ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ພະຍາຍາມ ຮື້ຟື້ນການເຈລະຈາ ລະຫວ່າງອິສຣາແອລ ແລະປາແລສໄຕ (ວີດິໂອ/ສະໄລດ໌)


ສະຫະລັດສືບຕໍ່ດໍາເນີນຄວາມພະຍາຍາມ ເພື່ອຮື້ຟື້ນ ການເຈລະຈາສັນຕິພາບ ລະຫວ່າງອິສຣາແອລ ແລະປາແລສໄຕ.

ສະຫະລັດສືບຕໍ່ດໍາເນີນຄວາມພະຍາຍາມ ເພື່ອຮື້ຟື້ນການ
ເຈລະຈາສັນຕິພາບ ລະຫວ່າງອິສຣາແອລແລະປາແລສໄຕ
ໃນວັນຈັນມື້ນີ້ ໂດຍມີທ່ານ ຈອນ ແຄຣີ ລັດຖະມົນຕີການຕ່າງ
ປະເທດ ທໍາການເຈລະຈາກັບທັງເຈົ້າໜ້າທີ່ອິສຣາແອລ ແລະ
ປາແລສໄຕ.

ວັນຈັນມື້ນີ້ ທ່ານ ແຄຣີ ໄດ້ເຂົ້າຮ່ວມພິທີຊຶ່ງເປັນຂີດໝາຍ
ລະນຶກເຖິງວັນທໍາ ລາຍລ້າງຜານຊາວຢີວ ຫລື Holocaust
Remembrance Day ຂອງອິສຣາແອລ ກ່ອນຈະພົບກັບນາ
ຍົກລັດຖະມົນຕີ Salam Fayyad ຂອງປາແລສໄຕ ແລະປະທາ
ນາທິບໍດີ Shimom Peres ຂອງອິສຣາແອລ.

ກະຊວງການຕ່າງປະເທດສະຫະລັດເວົ້າວ່າ ທ່ານ Kerry ຈະກົດດັນໃຫ້ມີການສະແດງ ທ່າທີສ້າງຄວາມເຊື່ອໝັ້ນເຊິ່ງກັນແລະກັນ ຈາກທັງສອງຝ່າຍ ທີ່ຜູ້ນໍາເຂົາເຈົ້າບໍ່ໄດ້ທໍາ ການພົບປະເຈລະຈາສັນຕິພາບກັນ ນັບຕັ້ງແຕ່ການເຈລະຈາເປັນເວລາສັ້ນໆ ໃນເດືອນ
ກັນຍາ ປີ 2010. ບໍ່ເປັນທີ່ຄາດກັນວ່າ ທ່ານ Kerry ຈະສະເໜີແນວຄິດລິເລີ້ມ ໃນການ
ສ້າງສັນຕິພາບຢ່າງເປັນທາງການຂອງສະຫະລັດ ຕໍ່ທັງສອງຝ່າຍແຕ່ຢ່າງໃດ.

ໃນການຢ້ຽມຢາມຄັ້ງນີ້ ທ່ານ Kerry ແມ່ນໄດ້ພົບປະແລ້ວ ກັບປະທານາທາທິບໍດີ
Mahmoud Abbas ຂອງປາແລສໄຕ ພ້ອມທັງ ນາຍົກລັດຖະມົນຕີເທີກີ ທ່ານ
Recept Tayyip Erdogan ແລະທ່ານ Ahmet Davutoglu ລັດຖະມົນຕີການຕ່າງ
ປະເທດເທີກີ.

XS
SM
MD
LG