ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານແຄຣີ ກ່າວຢູ່ໃນອີຣັກວ່າ ການສູ້ລົບຕ້ານລັດອິສລາມ ກຳລັງໄດ້ໄຊຊະນະ


Kerry in Iraq: US Committed to Ending IS Threat
please wait

No media source currently available

0:00 0:01:48 0:00

ທ່ານ ຈອນ ແຄຣີ ຣມຕ​ ຕ່າງປະເທດ ສຫຣ ກ່າວໃນວັນສຸກວານນີ້ວ່າ ພວກຫົວຮຸນແຮງ ລັດອິສລາມກຳລັງສູນເສຍທີ່ໝັ້ນຂອງຕົນເລື້ອຍໆໃນອີຣັກ ພວກນັກລົບແລະພວກຜູ້ນຳ ຂອງເຂົາກໍນັບມື້ຖືກຂ້າ ແລະສະມາຊິກຖັນແຖວກໍແມ່ນເລີ້ມພາກັນສິ້ນຫັວງ.

ທ່ານແຄຣີ ໄດ້ຢ້ຽມຢາມກຸງແບກແດດເປັນເວລາສັ້ນໆໃນວັນສຸກວານນີ້ ເພື່ອໂອ້ລົມກັບ ພວກຜູ້ນຳອີຣັກ. ທ່ານໄດ້ໃຫ້ຄຳສັນຍາວ່າ ກຳລັງປະສົມທີ່ນຳໂດຍ ສຫຣ ຕໍ່ສູ້ກັບພວກ
ລັດ ອິສລາມ​ “ຈະປະຕິບັດງານກັບກັບອີຣັກ ເພື່ອສ້າງຄວາມກົດດັນຕື່ມຂຶ້ນ” ໃນຫຼາຍໆ ອາທິດແລະຫຼາຍໆເດືອນທີ່ຈະມາເຖິງ.

ນັກການທູດຂັ້ນສູງຂອງ ສຫຣ ທ່ານນີ້ ໄດ້ເນັ້ນຢໍ້າການສືບຕໍ່ຊ່ອຍເຫຼືອຂອງ ອາເມຣິກາ ແກ່ລັດຖະບານອີຣັກ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງຮັກສາຄວາມປອດໄພ ແລະ ປະຕິບັດງານໄປສູ່ສະເຖຍລະພາບຂອງການພັທນາດ້ານການເມືອງແລະເສດຖະກິດ.

ທ່ານແຄຣີ ໄດ້ບິນໄປແບກແດດ ຈາກບາເຣນອັນເປັນການຢ້ຽມຢາມນະຄອນຫຼວງອີຣັກ ເທື່ອທຳອິດຂອງທ່ານນັບຕັ້ງແຕ່ປີ 2014 ເປັນຕົ້ນມາ. ທ່ານໄດ້ພົບປະກັບ ນຍ​ ໄຮເດີ້ ອາລ ອາບາດີ ແລະ ນຍ ຣັດບານທ້ອງຖິ່ນຂອງຊາວເຄີດ ທ່ານ ເນັກຣິວານ​ ບາຊານີ ກ່ອນຈະພົບປະກັບພວກນັກຂ່າວທັງຫຼາຍໃນກອງປະຊຸມຂ່າວ.

ໃນການເວົ້າເຖິງການໄດ້ປຽບ ພວກຫົວຮຸນແຮງລັດອິສລາມໃນອິຮຣັກນັ້ນທ່ານແຄຣີ
ກ່າວ ວ່າພວກນັກລົບລັດອິສລາມບໍ່ໄດ້ຢູ່ໃນທ່າບຸກໂຈມຕີມາຫຼາຍເດືອນແລ້ວ ທັງໄດ້
ສູນ ເສຍດິນແດນທີ່ໝັ້ນທີ່ເຄີຍຄຸ້ມຄອງມາຫຼາຍກວ່າ 40 ເປີເຊັນແລ້ວ.

XS
SM
MD
LG