຽມຢາມ
ປະ​ເທດສະ​ເປ​ນ ວ່າ ສະຫະລັດ​ຢາກ​ລີ​ກລ່ຽງ “ການ​ດັບ​ສູນ​
ໝົດ​ກ້ຽງ​”
ຕໍ່​ຊີ​ເຣຍ ​ແລະ ວ່າ ທ່ານ​ກຳລັງ​ຈະ​ເຂົ້າຮ່ວມ​ການ​
ເຈລະຈາ ດ້ວຍ​ຄວາມ​ຄາດ​ຫວັງ ວ່າ ​ທຸກໆ​ຝ່າຍ​ ຈະ​ພະຍາຍາມ
​ເຂົ້າ​ໃຈ​ໃຫ້​ດີ​ຂຶ້ນອີກ ​ວ່າ ມີທາງ​ເລືອກ​ອັນ​ໃດ​ ​ແລະ ຈະ​ດຳ​ເນີນ​
ການ​ໄດ້​ ໃນວິ​ທີ​ໃດ​.

ທ່ານ Kerry ​ເວົ້າວ່າ “ທຸກໆ​ຄົນ ລວມທັງ ຣັດ​ເຊຍ ​ແລະ ອີຣ່ານ ຊຶ່ງທັງ​ສອງ​ ໄດ້
​ກ່າວ​ວ່າ ບໍ່​ມີ​ການ​ແກ້​ໄຂ​ທາງ​ດ້ານ​ທະຫານ ດັ່ງນັ້ນ ພວກ​ເຮົາ​ຈຶ່ງຢາກ​ຈະ​ຮູ້​ ກ່ຽວ​
ກັບ ຄວາມ​ພະຍາຍາມ​ທີ່​ຈະ​ຫາ​ຂໍ້​ແກ້​ໄຂ​ທາງ​ດ້ານ​ການ​ເມືອງ. ອັນ​ນີ້ ​ແມ່ນ​ໄພພິບັດ​
ຂອງມ​ວນມະນຸດ ທີ່​ບັດ​ນີ້ ​ເປັນ​ໄພ​ຂົ່ມຂູ່ ຕໍ່​ຄວາມ​ເຊື່ອ​ຖື ຂອງ​ກຸ່ມ​ທັງ​ໝົດ ທີ່​ລວມ
ມີບັນດາ​ປະ​ເທດ ​ຢູ່ອ້ອມແອ້ມ​ຂົງ​ເຂດນັ້ນ.”

ພາບຖ່າຍນີ້ ເອົາມາຈາກ ໜ້າເວັບໄຊ້ ຂອງກະຊວງການຕ່າງປະເທດ ຣັດເຊຍ ເມື່ອວັນສຸກ ທີ 16 2015 ທີ່ສະແດງໃຫ້ເຫັນ ການໂຈມຕີທາງອາກາດ ຕໍ່ເປົ້າໝາຍ ແຫ່ງນຶ່ງ ຂອງຣັດເຊຍ ໃນຊີເຣຍ.
ພາບຖ່າຍນີ້ ເອົາມາຈາກ ໜ້າເວັບໄຊ້ ຂອງກະຊວງການຕ່າງປະເທດ ຣັດເຊຍ ເມື່ອວັນສຸກ ທີ 16 2015 ທີ່ສະແດງໃຫ້ເຫັນ ການໂຈມຕີທາງອາກາດ ຕໍ່ເປົ້າໝາຍ ແຫ່ງນຶ່ງ ຂອງຣັດເຊຍ ໃນຊີເຣຍ.

ຣັດ​ເຊຍ ​ໄດ້​ດຳ​ເນີນ​ການ ​ໂຈມ​ຕີ​ທາງ​ອາກາດ ​ເປັນ​ເວລາ 3 ອາທິດ​ແລ້ວ ​ໃນ​ການ​ສະໜັບ
ສະໜູນ ​ກອງທະຫານ​ຊີເຣຍ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຕໍ່​ສູ້ ທີ່​ໄດ້​ດຶງ​ດູດ​ການ​ຕຳ​ໜິຕິຕຽນ
ຢ່າງ​ໜັກ ຈາກ​ສະຫະລັດ ​ແລະ ປະ​ເທດ​ອື່ນໆ ທີ່​ກ່າວ​ວ່າ ກອງ​ກຳລັງຣັດ​ເຊຍ ​ໄດ້​ໂຈມ​ຕີ​
ເປົ້າ​ໝາຍ​ ພວກ​ຕໍ່ຕ້ານ​ລັດຖະບານ​ຊີ​ເຣຍ ສ່ວນ​ໃຫຍ່ ​ແລະ ບໍ່ແມ່ນ​ພວກ​ຫົວ​ຮຸນ​ແຮງ​
ລັດ​ອິສລາມ.

ທ່ານ Kerry ກ່າວ​ວ່າ ຖ້າຣັດ​ເຊຍ ຢູ່​ນະ​ທີ່​ນັ້ນ ພຽງ​ແຕ່ ​ເພື່ອ “​ຄ້ຳຊູ” ປະທານາທິບໍດີ ຊີ​ເຣຍ
ທ່ານ Bshar al-Assad ​ເທົ່າ​ນັ້ນ​ ແລ້ວກໍ​ແມ່ນວ່າພວກເຂົາ​ເຈົ້າ​ ພຽງ​ແຕ່​ຈະດຶງ​ດູດ​ພວກ​
ຫົວ​ຮຸນ​ແຮງ ​ໃຫ້​ຕໍ່ສູ້ຫຼາຍຂຶ້ນຕື່ມ.

ທ່ານ Kerry ​ເວົ້າອີກ​ວ່າ “ຖ້າ ​ໃນ​ອີກ​ດ້ານ​ນຶ່ງ ຣັດ​ເຊຍ ຢູ່​ທີ່​ນັ້ນ ​ເພື່ອ​ຊ່ວຍ​ເຫຼືອ ທ່ານ
Assad ຫາ​ທາງ​ແກ້​ໄຂ​ທາງ​ດ້ານ​ການ​ເມືອງ ພ້ອມ​ດ້ວຍ ການຕໍ່ສູ້ ​ພວກ Daesh
ຫຼື ​ຄຳ​ຫຍໍ້​ຈາກ​ພາສາ​ອາຣັບ ສຳ​ຫລັບພວກລັດ​ອິສລາມ ​ແລະ ການ​ກໍ່​ການ​ຮ້າຍ ​
ແລ້ວ​ມັນກໍ​ອາດ​ເປັນ​ໄປ​ໄດ້ ວ່າ ຈະມີ​ຫົນທາງທີ່​ແຕກ​ຕ່າງ​ໄປຫຼາຍກວ່າ​ນີ້.”

XS
SM
MD
LG