ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Kerry ຍົກຍ້ອງ ກາຊັກສຖານເລື້ອງຄວາມໝັ້ນຄົງ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ຍ່າງຜ່ານໂຮງງານຫົວລົດໄຟ ໃນລະຫວ່າງການຢ້ຽມຢາມ ນະຄອນຫຼວງ Astana, ກາຊັກສຖານ. 2 ພະຈິກ, 2015.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ຍ່າງຜ່ານໂຮງງານຫົວລົດໄຟ ໃນລະຫວ່າງການຢ້ຽມຢາມ ນະຄອນຫຼວງ Astana, ກາຊັກສຖານ. 2 ພະຈິກ, 2015.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ ກ່າວຕໍ່ປະທານາທິບໍດີ Nursultan Nazarbayev ໃນວັນຈັນວານ ນີ້ວ່າ ສະຫະລັດ ຮູ້ສຶກບຸນຄຸນໃນການສະໜັບ ສະໜູນຂອງທ່ານ ສຳລັບການປ້ອງກັນການເຜີຍແຜ່ນິວເຄລຍ ແລະ ຕໍ່ສູ້ກັບພວກ ຫົວຮຸນແຮງ ລັດອິສລາມ.

ນັກການທູດຂັ້ນສູງ ສະຫະລັດ ໄດ້ຢຸດຢ້ຽມຢາມໃນນະຄອນຫຼວງ Astana ຂອງ ກາຊັກສຖານ ເປັນສ່ວນໜຶ່ງຂອງການເດີນທາງໄປ ອະດີດປະເທດສະຫະພາບ ໂຊວຽດ ໃນເອເຊຍກາງ ເພື່ອເສີມຂະ ຫຍາຍ ເສດຖະກິດ ສະຫະລັດ ແລະ ຜົນປະໂຫຍດ້ານຄວາມໝັ້ນ ຄົງໃນພາກພື້ນທີ່ອຸດົມສົມບູນດ້ວຍພະລັງງານ. ການເດີນທາງຂອງ ທ່ານ Kerry ໄດ້ເກີດຂຶ້ນໃນຂະນະທີ່ ຣັດເຊຍ ໄດ້ເພີ່ມການຮຸກຮານຍຶດຄອງແຫຼມ Crimea ຈາກ ຢູເຄຣນ ປີໜຶ່ງທີ່ຜ່ານມາ ແລະ ເປີດການໂຈມຕີທາງອາກາດໃນ ຊີເຣຍ ເມື່ອສອງສາມ ສັບປະດາທີ່ຜ່ານມານີ້ ຕໍ່ນັກຮົບກຸ່ມກະບົດທີ່ຈົງຮັກພັກດີຕໍ່ປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad.

ລັດຖະມົນຕິການຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວຄຳປາໄສໃນງານພົບປະສັງສັນ ກັບບັນດາພໍ່ແມ່ ແລະ ເດັກນ້ອຍ ທີ່ສະຖານທູດ ສະຫະລັດ ໃນນະຄອນຫຼວງ Astana, ປະເທດ ກາຊັກສຖານ, 2 ພະຈິກ 2015.
ລັດຖະມົນຕິການຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວຄຳປາໄສໃນງານພົບປະສັງສັນ ກັບບັນດາພໍ່ແມ່ ແລະ ເດັກນ້ອຍ ທີ່ສະຖານທູດ ສະຫະລັດ ໃນນະຄອນຫຼວງ Astana, ປະເທດ ກາຊັກສຖານ, 2 ພະຈິກ 2015.

ທ່ານ Kerry ໄດ້ກ່າວຕໍ່ທ່ານ Nazarbayev ວ່າປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ “ຂອບອົກຂອບໃຈຫຼາຍສຳລັບການເປັນຜູ້ສະໜັບສະໜູນທ່ານ ກ່ຽວກັບ ບັນ ຫາປ້ອງກັນການເຜີຍແຜ່ນິວເຄລຍ, ສຳລັບການຕໍ່ຕ້ານ ພວກຫົວຮຸນແຮງ” ແລະ ການ ຮ່ວມມືໃນການຕໍ່ສູ້ກັບພວກຫົວຮຸນແຮງໃນ ອັຟການິສຖານ ແລະ ພວກຫົວຮຸນແຮງ ລັດອິສລາມ.

ທ່ານ Kerry ໄດ້ກ່າວວ່າ “ພວກເຮົາມີການຈັດຕັ້ງທີ່ແຂງແກ່ນກ່ຽວກັບ ຜົນປະໂຫຍດດ້ານ ຄວາມໝັ້ນຄົງ.

ທ່ານ Nazarbayev ໄດ້ກ່າວວ່າ ທ່ານ “ຮູ້ສຶກເຖິງບຸນຄຸນ” ສຳລັບ "ການສະໜັບສະໜູນ ຢ່າງຖາວອນ” ຂອງ ສະຫະລັດ ສຳລັບ "ອຳນາດອະທິປະໄຕຂອງ ກາຊັກສຖານ ແລະ ການພັດທະນາເສດຖະກິດ.”

ທ່ານ Kerry, ຜູ້ທີ່ຫວັງວ່າຈະເສີມຂະຫຍາຍເສດຖະກິດ ແລະ ສາຍພົວພັນດ້ານຄວາມ ໝັ້ນຄົງໃນພາກພື້ນ, ກໍຍັງໄດ້ພົບປະກັບລັດຖະມົນຕີການຕ່າງປະເທດຂອງ ກາຊັກສຖານ ທ່ານ Erlan Idrissove.

ໃນການຖະແຫຼງທີ່ ມະຫາວິທະຍາໄລ Narzabayev, ທ່ານ Narzabayevໄດ້ຮຽກຮ້ອງ ໃຫ້ບັນດາລັດຖະບານຂອງ ເອເຊຍກາງ ບໍ່ໃຫ້ໃຊ້ຄຳວ່າຄວາມຢ້ານກົວຕໍ່ລັດທິຫົວຮຸນແຮງ ເພື່ອປາບປາມຄວາມແຕກຕ່າງໃນຄວາມຄິດຂອງພວກເຂົາ.

ທ່ານ Kerry ໄດ້ກ່າວວ່າ “ລັດທິກໍ່ການຮ້າຍບໍ່ແມ່ນຂໍ້ອ້າງຖືກຕ້ອງເພື່ອປິດປະຕູໃສ່ຝ່າຍ ກົງກັນຂ້າມ, ເພື່ອລົດລົງສິດທິຂອງສັງຄົມພົນລະເຮືອນ ຫຼື ຕິດກາທີ່ບໍ່ຖືກຕ້ອງໃສ່ບັນດາ ນັກເຄື່ອນໄຫວຜູ້ທີ່ໄດ້ຜູກມັດໃນຄວາມບໍ່ເຫັນດ້ວຍທີ່ສັນຕິ.

XS
SM
MD
LG