ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ແຄຣີ ເວົ້າວ່າ ສະຫະລັດ ຈະບໍ່ສົ່ງ ທະຫານ ໄປອີຣັກ (ວີດີໂອ)


ທ່ານ ຈອນ ແຄຣີ ລັດຖະມົນຕີຕ່າງປະເທດ ສະຫະລັດ
ທ່ານ ຈອນ ແຄຣີ ລັດຖະມົນຕີຕ່າງປະເທດ ສະຫະລັດ
ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ​ ເວົ້າ​ວ່າ ສະຫະລັດ​ສະໜັບ ສະໜຸນ​ອີຣັກ ທີ່​ທໍາການ​ສູ້​ລົບ​ກັບກຸ່ມ​ຫົວ​ຮຸນ​ແຮງອາລຄາ​ອີ​ດາ ​ທີ່​ຍຶດ​ເອົາ ​ເມືອງ​ນຶ່ງ​ ໃນ​ແຂວງ Anbar ນັ້ນ.

​ແຕ່ແນວ​ໃດ​ກໍ​ດີ ທ່ານຈອນ​ແຄ​ຣີ ກໍ​ໄດ້​ເວົ້າ​ເມື່ອ​ວັນ​ອາທິດ​ມື້​ນີ້​ວ່າ ສະຫະ ລັດ​ຈະບໍ່​ສົ່ງ​ທະຫານ ​ໄປ​ອີຣັກ ​ໂດຍ​ເອີ້ນ​ການ​ສູ້​ລົບ​ດັ່ງກ່າວ​ນັ້ນວ່າ ເປັນ ການ​ສູ້​ລົບ​ຂອງພວກ​ເຂົາ​ເຈົ້າ​ເອງ ຊຶ່ງ​ທ່ານ​ແຄ​ຣີ ກ່າ​ວຍໍ້າວ່າ ສະຫະລັດ​ຈະ​ບໍ່​ພິຈາລະ​ນາ​ກ່ຽວ​ກັບ​ການ​ສົ່ງ​ກຳລັງ ພາກພື້ນດິນ ​ເຂົ້າ​ໄປ​ໃນ​ອີ​ຣັກ.

ທ່ານ​ແຄ​ຣີ ​ໄດ້​ໃຫ້​ຄວາມ​ເຫັນ​ດັ່ງກ່າວນີ້ ກ່ອນ​ທ່ານ​ຈະ​ເດີນທາງ ອອກ​ຈາກ​ນະຄອນ Jerusalem ​ໄປ​ຍັງ​ປະ​ເທດ Jordan ​ແລະ Saudi Arabia ບ່ອນ​ທີ່​ທ່ານ​ຈະ​ປຶກສາ​ຫາລື​ຄວາມ​ພະຍາຍາມ​ຂອງ​ທ່ານ ​ເພື່ອໄກ່​ເກ່ຍ​ໃຫ້​ມີສັນຕິພາບ​ລະຫວ່າງ​ອີສຣາ​ແອ​ລ ​ແລະ​ປາ​ແລັສ​ໄຕ. ທ່ານ ​ແຄ​ຣີ ຢູ່​ໃນ​ຂົງ​ເຂດ​ນີ້ ​ເປັນ​ເວລາຫຼາຍວັນ ​ແລະ​ໄດ້​ເຈລະຈາ​ກັບ​ປະທານາ ທິບໍດີ​ປາ​ແລັສ​ໄຕ ທ່ານ Mahmoud Abbas ​ແລະ​ນາຍົກລັດຖະມົນຕີ ອີສຣາ​ແອລ ທ່ານ Banjamin Netanyahu.

ລັດຖະມົນຕີແຄ​ຣີ ​ເວົ້າ​ວ່າ ທ່ານ​ໄດ້​ສ້າງ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ຂັ້ນ​ຕອນ ການສ້າງສັນ​ຕິ​ພາບ​ໃນ​ພາກຕາ​ເວັນ​ອອກກາງ ​ແຕ່​ກໍ​ຍັງ​ມີ​ພາລະ​ອີກຫຼາຍ ຢ່າງ​ທີ່​ຈະ​ຕ້ອງ​ປະຕິບັດ. ທ່ານ​ແຄ​ຣີ ​ເວົ້າ​ວ່າ ທ່ານ​ຫວັງ​ວ່າ ຜູ້​ນໍາ​ອີສຣາ ​ແອ​ລ ​ແລະ​ປາ​ແລັສ​ໄຕ ຈະ​ຕົກລົງ​ກັນ​ໄດ້​ໃນ​ແຜນການ​ສ້າງສັນ​ຕິ​ພາ​ບດັ່ງ ກ່າວ ​ໃນ​ບໍ່​ຊ້າ​ນີ້.

ທ່ານ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດເວົ້າ​ວ່າ ຂໍ້​ຕົກລົງ​ຂອງ​ຂອບ​ເຂດ ປະຕິບັດ​ງານ​ນັ້ນ ຈະ​ເປັນ​ຜົນ​ສໍາ​ເລັດ​ທີ່​ສໍາຄັນ ​ເຖິງ​ແມ່ນ​ຈະ​ມີ​ຄວາມ​ໝັ້ນ ​ໃຈ​ໜ້ອຍ​ກວ່າ ​ເປົ້າໝາຍ​ໃນ​ເບື້ອງ​ຕົ້ນ​ຂອງ​ທ່ານ ​ໃນ​ການ​ບັນລຸ​ ຂໍ້​ຕົກລົງ ສັນຕິພາບ​ໂດຍ​ສົມບູນ​ໃຫ້​ໄດ້ ​ໃນ​ເດືອນ​ເມສາ​ຕໍ່ໜ້າ​ນີ້.

ທ່ານ ​ແຄ​ຣີ ມີ​ກໍາໜົດ​ຈະ​ກັບ​ຄືນ​ໄປ​ຍັງ​ນະຄອນ Jerusalem ອີກ ​ເພື່ອ ​ເຈລະຈາ​ກັບນາຍົກ ລັດຖະມົນ​ຕີ​ອີສຣາ​ແອ​ລ.

Kerry
please wait
Embed

No media source currently available

0:00 0:01:40 0:00
XS
SM
MD
LG