ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດ
ໄດ້ພົບປະກັບຄູ່ຕຳແໜ່ງຈາກຣັດເຊຍ ໃນວັນຈັນມື້ນີ້ ແລະໄດ້
ໂອ້ລົມສົນທະນາກັນ ເປັນເວລານຶ່ງຊົ່ວໂມງປາຍ ກ່ຽວກັບເລື້ອງ
ຕ່າງໆ ລະຫວ່າງສອງປະເທດ.
ທ່ານ Kerry ໄດ້ພົບປະກັບທ່ານ Sergei Lavrov ລັດຖະມົນຕີ
ຕ່າງປະເທດຣັດເຊຍ ທີ່ນະຄອນເຈນີວາ ກ່ຽວກັບບັນຫາຂັດແຍ້ງກັນຢູ່ໃນຢູເຄຣນ ແລະການຍິງສັງຫານທ່ານ Boris Nemtsov ຜູ້ນຳຝ່າຍຄ້ານຣັດເຊຍນັ້ນ. ທັງສອງທ່ານບໍ່ໄດ້ຍິ້ມແຍ້ມ ເວລາຈັບມືກັນແລະຖ່າຍຮູບຮ່ວມກັນ ກ່ອນການສົນທະນາກັນນັ້ນ.
ລັດຖະມົນຕີທັງສອງ ໄດ້ພົບປະກັນຄັ້ງຫຼ້າສຸດ ເມື່ອເກືອບນຶ່ງເດືອນຜ່ານມາ ຢູ່ຂ້າງນອກ
ກອງປະຊຸມວ່າດ້ວຍຄວາມປອດໄພ ຢູ່ນະຄອນ Munich ທີ່ເຢຣະມັນ.
ການພົບປະກັນໃນວັນຈັນມື້ນີ້ ມີຂຶ້ນໃນເວລາບໍ່ຮອດນຶ່ງສັບປະດາ ຫຼັງຈາກທ່ານ Kerry
ກ່າວຕໍ່ລັດຖະສະພາສະຫະລັດວ່າ ບັນດາເຈົ້າໜ້າທີ່ຣັດເຊຍ ໄດ້ຕົວະລ່າຍຕໍ່ທ່ານ ກ່ຽວ
ກັບການພົວພັນຂອງມົສກູໃນຢູເຄຣນນັ້ນ.
ສະຫະລັດແລະພວກປະເທດພັນທະມິດຂອງຕົນ ກຳລັງພິຈາລະນາຈະທຳການລົງໂທດ
ຕື່ມອີກຕໍ່ມົສກູ ຍ້ອນພຶດຕິກຳຂອງຣັດເຊຍທີ່ຢູເຄຣນ ນັ້ນ ບ່ອນທີ່ປະທານາທິບໍດີ Petro Poroshenko ກ່າວວ່າ ພວກຫົວແບ່ງແຍກທີ່ໄດ້ຮັບການສະໜັບສະໜຸນຈາກຣັດເຊຍ
ຍັງສືບຕໍ່ລະເມີດຂໍ້ຕົກລົງຢຸດຍິງຢູ່ຕໍ່ມາ.
ໃນເວລາດຽວກັນ ທ່ານ Kerry ໄດ້ຮຽກຮ້ອງໃຫ້ມີການສືບສວນສອບສວນຢ່າງຖີ່ຖ້ວນ
ກ່ຽວກັບການເສຍຊີວິດຂອງທ່ານ Nemtsov. ວັງ Kremlin ກ່າວວ່າ ປະທານາທິບໍດີ
ຣັດເຊຍ ທ່ານ Vladimir Putin ກຳລັງກຳກັບດູແລການສືບສວນສອບສວນ ແຕ່ພວກ
ຕຳໜິຕິຕຽນ ເວົ້າວ່າປະທານາທິບໍດີອາດຈະບໍ່ເປັນຄົນດີທີ່ສຸດສຳລັບວຽກນີ້ ເພາະວ່າ
ທ່ານ Newtsov ໄດ້ກ່າວຕໍ່ສື່ມວນຊົນຣັດເຊຍ ຫວ່າງບໍ່ເທົ່າໃດສັບປະດາຜ່ານມາວ່າ
ທ່ານຄຶດວ່າ ທ່ານພູຕິນ ຢາກໃຫ້ທ່ານຕາຍ.
ຕໍ່ໄປໃນແລງວັນຈັນມື້ນີ້ ທ່ານ Kerry ຈະເລີ້ມທຳການໂອ້ລົມສົນທະນາກັນເປັນເວລາ 3
ມື້ ກັບທ່ານ Mohammmad Javad Zarif ລັດຖະມົນຕີຕ່າງປະເທດອິຣ່ານ ໃນຄວາມພະຍາຍາມເພື່ອເຮັດລາຍລະອຽດຕ່າງໆ ຂອງຂໍ້ຕົກລົງນີວເຄລຍ ກັບອິຣ່ານນັ້ນ.