ທ່ານ ຈອນ ແຄຣີ ລັດຖະມົນຕີຕ່າງປະເທດສະຫະລັດ ໄດ້ເດີນທາງໄປເຖິງອີຈິບ ຊຶ່ງເປັນບ່ອນຢຸດແວ່ແຫ່ງທໍາອິດໃນການຢ້ຽມຢາມທາງການທູດເກົ້າວັນຂອງທ່ານ ໃນເຂດຕາເວັນອອກກາງ ແລະຢູໂຣບ.
ການຢ້ຽມຢາມນະຄອນຫຼວງໄຄໂຣ ຂອງທ່ານ ແຄຣີ ໃນວັນອາທິດມື້ນີ້ ມີຂຶ້ນມື້ນຶ່ງ ກ່ອນການເລີ່ມຕົ້ນການດໍາເນີນຄະດີປະທານາທິບໍດີ Mohamed Morsi ທີ່ຖືກໂຄ່ນລົ້ມຜູ້ທີ່ຖືກຂັບໄລ່ໃຫ້ລົງຈາກອໍານາດໂດຍພວກທະຫານ ເມື່ອເດືອນກໍລະກົດຜ່ານມາ ແລະຕັ້ງຂໍ້ຫາວ່າເປັນຜູ້ຍຸຍົງການເຂັ່ນຂ້າພວກປະທ້ວງ ຢູ່ນອກບໍລິເວນທໍານຽບປະທານາທິບໍດີ ໃນເດືອນທັນວາຜ່ານມາ.
ລັດຖະບານໂອບາມາ ໄດ້ກັກເງິນການຊ່ວຍເຫຼືອທາງທະຫານປະຈໍາປີ ຂອງຕົນແກ່ອີຈິບ ໃນມູນຄ່າ ນຶ່ງພັນສາມຮ້ອຍລ້ານໂດລ່າ ຍ້ອນເຫດ ການນອງເລືອດ ແລະຄວາມວຸ້ນວາຍທາງການເມືອງນັ້ນ.
ທ່ານ ແຄຣີ ຈະເດີນທາງຕໍ່ໄປຍັງ Saudi Arabia ໃນຕອນບ່າຍວັນ ອາທິດມື້ນີ້ ເພື່ອເຈລະຈາກັບບັນດາຜູ້ນໍາ Saudi Arabia ກ່ຽວກັບອີຈິບ ສົງຄາມກາງເມືອງໃນຊີເຣຍ ແລະການເຈລະຈາຕໍ່ຮອງກ່ຽວກັບໂຄງການນີວເຄຼຍ ຂອງອິຣ່ານ.