ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ພົບປະກັບ ທ່ານ Lavrov ທີ່ລອນດອນ (ສະໄລດ໌/ວີດີໂອ)


ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry (ຂວາ) ແລະລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ Sergei Lavrov ຖ່າຍຮູບຮ່ວມກັນ ກ່ອນພົບປະກັນ ຢູ່ບ້ານພັກ ເອກອັກຄະລັດຖະທູດ ສຫລ ປະຈຳກຸງລອນດອນ (14 ມີນາ 2014)
ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry (ຂວາ) ແລະລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ Sergei Lavrov ຖ່າຍຮູບຮ່ວມກັນ ກ່ອນພົບປະກັນ ຢູ່ບ້ານພັກ ເອກອັກຄະລັດຖະທູດ ສຫລ ປະຈຳກຸງລອນດອນ (14 ມີນາ 2014)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ແລະ
ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ພົບ
ປະກັນຮອບໃໝ່ໃນວັນສຸກມື້ນີ້ເພື່ອຫາລືກັນກ່ຽວກັບວິກິດການໃນ
ຢູເຄຣນ ເທື່ອນີ້ແມ່ນມີຂຶ້ນທີ່ກຸງລອນດອນ.

ກ່ອນເລີ້ມການເຈລະຈາຫາລືກັນນັ້ນທ່ານ Kerry ກ່າວວ່າ ທ່ານມີ
ຄວາມຕັ້ງໃຈ ທີ່ຈະເຂົ້າຮ່ວມການປະຊຸມ ທີ່ສຳຄັນ ໃນຄັ້ງນີ້. ສ່ວນ
ທ່ານ Lavrov ເອີ້ນສະຖານະການນີ້ວ່າມີຄວາມຍຸ່ງຍາກ ໂດຍເວົ້າ
ວ່າ ມັນເຮັດໃຫ້ເສຍເວລາຢ່າງຫຼວງຫຼາຍ.

ການເຈລະຈາ ໃນວັນສຸກມື້ນີ້ ຊຶ່ງມີຂຶ້ນທີ່ບ້ານພັກຂອງເອກອັກຄະ
ລັດຖະທູດສະຫະລັດປະຈຳກຸງລອນດອນ ໄຂຂຶ້ນໃນຂະນະທີ່ເຂດໄຄຣເມຍ ຊຶ່ງເປັນຈຸດໃຈ
ກາງຂອງວິກິດການໃນຢູເຄຣນ ພວມກະກຽມຈັດການລົງປະຊາມະຕິໃນວັນອາທິດຈະມານີ້ ຊຶ່ງອາດຈະເຫັນເຂດດັ່ງກ່າວແຍກໂຕເອງອອກຈາກຢູເຄຣນ ແລະ ໄປຮ່ວມກັບຣັດເຊຍ.

UN UKRAINE CNPK
please wait
Embed

No media source currently available

0:00 0:01:25 0:00


ພວກຜູ້ນຳຂອງສະຫະລັດແລະຢູໂຣບເອີ້ນການລົງປະຊາມະຕິທີ່ໄດ້ຮັບການໜຸນຫຼັງຈາກຣັດ
ເຊຍດັ່ງກ່າວນີ້ວ່າບໍ່ຖືກຕ້ອງຕາມລັດຖະທຳມະນູນແລະທ່ານ Kerry ໄດ້ເຕືອນຣັດເຊຍກ່ຽວ
ກັບຜົນທີ່ຕິດຕາມມາຢ່າງຮ້າຍແຮງຖ້າຣັດເຊຍຫາກຜະໜວກຫຼືໂຮມເອົາແຫຼມໄຄຣເມຍຂອງ
ຢູເຄຣນເຂົ້າກັບຕົນ.

ແຕ່ເຈົ້າໜ້າທີ່ຣັດເຊຍກ່າວວ່າ ບັນດາຜູ້ມີສິດປ່ອນບັດໃນແຫຼມໄຄຣເມຍ ມີສິດໃນສິດໃນການ
ຊີ້ຊະຕາກຳຂອງຕົນເອງຫຼັງຈາກການພັງທະລາຍລົງໃນເດືອນແລ້ວຂອງລັດຖະບານ ທີ່ນິຍົມ
ຣັດເຊຍໃນຢູເຄຣນ. ແລະໃນວັນພະຫັດວານນີ້ ກຸງມົສກູຮັບຮູ້ວ່າ ຕົນໄດ້ສົ່ງທະຫານ ຕື່ມອີກ
ຫຼາຍພັນຄົນ ພ້ອມທັງອຸບປະກອນທາງທະຫານຈຳນວນນຶ່ງ ໄປຍັງບໍລິເວນ ໃກ້ໆຊາຍແດນຢູ
ເຄຣນເພື່ອທຳການຊ້ອມລົບທີ່ຈະດຳເນີນຕໍ່ໄປເປັນເວລາ 2 ອາທິດ.



ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງກະຊວງການຕ່າງປະເທດສະຫະລັດກ່າວວ່າ ສະຫະລັດແມ່ນ
ມີຄວາມວິຕົກກັງວົນເປັນທີ່ສຸດ ກ່ຽວກັບການສົ່ງທະຫານດັ່ງກ່າວ ຂອງຣັດເຊຍ ຊຶ່ງຈະໄປສົມ
ທົບໃສ່ກຳລັງທະຫານ 20,000 ຄົນ ທີ່ທ່ານ Kerry ກະປະມານວ່າ ຣັດເຊຍມີຢູ່ໃນແຫຼມໄຄຣ
ເມຍນັ້ນ.

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ນີ້ແມ່ນເທື່ອທີ 2 ໃນຮອບນຶ່ງເດືອນ ທີ່ຣັດເຊຍໄດ້ທຳການເຕົ້າ
ໂຮມກຳລັງເປັນຈຳນວນຫລວງຫຼາຍ ພາຍໃນໄລຍະເວລາສັ້ນໆ ໂດຍປາດສະຈາກຄວາມ
ໂປ່ງໃສ ຢູ່ໃນບໍລິເວນພາກຕາເວັນອອກຂອງຢູເຄຣນ.

ເຈົ້າໜ້າທີ່ທ່ານນີ້ເວົ້າວ່າ ທ່ານ Kerry ຈະຖາມທ່ານ Lavrov ກ່ຽວກັບການເຄື່ອນໄຫວກຳລັງ
ຂອງຣັດເຊຍໂດຍເອີ້ນວ່າ ມັນເປັນການສ້າງຄວາມບໍ່ທຸ່ນທ່ຽງ ແລະກ່າວວ່າ ມັນຍັງເປັນການ
ສ້າງບັນຍາກາດແຫ່ງການຂົ່ມຂູ່.

Kerry Issues Warning on Crimea Ahead of Talks with Russia's Lavrov
please wait

No media source currently available

0:00 0:02:25 0:00
XS
SM
MD
LG