ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ໃນວັນພຸດມື້ນີ້ ຮຽກຮ້ອງໃຫ້ອິນເດຍ ຮັບເອົາຄວາມຮັບຜິດຊອບເພີ້ມຂຶ້ນ ຢູ່ໃນເວທີໂລກ ໂດຍການເປັນພາຄີຮ່ວມກັບສະຫະລັດ.
ໃນການຖະແຫຼງຕໍ່ພວກນັກຮຽນທີ່ເກັ່ງທີ່ສຸດຢູ່ສະຖາບັນເທັກໂນໂລຈີອິນເດຍໃນນະຄອນ ຫຼວງນິວເດລີນັ້ນ ທ່ານ Kerry ເອີ້ນອິນເດຍວ່າ “ເປັນມະຫາອຳນາດນຶ່ງທີ່ມີປະຫວັດການກະທຳເປັນຜົນກະທົບ ຕໍ່ໂລກມະນຸດເຮົາ ທັງໂລກ.” ຫົວໜ້ານັກການທູດສະຫະລັດ ກ່າວວ່າ ການຮ່ວມມືກັນເພີ້ມຂຶ້ນ ລະຫວ່າງສອງປະເທດ ປະຊາທິປະໄຕທີ່ໃຫຍ່ທີ່ສຸດໃນໂລກ ແມ່ນມີຄວາມຈຳເປັນ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆໃນໂລກ ນັບແຕ່ເລື້ອງພວກກໍ່ການຮ້າຍຕະຫລອດເຖິງການປ່ຽນແປງຂອງດິນຟ້າອາກາດ.
ທ່ານ Kerry ກ່າວວ່າ “ສິ່ງສຳຄັນທີ່ສຸດນັ້ນ ກໍແມ່ນການຮ່ວມມືກັນຢ່າງເລິກເຊິ່ງລະຫວ່າງ ອິນເດຍແລະສະຫະລັດ ແມ່ນມີຄວາມສຳຄັນຫຼາ ຍສຳລັບປະເທດຂອງພວກເຮົາທັງສອງ ແລະສຳລັບໂລກທັງມວນດ້ວຍ.”
ທ່ານ Kerry ກ່າວວ່າ ບັນດາປະເທດຂັ້ນນຳບໍ່ສາມາດທີ່ຈະບໍ່ເອົາຫົວຊາຕໍ່ໄພຂົ່ມຂູ່ຕ່າງໆທີ່ຢູ່ນອກເຂດຊາຍແດນຂອງພວກເຮົາ ທັງນີ້ກໍຍ້ອນວ່າ ໃນໂລກທີ່ມີການເຊື່ອມໂຍງກັນນີ້ ໂລກແຫ່ງໂລກາພິວັດ ທີ່ພວກເຮົາອາໄສຢູ່ໃນທຸກມື້ນີ້ ໄພອັນຕະລາຍເຫລົ່ານັ້ນ ໃນທີ່ສຸດກໍຈະຂ້າມຊາຍແດນ. ດັ່ງນັ້ນ ພວກເຮົາຕ້ອງໄດ້ຮັບມືກັບບັນຫາດັ່ງກ່າວຮ່ວມກັນ.
ທ່ານ Kerry ກ່າວເຖິງການຮ່ວມມືລະຫວ່າງອິນເດຍກັບສະຫະລັດນັ້ນວ່າໄດ້ກ້າວໄປເຖິງລະດັບທີ່ບໍ່ເຄີຍມີມາກ່ອນ ແຕ່ກໍກ່າວຕື່ມວ່າ ຍັງມີອີກຫລາຍສິ່ງຫຼາຍຢ່າງ ທີ່ຈຳເປັນຕ້ອງ ໄດ້ກະທຳໃນຂະນະທີ່ໃຫ້ຂໍ້ສັງເກດວ່າ ສັນຕິພາບອັນຖາວອນແມ່ນຕ້ອງການຄວາມເຂັ້ມແຂງທາງດ້ານການທູດ.