ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລມຕ ຕ່າງປະເທດ ສຫລ ແລະ ສປປ ລາວ ຫາລືກັນ ກ່ຽວກັບຄວາມສຳພັນ ທີ່ຂະຫຍາຍໂຕ ຢ່າງວ່ອງໄວ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ພົບປະກັບລັດຖະມົນຕີການຕ່າງປະເທດ ສປປ ລາວ ທ່ານສະເຫຼີມໄຊ ກົມມະສິດ .
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ພົບປະກັບລັດຖະມົນຕີການຕ່າງປະເທດ ສປປ ລາວ ທ່ານສະເຫຼີມໄຊ ກົມມະສິດ .

ໃນລະຫວ່າງການພົບປະຂອງພວກທ່ານຢູ່ທີ່ກອງປະຊຸມຄວາມໝັ້ນຄົງພູມີພາກອາຊ່ຽນ ທີ່ນະຄອນວຽງຈັນ ມື້ນີ້ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ John Kerry ແລະ ລັດຖະມົນຕີການຕ່າງປະເທດ ສປປ ລາວ ທ່ານສະເຫຼີມໄຊ ກົມມະສິດ ໄດ້ ໃຫ້ຂໍ້ສັງເກດ ກ່ຽວກັບສາຍພົວພັນ ລະຫວ່າງສະຫະລັດ ແລະລາວ ທີ່ພວມເຕີບໃຫຍ່ ຂະຫຍາຍໂຕ​ ຮວມທັງການພົວພັນ ໃນເລື້ອງຕ່າງໆ ໃນຂອບເຂດທີ່ກວ້າງຂວາງ ເຊັ່ນ ໃນດ້ານສາ ທາລະນະສຸກ ສິ່ງແວດລ້ອມ ພະລັງງານ ການສຶກສາ ການຄ້າ ແລະ ການລົງທຶນ ອີງຕາມ ຖະແຫລງຂ່າວຂອງຮອງໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານ Mark Toner.

ລັດຖະມົນຕີກາຕ່າງປະເທດ Kerry ກ່າວວ່າ ສະຫະລັດຍັງສືບຕໍ່ມີຄວາມໝາຍໝັ້ນທີ່ຈະ ໃຫ້ການຊ່ອຍເຫຼືອ ແລະການຮ່ວມມື ໃນການເກັບກູ້ລະເບີດທີ່ບໍ່ທັນແຕກ ແລະໄດ້ສະແດງ ຄວາມຂອບອົກຂອບໃຈ ຕໍ່ການທີ່ລາວ ໄດ້ໃຫ້ຄວາມສະໜັບສະໜຸນ ໃນໄລຍະຫຼາຍໆປີທີ່ ຜ່ານມານີ້ ໃນການຊອກຫາທະຫານອາເມຣິກັນ ທີ່ຫາຍສາບສູນ. ລັດຖະມົນຕີການຕ່າງ ປະເທດ Kerry ຍັງໄດ້ກ່າວຢ້ຳ ເຖິງໃນການໃຫ້ຄວາມສະໜັບສະໜຸນຢ່າງແຂງຂັນຂອງສະຫະລັດຕໍ່ ສປປ ລາວ ທີ່ເປັນ ປະທານ ຂອງສະມາຄົມອາຊ່ຽນ ໃນປີນີ້ ແລະຮຽກຮ້ອງໃຫ້ອາຊ່ຽນ ບັນລຸການຕົກລົງ ຢ່າງ ເປັນເອກະສັນ ແລະອອກຖະແຫຼງການຮ່ວມ ກ່ຽວກັບການຕັດສິນ ຂອງສານໄກ່ເກ່ຍ ເມື່ອ ໄວໆມານີ້ ຢູ່ທະເລຈີນໃຕ້.

ລັດຖະມົນຕີການຕ່າງປະເທດ Kerry ແລະລັດຖະມົນຕີ ສະເຫລີມໄຊ ຍັງໄດ້ເຫັນພ້ອມ ນຳກັນ ກ່ຽວກັບການເດີນທາງ ມາຢ້ຽມຢາມ ຂອງປະທານາທິບໍດີ ບາຣັກ ໂອບາມາ ເພື່ອ ເຂົ້າຮ່ວມ ກອງປະຊຸມສຸດຍອດ ເອເຊຍຕາເວັນອອກ ທີ່ລາວເປັນເຈົ້າພາບ ໃນເດືອນກັນ ຍາປີນີ້ ຊຶ່ງຈະເຮັດໃຫ້ຄວາມສຳພັນ ສອງຝ່າຍ ​ກ້າວຂຶ້ນສູ່ລະດັບໃໝ່ ໂດຍເລີ້ມຕົ້ນຍຸກສະ ໄໝ ຂອງຄວາມສຳພັນສອງຝ່າຍ ບົນພື້ນຖານຂອງການເຄົາລົບນັບຖື ຊຶ່ງກັນແລະກັນ ໂດຍມີຜົນປະໂຫຍດ ແລະມີຄວາມປະສົງຮ່ວມກັນ ເພື່ອຈະສ້າງພື້ນຖານ ສຳລັບອະນາຄົດ ຂ້າງ ໜ້າ.

XS
SM
MD
LG