ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນໂຕ້ ຮຽກຮ້ອງໃຫ້ ທ່ານກາໄຊ ລົງນາມ ໃນຂໍ້ຕົກລົງ ຄວາມປອດໄພ


ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ຮ່ວມກອງປະຊຸມ ບັນດາລັດຖະມົນ ຕ່າງປະເທດ ທີ່ ກຸງບຣັສເຊີລສ໌
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ຮ່ວມກອງປະຊຸມ ບັນດາລັດຖະມົນ ຕ່າງປະເທດ ທີ່ ກຸງບຣັສເຊີລສ໌
ບັນດາ​ເຈົ້າ​ໜ້າທີ່ສະຫະລັດ ​ແລະ​ອົງການ NATO ກໍາ​ລັງ​ທຳ​
ຄວາມ​ກົດ​ດັນຄັ້ງ​ໃໝ່​ໃຫ້ບັນດາ​ຜູ້​ນໍາອັຟກາ​ນິສຖານ ອະນຸຍາດ​
ໃຫ້ທະຫານ​ນາໆ​ຊາດຫລາຍ​ພັນ​ຄົນ ​ຢູ່​ໃນອັຟກາ​ນິສຖານ​ຕໍ່​ໄປ
ກາຍທ້າຍ​ປີໜ້າ.

​ພວກ​ເຈົ້າໜ້າ​ທີ່​ເຫຼົ່ານີ້ ຕ້ອງການ​ຢາກ​ໃຫ້​ທະຫານ​ຈໍາ​ນວນ​ນຶ່ງ ຢູ່​
ໃນອັ​ຟກາ​ນິສ ຖານຕໍ່​ໄປ ​ເພື່ອ​ສືບ​ຕໍ່​ການເຝິກ​ແອບ ​ແລະ​ໃຫ້​ຄໍາ​
ແນະ​ນໍາ ​ແກ່ທະຫານ​ຂອງ​ປະ ​ເທດ​ດັ່ງກ່າວຫລັງ​ຈາກເກີດສົງ
ຄາມ​ມາ​ໄດ້ 12 ປີ​ແລ້ວ ​ແລະ​ການ​ຈາກ​ໄປ​ຂອງ ກຳລັງ​ສູ້​ລົບ​ນາໆ
​ຊາດ ​ໃນ​ທ້າຍ​ປີ 2014. ປະທານາທິບໍດີອັຟກາ​ນິສຖານທ່ານ
Hamid Karzai ​ໄດ້​ຂັດ​ຂືນ ​ບໍ່​ຍອມເຊັນ​ຂໍ້​ຕົກລົງ​ວ່າ​ດ້ວຍ​ຄວາມ
​ປອດ​ໄພ​ໃໝ່ ກັບສະຫະລັດ.

ລັດ​ທະ​ມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ກ່າວ​ໃນ
​ວັນ​ອັງຄານ ວານ​ນີ້ ທີ່ສຳນັກງານ​ໃຫຍ່ ​ຂອງ​ອົງການ NATO ທີ່​
ນະຄອນບຣັສ​ເຊີ​ລສວ່າ ​ມັນ​ເປັນ​ເດີມ​ພັນ​ທີ່ຫລາຍ​ໄປ​ກວ່າຄວາມ​
ສຳພັນ ລະຫວ່າງອັຟກາ​ນິສຖານ ​ແລະ ສະຫະລັດ.

ທ່ານ Kerry ​ເວົ້າວ່າ “ນີ້​ບໍ່​ແມ່ນ​ການ​ເຮັດ​ຫລີ້ນ. ນີ້ແມ່ນ​ວຽກ​ການ​ທີ່ເອົາ​ຈິ​ງ​ເອົາ​ຈັງ. ມີ​ຢູ່ 50 ກວ່າ
ປະ​ເທດ ຊຶ່ງໄດ້​ເຂົ້າຮ່ວມ​ພົວພັນ ​ຜ່ານ​ອົງການ NATO ໃນ​ຄວາມ​ພະຍາຍາມ​ໃຫ້ການ​ຊ່ວຍ​
ເຫລືອ​ແກ່ອັຟກາ​ນິສຖານ ​ແລະ​ບັນດາ​ປະ​ເທດ​ເຫລົ່າ​ນີ້​ມີງົບປະ​ມານ​ໃນ​ແຕ່ລະ​ປີ. ປະ​ເທດເຫລົ່າ​
ນີ້ ຕ້ອງ​ໄດ້ມີ​ການວາງແຜນ​ທີ່​ຈະ​ຕ້ອງ​ໄດ້​ປະຕິບັດຕາມ. ປະ​ເທດ​ເຫລົ່າ​ນີ້ ມີ​ເຄຶ່ອງ​ໄມ້​ເຄຶ່ອງມືທີ່​
ຈຳ​ເປັນ​ຕ່າງໆ. ແລະ​ການຈັດ​ສົ່ງ​ເຄື່ອງມື​ເຫຼົ່ານີ້ ​ແລະ​ສິ່ງ​ທັງຫລາຍ​ ຕ້ອງ​ໄດ້​ມີ​ການຄຸ້ມ​ຄອງ​ຢ່າງ​
ດີ​ທີ່ສຸດ ​ດ້ວຍ​ການວາງ​ແຜນ.”

ທ່ານ Kerry ກ່າວ​ວ່າ ສ່ວນ​ໃຫຍ່​ຂອງອັຟກາ​ນິສຖານ ທີ່ຕາງໜ້າ​ດ້ວຍ​ສະພາ​ອາວຸ​ໂສ​ຂອງ​ຊົນ​
ເຜົ່າທີ່​ຮູ້​ກັນໃນ​ນາມ​ສະພາ Loya Jirga ນັ້ນ ​ໄດ້​ລົງ​ຄວາມ​ເຫັນໃຫ້​ເຊັນຂໍ້​ຕົກລົງຄວາມ​ປອດ​ໄພ
ດັ່ງກ່າວ​ເພື່ອໃຫ້ການ​ໂອນ​ການ​ຮັກສາຄວາມ ​ປອດ​ໄພ​ໃນ​ອັຟກາ​ນິສຖານດຳ​ເນີນ​ໄປ​ຢ່າງ​ມີ​ປະ
ສິດທິ​ຜົນ.
XS
SM
MD
LG