ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ພະຍາຍາມ ຮື້ຟືນ ການ​​ເຈລະຈາ​​ສັນຕິ​ພາບ ໃນພາກຕາເວັນອອກກາງ (ວີດິໂອ)


ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry
ກໍາລັງ​ຊຸກຍູ້​ໃຫ້ມີ​ການຮື້​ຟື້ນ​ການເຈລະຈາສັນຕິ​ພາບຄືນ​ມາ
ລະ​ຫວ່າງ ອິສຣາ​ແອ​ລ​ແລະ​ປາແລ​ສ​ໄຕ​ນ໌ ​ໃນ​ຂະນະ​ທີ່​ທ່ານ
ກໍາລັງ​ພົບ​ປະ​ສົນ​ທະ​ນາ​ກັນ​ ກັບບັນດາ​ຜູ້​ນໍາ​ຈາກ​ທັງ​ສອງ​
ຄູ່​ກໍລະນີ​ໃນ​ການ​ຂັດ​ແຍ້​ງ ທີ່​ມີ​ມາ​ເປັນ​ເວລາ​ດົນ​ນາ​ນນັ້ນ.

ການດໍາ​ເນີນ​ການ​ທູດ​ແບບ​ປ່ຽນໄປປ່ຽນ​ມາ​ລະຫວ່າງ​ປະ​ເທດ
​ຕ່າງໆ​ທີ່​ກ່ຽວຂ້ອງ ​ຂອງ​ທ່ານ Kerry ສືບ​ຕໍ່​ມາໃນ​ວັນ​ພະຫັດ​
ມື້​ນີ້ ທີ່ນະ​ຄອນ​ຫລວງ Amman ບ່ອນທີ່ທ່ານຈະ​ເຂົ້າ​ເຝົ້າ​
ແລະ​ສົນທະນາ ກັບກະສັດ Abdullah ຂອງຈໍແດນ ກ່ອນຈະ
ອອກເດີນທາງໄປJerusalem ເພື່ອໂອ້ລົມ ກັບນາຍົກລັດຖະ
ມົນຕີອິ​ສຣາ​ແອ​ລ ທ່ານ Benjamin Netanyahu. ທ່ານ Kerry ຈະກັບຄືນ​ໄປ Amman
ອີກ​ໃນ​ວັນ​ສຸກ​ມື້​ອື່ນ​ເພື່ອພົບປະກັບ ປະທານາທິບໍດີປາແລ​ສ​ໄຕ​ນ໌ ທ່ານ Mahmoud Abbas.

ທ່ານ Kerry ໄດ້ກ່າວໃນວັນພຸດວານນີ້ວ່າ ຜູ້ນໍາຂອງອິ​ສຣາ​ແອ​ລ​ແລະ​ປາແລ​ສ​ໄຕ​ນ໌ ​
ແມ່ນ​ມີ​ຄວາມ​ໝາຍໝັ້ນ ຕໍ່ການຮື້​ຟື້ນ​ການໂອ້ລົມສົນທະນາກັນຄືນໃໝ່​ ແຕ່ວ່າທ່ານ​
ຍອມຮັບ​ວ່າ ການຈະ​ໃຫ້​ບັນລຸ​ຄວາມ​ກ້າວໜ້າ​ນັ້ນ ​ແມ່ນ​ຈະຍາກລໍາບາກ.

ທ່ານຍັງກ່າວອີກວ່າ ທັງທ່ານ Netanyahu ແລະທ່ານ Abbas ຕ່າງ​ກໍຕ້ອງການຢາກ
​ໃຫ້​ຂັ້ນ​ຕອນ​ສ້າງສັນຕິພາບ ກ້າວໜ້າໄປ. ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ​ເວົ້າວ່າ ທ່ານຈະບໍ່ໄດ້ມາຢູ່ໃນຂົງເຂດໃນ​ເວລານີ້ດອກ ຖ້າຫາກທ່ານບໍ່ຄິດວ່າ ການເຈລະ
ຈາສັນຕິພາບ ຈະ​ຮື້​ຟື້ນ​ຄືນ​ມາບໍ່ໄດ້.

ວີດິໂອ: ທ່ານແຄຣີ ທີ່ພາກຕາເວັນອອກກາງ:

Kerry in Jordan for Talks on Mideast Peace
please wait

No media source currently available

0:00 0:00:37 0:00
ລິງໂດຍກົງ
XS
SM
MD
LG