ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ແລະທ່ານ Lavrov ກ່າວວ່າ ຂໍ້ຕົກລົງ ສະບັບໃໝ່ ກ່ຽວກັບຊີເຣຍ ເກືອບ ຈະສຳເລັດແລ້ວ


ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry (ຊ້າຍ) ແລະລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ Sergei Lavrov ໂອ້ລົມກັບພວກນັກຂ່າວ ທີ່ນະຄອນເຈນີວາ. (26 ສິງຫາ 2016)
ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry (ຊ້າຍ) ແລະລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ Sergei Lavrov ໂອ້ລົມກັບພວກນັກຂ່າວ ທີ່ນະຄອນເຈນີວາ. (26 ສິງຫາ 2016)

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ໃນ​ວັນ​ສຸກວານ​ນີ້ວ່າ ສະຖານະ​ການ​ໃນ​ຊີ​ເຣຍ​ໄດ້​ຊຸດ​ໂຊມ​ລົງ​ຢ່າງໜັກ ນັບ​ຕັ້ງ​ແຕ່​ໄດ້​ມີ​ຄວາມ​ສະຫງົບເປັນ​ເວ ລາ​ສັ້ນໆ ລຸນ​ຫລັງ​ທີ່​ໄດ້​ບັນລຸ​ຂໍ້​ຕົກລົງ​ຢຸດ​ຍິງ​ເມື່ອ​ເດືອນກຸມພາ​ຜ່ານ​ມາ ​ແຕ່​ກໍ​ໃຫ້​ຄຳ​ໝັ້ນ ສັນຍາ​ວ່າ ສະຫະລັດ​ແລະຣັດ​ເຊຍແມ່ນ​ໃກ້​ທີ່ຈະ​ບັນລຸ​ຂໍ້​ຕົກລົງ​ສະບັບ​ໃໝ່ທີ່​ມີ​ຄວາ​ມຄົງ​ທົນ​ຖາວອນ​ຫຼາຍກວ່າ​ເກົ່າ.

ທ່ານ Kerry ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ຢູ່​ນະຄອນ​ເຈ​ນີວາຫຼັງ​ຈາກ​ໄດ້​ພົບ​ປະ​ຢ່າງ​ຍືດຍາວ ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດຣັ​ດ​ເຊຍ ທ່ານ Sergei Lavrov. ພວກນັກ​ການ​ທູດ​ ທັງສອງ ​ກຳລັງ​ຊອກ​ຫາ​ຊ່ອງ​ທາງ ​ເພື່ອໃຫ້​ມີ​ການ​ຕົກລົງ​ກັນ ກ່ຽວກັບ​ການ​ຮ່ວມ​ມື​ທາງ ​ທະຫານ​ແລະ​ການ​ແບ່ງປັນ​ຂໍ້​ມູນ​ໃນ​ຄວາມ​ພະຍາຍາມ​ເພື່ອ​ເອົາ​ຊະນະກຸ່ມ​ລັດ​ອິສລາມ​ ໃນຊີ​ເຣຍ ຊຶ່ງ​ເປັນ​ສິ່ງ​ທີ່​ທັງ​ສອງ​ຝ່າຍ​ຕ່າງ​ກໍ​ມີ​ຄວາມຕ້ອງການ​ນັ້ນ.

ທ່ານ John Kerry ຈັບມືກັບ ລມຕ ຕ່າງປະເທດຣັດເຊຍ ທ່ານ Sergey Lavrov ກ່ອນພົບປະກັນ ຢູ່ເຈນີວາ.
ທ່ານ John Kerry ຈັບມືກັບ ລມຕ ຕ່າງປະເທດຣັດເຊຍ ທ່ານ Sergey Lavrov ກ່ອນພົບປະກັນ ຢູ່ເຈນີວາ.

ທ່ານ Kerry ກ່າວ​ວ່າ ປະຊາຊົນ​ຊາວ​ຊີ​ເຣຍ ​ແມ່ນໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາກ​ຄວາມ​ສະ ຫງົບທີ່​ເກີດ​ຂຶ້ນລຸນ​ຫລັງ​ການ​ຕົກລົງ​ກັນ​ໃນ​ເດືອນ​ກຸມພາ ​ແຕ່​ຜົນ​ປະໂຫຍ​ດທີ່​ໄດ້ຮັບມາ ກັບ​ສູນ​ເສຍ​ໄປ ​ເວລາ​ການລະ​ເມີດ​ຢຸດ​ຍິງ​ ຊຶ່ງ​ໃນ​ທີ່​ສຸດ ​ໄດ້​ກາຍ​ເປັນສະພາບ​ປົກກະຕິ ​ແທນ​ທີ່​ຈະແມ່ນ​ການ​ຍົກເວັ້ນ.

ທ່ານ Kerry ກ່າວ​ວ່າ ທັງ​ສອງ​ຝ່າຍ​ໄດ້​ຕົກລົງ​ກັນ​ວ່າ ຈະ​ບໍ່​ມີ​ການ​ແກ້​ໄຂ​ທາງ​ທະຫານ​ຕໍ່​ບັນຫາ​ສົງຄາມ​ກາງ​ເມືອງ​ໃນ​ຊີ​ເຣຍ​ແລະ​ການ​ເຈລະ​ຈາ​ໃນ​ຮອບ​ສອງສາມ​ອາທິດ​ທີ່​ຜ່ານ ​ມານີ້ ແມ່ນ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ດີ ​ແຂງຂັນແລະ​ໃຫ້​ດອກ​ອອກ​ຜົນ. ທ່ານ​ກ່າວ​ວ່າ ບັນຫາ​ທາງ​ດ້ານ​ເທັກ​ນິກທີ່​ຍັງ​ຄ້າງ​ຄາຢູ່ ຈະ​ມີ​ການ​ແກ້​ໄຂ​ກັນ ​ໃນ​ລະຍະ​ສອງ​ສາມມື້ຂ້າງ​ໜ້ານີ້ ​ເພື່ອ​ເອົາ​ຊະນະ​ຄວາມ​ບໍ່​ໄວ້​ວາງ​ໃຈ​ກັນ​ຂອງ​ທຸກ ພັກ​ຝ່າຍ.

ລົດບັດຂອງລັດຖະບານຊີເຣຍ ແລະລົດໂຮງໝໍຂອງສະພາກາງແດງ ທີ່ທາງເຂົ້າເມືອງ Daraya
ລົດບັດຂອງລັດຖະບານຊີເຣຍ ແລະລົດໂຮງໝໍຂອງສະພາກາງແດງ ທີ່ທາງເຂົ້າເມືອງ Daraya

​ທ່ານ​ເວົ້າວ່າ ບັນຫາ​ຂັດ​ແຍ້​ງນີ້ຈະ​ບໍ່​ສິ້ນສຸດ​ລົງ ​ໂດຍ​ປາສະຈາກ​ກາ​ນຕົກລົງ​ກັນທາງ​ດ້ານ​ການ​ເມືອງ.​ ມັນ​ເປັນ​ຊ່ອງ​ທາງ​ດຽວ​ເທົ່າ​ນັ້ນທີ່​ມີ​ຢູ່ເພື່ອ​ໃຫ້​ມີ​ສັນຕິພາບແລະ​ຄວາມ​ໝັ້ນຄົງ ​ແລະ​ການ​ເປັນ​ຢູ່​ຕາມ​ປົກກະຕິ ​ທີ່​ປະຊາຊົນ​ຊາວ​ຊີ​ເຣຍ ສົມ ຄວນຈະໄດ້​ຮັບ​ນັ້ນ.

ວິ​ກິດ​ການ​ມະນຸດສະທຳ​ທີ່​ຮ້າຍ​ແຮງ​ໃນ​ເມືອງ Aleppo ຂອງ​ຊີ​ເຣຍແລະ​ຫົວເມືອງ​ອື່ນໆ​ບ່ອນ​ທີ່​ພົນລະ​ເຮືອນ​ໄດ້​ຖືກ​ໂດດດ່ຽວ ​ຍ້ອນ​ການ​ສູ້​ລົ​ບ ທີ່​ຍັງ​ບໍ່​ສາມາດໄດ້​ຮັບ​ການ​ຊ່ອຍ​ເຫລືອ​ທີ່​ຈຳ​ເປັນນັ້ນ ກໍ​ໄດ້​ມີ​ກາ​ນຳ​ໂອ້​ລົມ​ກັນ ອີງ​ຕາມ​ຄຳ​ເວົ້າຂອງ​ທ່ານ Lavrov.

​ເຊັ່ນ​ດຽວ​ກັນ​ກັບ​ທ່ານ Kerry ທ່ານ Lavrov ​ໃຫ້ຄຳ​ໝັ້ນສັນຍາ​ວ່າ ຍັງ​ມີ​ບັນຫາຄ້າງ​ຄາ​ຢູ່​ພຽງ​ເລັກ​ນ້ອຍກ່ອນ​ທີ່​ຈະ​ສາມາດ​ປະກາດ​ຂໍ້​ຕົກລົງ​ລະຫວ່າງ​ກັນໂດຍ​ເວົ້າວ່າຍັງ​ມີ​ຢູ່​ສອງ​ສາມ​ຈຸດ ທີ່​ຄວນຈະ​ຢູ່​ໃນ​ບ່ອນ​ທີ່​ຖືກຕ້ອງ.

ທ່ານ Lavrov ກ່າວຕື່ມ​ວ່ວາ ທ່ານ​ເຊື່ອ​ວ່າ ການ​ໂອ້​ລົມ​ກັນກ່ຽວ​ກັບ​ກິດຈະ​ວັດ​ໃນ​ທຸກ​ໆ​ມື້ ​ແມ່ນ​ກະ​ແຈ​ສຳຄັນ​ໃນ​ການ​ແກ້​ໄຂ​ບັນຫາ​ຊີ​ເຣຍ. ນອກ​ນັ້ນທ່ານ​ຍັງກ່າວ​ວ່າ ທ່ານ​ເຊື່ອ​ວ່າ​ສະຫະລັດ​ແລະຣັດ​ເຊຍ ຄວນ​ມີ​ຄວາມ​ສຳພັນ ​ທີ່​ເປັນ​ປົກກະຕິ ​ເພື່ອ​ທີ່​ຈະ​ສາມາດ​ເຄື່ອນ​ໄຫວ​ໄປ​ໜ້າ ກ່ຽວ​ກັບ​ສະຖານະ​ການ​ໃນ​ຊີ​ເຣຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG