ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາ ສັນຕິພາບ ພາກຕາເວັນອອກກາງ ຢູ່ໃນຂັ້ນ ຫົວລ້ຽວຫົວຕໍ່ (ວີດີໂອ)


ລັດຖະມົນຕີ ຕ່າງປະເທດ ສຫລ ທ່ານ John Kerry
ລັດຖະມົນຕີ ຕ່າງປະເທດ ສຫລ ທ່ານ John Kerry
ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry
ກ່າວ​ວ່າ ການ​ເຈ​ລະ​ຈາສັນຕິ​ພາບພາກຕາ​ເວັນ​ອອກ​ກາງ
ກຳ​ລັງ​ຢູ່​ໃນ​ “ຂັ້ນຫົວລ້ຽວ​ຫົວ​ຕໍ່” ​ແລະ​ມັນຂື້ນຢູ່ກັບບັນດາ
​ຜູ້ນຳອິສຣາ​ແອ​ລ​ແລະປາ​ແລ​ສໄຕນ໌​ເພື່ອ​ເຮັດ​ໃຫ້ຂັ້ນຕອນ
ການເຈລະຈາ ​ດຳເນີນຕໍ່​ໄປ.

​ໃນລະຫວ່າງການ​ຢ້ຽ​ມຢາມອາລຈີ​ເຣຍນັ້ນ ທ່ານ Kerry
ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ບັນດາ​ຜູ້​ທີ່​ຢູ່​ພາຍ​ນອກ ກໍສາ
ມາດ​ຊຸກ​ຍູ້​ ແລະ​ສົ່ງ​ເສີມໄດ້ ​ແຕ່​ທັງ​ສອງ​ຝ່າຍ​ ​ກ່ຽວຂ້ອງ
ຕ້ອງ​ໄດ້ທຳການ “ຕັດສິນ​ໃຈຂັ້ນພື້ນຖານ ​ແລະ​ຜ່ອນສັ້ນ
ຜ່ອນຍາວ.”

ທ່ານ Kerry ​ໄດ້​ໃຊ້​ເວລາ​ສອງ​ສາມ​ອາທິດຜ່ານມານີ້ ພະຍາຍາມ​ຊ່ວຍ​ໃຫ້ ຂັ້ນ ຕອນ
ການ​ເຈ​ລະ​ຈາ ດຳເນີນຕໍ່ໄປ ​ໃນ​ຂະນະ​ທີ່ກຳນົດພວມຫຍັບໃກ້​ເຂົ້າ​ມາ ສຳ ລັບການ​ລິ​ເລີ້ມຂັ້ນຕົ້ນ ​ເປັນເວລາ​ເກົ້າ​ເດືອນ ທີ່ອິສຣາ​ແອລ ​ແລະປາ​ແລ​ສໄຕນ໌ ​ໄດ້ເຫັນ​ດີ​ກັນ ​ໃນ​ປີ​ກາຍ​ນີ້.

ທ່ານກ່າວໃນ​ວັນ​ພະຫັ​ດມື້​ນີ້​ວ່າ “ບັນດາ​ຜູ້​ນຳຕ້ອງ​ນຳພາ” ​ແລະ​ມອງຫາໂອ ກາດ​ ໃນ​ເວລາ​ທີ່​ເຂົາ​ເຈົ້າ​ຢູ່​ທີ່​ນັ້ນ.

​ເຈົ້າ​ໜ້າ​ທີ່​ອ​ະວຸ​ໂສຄົນ​ນຶ່ງ ຂອງກະຊວງ​ການ​ຕ່າງປະ​ເທດສະຫະລັດ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ບໍ່​ມີ​ຝ່າຍ​ໃດ​ກ່າວ​ວ່າ ​ເຂົາ​ເຈົ້າຢາກ​ຍຸດຕິການ​ເຈ​ລະຈາ. ບັນດາ​ຜູ້​ເຈລະຈາ
ສະຫະລັດ ອິສຣາ​ແອ​ລ ​ແລະ​ປາ​ແລ​ສໄຕນ໌ ​ໄດ້ພົບປະ​ກັນ​ໃນ​ຄືນ​ວັນ​ພຸດ​ວານ​ນີ້.

​ເຈົ້າ​ໜ້າ​ທີ່​ຂັ້ນສູງ ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ ຍັງ​ກ່າວ​ອີກ​ວ່າ ທັງ​ສອງ​ຝ່າຍ ​“ໄດ້​ເອົາບາດກ້າວ” ທີ່​ບໍ່​ຊ່ວຍ​ຫຍັງ.

ອິສຣາ​ແອ​ລ ປະຕິ​ເສດ ທີ່​ຈະ​ປ່ອຍ​ນັກ​ໂທດ ປາ​ແລ​ສໄຕນ໌ກຸ່ມ​ສຸດ​ທ້າຍ ​ແລະ​ໃນ​ວັນ​ອັງຄານຜ່ານມາ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ສັນຍາ​ປະມູນໃໝ່ໃນການ​ສ້າງ​ເຮືອນ 700 ຫລັງ ​ຢູ່​ທາງກຳ້ຕາ​ເວັນ​ອອກ ຂອງ​ນະຄອນ Jerusalem.
Negotiators to Meet on Snagged Mideast Peace Talks
please wait

No media source currently available

0:00 0:02:42 0:00
XS
SM
MD
LG