ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ Kerry ພົບກັບ ຜູ້ນຳຊາວ​ເຄີດ ໃນ​ອີ​ຣັກ ເພື່ອ​ຊຸກ​ຍູ້ ໃຫ້​ມີ​ ການປະຕິຮູບ (ວີດີໂອ/ສະໄລດ໌)


Iraq SOTVO
please wait
Embed

No media source currently available

0:00 0:01:00 0:00
ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ວ່າ
ການສ້າງຕັ້ງລັດຖະ ບານ​ໃນວົງກວ້າງທີ່ຮວມເອົາທຸກພັກຝ່າຍ
ເຂົ້າຮ່ວມແມ່ນ​ເປັນ​ “ໃຈ​ກາງຂອງການ​ທ້າ​ທາຍ” ທີ່ອີຣັກພວມ
ປະ​ເຊີນ​ຢູ່ ໃນ​ຂະນະ​ທີ່​ທ່ານ​ສືບຕໍ່ປຶກສາກ່ຽວ​ກັບ​ການຮັບມືກັບ
ການບຸກໂຈມ ຕີຂອງ​ກຸ່ມຫົວ​ຮຸນ​ແຮງອີສລາມ Sunni.

ທ່ານ Kerry ​ໄດ້​ພົບ​ປະ​ກັບ​ທ່ານ Massoud Barzani ​ທີ່ເມືອງ
Irbil ​ໃນ​ວັນ​ອັງຄານ​ມື້​ນີ້ ປະທານາທິບໍດີ​ຂອງ​ເຂດປົກຄອງ
ຕົນເອງ ຊາວ​ Kurd ໃນພາກ​ຕາ​ເວັນ​ອອກສຽງ​ເໜືອຂອງ
ອີຣັກ ຜູ້​ທີ່​ໄດ້​ບອກ​ກັບຫົວໜ້ານັກ​ການ​ທູດ​ສະຫະລັດ​ວ່າ
ອີຣັກ “ກຳລັງ​ປະ​ເຊີນ​ກັບ​ສະພາບການໂຕຈິງອັນໃໝ່.”
ທ່ານ Bazarni ກ່າວ​ວ່າ ຊາວ Kurd ​ແມ່ນ​ກຳລັງ​ຊອກ​ຫາ “ການແກ້ໄຂຕໍ່ວິ​ກິດ​ການ ທີ່​ພວກ​ຕົນໄດ້​ຮູ້​ເຫັນ​ເປັນ​ພະຍານ​ນັ້ນ.”
Militant Advance in Iraq Blow to Families of US Fallen
please wait

No media source currently available

0:00 0:03:05 0:00

ກອງ​ກຳລັງ Kurd ​ໄດ້ເຂົ້າ​ຍຶດ​ເອົາ​ເມືອງ​ Kirkuk ທີ່​ອຸດົມສົມບູນ​ດ້ວຍ​ນ້ຳມັນ​ໄວ້​ໄດ້
ຊຶ່ງ​ເປັນ​ນຶ່ງ​ໃນຫລາຍໆເຂດ ທີ່ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງອີຣັກ ໄດ້ພາກັນ
ຫລົບໜີ ​ໃນ​ຂະນະ​ທີ່​ກຸ່ມຫົວ​ຮຸນ​ແຮງອີສລາມໃນອີຣັກແລະ Levant ຫລື ISIL ​ໄດ້ເຂົ້າ​ຍຶດ​ເອົາດິນ ແດນໃນການບຸກໂຈມຕີຂອງພວກເຂົາ​ຫວ່າງ​ໄວໆມາ​ນີ້.

ທ່ານ Kerry ​ໄດ້​ຍົກ​ຍ້ອງ​ກອງກຳລັງຂອງຊາວ ​Kurd ແລະ​ກ່າວ​ວ່າ ອີຣັກແມ່ນ​ຕົກ​ຢູ່​ໃນ​ ຄວາມຫຼໍ່​ແຫຼ​ມ ​ໃນ​ຂະນະ​ນີ້.

ທ່ານ Kerry ພົບປະກັບ ທ່ານ al-Maliki ກ່ອນກອງປະຊຸມ ໃນ Baghdad, ພຶດສະພາ 22-27, 2014.
ທ່ານ Kerry ພົບປະກັບ ທ່ານ al-Maliki ກ່ອນກອງປະຊຸມ ໃນ Baghdad, ພຶດສະພາ 22-27, 2014.


ທ່ານ Kerry ກ່າວ​ວ່າ “​ໃນ​ບໍ່​ເທົ່າໃດມື້​ຜ່ານ​ມາ​ນີ້ ການຮ່ວມມື
ລະຫວ່າງກອງກຳລັງຮັກສາ​ຄວາມ​ປອດ​ໄພ ​ຢູ່​ທີ່​ນີ້ ​ໃນ​ເຂດ
ຂອງຊາວ
Kurd ແມ່ນມີຄວາມສຳຄັນ​ຫຼາຍທີ່​ຈະ​ຊ່ອຍ​
ໃນ​ການ​ຂີດ​ເສັ້ນຕ້ານຢັນ ຕໍ່ກຸ່ມ ISIL ​ແລະ​ສະໜອງ
ການສະໜັບສະໜຸນບາງ​ຢ່າງ​ໃຫ້​ກອງ​ກຳລັງ​ຂອງ​ອີຣັກ.”


ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຄົນນຶ່ງຂອງ​ກະຊວງການ​ຕ່າງປະ​ເທດ
ສະຫະລັດ ​ໄດ້​ເນັ້ນ​ເຖິງ​ຄວາມ​ສຳ ຄັນ ໃນການ​ເຂົ້າ​ພົວພັນ​
ຂອງຊາວ Kurd ​ໂດຍ​ກ່າວ​ວ່າ ການ​ຖອນ​ຕົວ​ອອກ​ຈາກ​
ຂັ້ນ​ຕອນ​ທາງ​ການ​ເມືອງ ​ແມ່ນ​ “ຈະ​ເລັ່ງ​ລັດແນວ​ໂນ້ມໃນທາງ​ລົບ.”
XS
SM
MD
LG