ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີຕ່າງປະເທດ ສຫລ ຢ້ຽມຢາມ ໂຊມາເລຍ ຢ່າງບໍ່ໄດ້ປະກາດລ່ວງໜ້າ


John Kerry ເຖິງສະໜາມບິນ Nairobi, Kenya, 5 ພຶດສະພາ 2015
John Kerry ເຖິງສະໜາມບິນ Nairobi, Kenya, 5 ພຶດສະພາ 2015

ລັດຖະມົນຕີການຕ່າງປະເທດ ທ່ານ John Kerry ໄດ້ທຳການ
ຢ້ຽມຢາມ Somalia ໂດຍທີ່ບໍ່ໄດ້ປະກາດໃຫ້ຮູ້ລ່ວງໜ້າ ​ໂດຍ​ໄດ້​ເປັນເຈົ້າໜ້າທີ່ການທູດສູງສຸດຂອງສະຫະລັດ ທີ່ໄດ້ກະທຳເຊັ່ນນີ້.

ກະຊວງການຕ່າງປະເທດ ກ່າວວ່າ ທ່ານ Kerry ໄດ້ໄປເຖິງ
ສະໜາມບິນນະຄອນຫຼວງ Mogadishu ໃນຕອນບ່າຍວັນອັງ
ຄານມື້ນີ້ ຕາມເວລາໃນທ້ອງຖິ່ນ ແລະຈະເຂົ້າພົບກັບເຈົ້າ​ໜ້າ​ທີ່
ລັດຖະບານ ໃນລະຫວ່າງການຢ້ຽມຢາມຂອງທ່ານ.

ມີການຄາດກັນວ່າ ທ່ານຈະໂອ້ລົມສົນທະນາ ບັນຫາເລື້ອງ
ຄວາມປອດໄພ ແລະ ຄວາມ ຄືບໜ້າຂອງ​ໂຊ​ມາ​ເລຍ ​ໃນ​ການ​ກ້າວ​ໄປ​ສູ່​ການປະຕິຮູບ ແລະການ​ບັນລຸເປົ້າໝາຍການ​ພັດທະນາ ລ່ວງໜ້າຂອງການເລືອກຕັ້ງທີ່​ວາງ​ແຜນ​ວ່າ
​ຈະ​ຈັດ​ຂຶ້ນໃນປີໜ້ານີ້.

​ເປັນ​ທີ່​ຄາດ​ກັນ​ອີກ​ວ່າ ທ່ານ Kerry ຈະພົບປະກັບບັນດາຜູ້ນຳສັງຄົມພົນລະເຮືອນ ເພື່ອ
ປຶກສາຫາລື ​ເລື້ອງ​ວຽກ​ງານຂອງບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານໃນໂຊມາເລຍ ແລະທ່ານຍັງຈະໄດ້ກ່າວຂອບໃຈ ຕໍ່ກອງກຳລັງຂອງສະຫະພາບອາຟຣິກາ ສຳ​ຫລັບບົດ ບາດຂອງພວກເຂົາເຈົ້າ ​ໃນ​ການຄວບຄຸມສະຖານະການ ​ໃຫ້​ດຸ່ນດ່ຽງ​ມີສະຖຽນລະພາບ
ຢູ່​ໃນປະເທດ ທີ່​ໄດ້​ນຳ​ມາ​ຊຶ່ງຄວາມສະງົບ ຫຼັງຈາກ​ເວລາ​ດົນກວ່າ 2 ທົດສະວັດ ທີ່​ບໍ່​ມີ ລັດຖະບານທີ່​ເຮັດ​ວຽກ​ໄດ້ ແລະການຕໍ່ສູ້ທີ່​ດຳ​ເນີນສືບຕໍ່ມາ ຕ້ານຢັນກຸ່ມຫົວຮຸນແຮງ al-Shabab ນັ້ນ.

U.S. Kerry Somalia Visit
please wait

No media source currently available

0:00 0:04:11 0:00

ໃນ​ວັນ​ຈັນ​ວານ​ນີ້ ທີ່​ເມື​ອງ​ຫຼວງ Nairobi ​ຂອງ Kenya ທ່ານ Kerry ​ໄດ້​ປະກາດ​ເງິນຊ່ອຍ
​ເຫຼືອ​ໃໝ່ ຈຳນວນ​ຫຼາຍ​ລ້ານ​ໂດ​ລ່າ ​ແກ່ອາ​ຟຣິກາ.

ທ່ານ Kerry ​ກ່າວ​ວ່າ ສະຫະລັດ​ຈະ​ສະໜອງເງິນຊ່ອຍ​ເຫຼືອ​ເພີ້​ມ​ຕື່ມ ຈຳນວນ​ 45 ລ້ານ​ໂດລ່າ
​ ໃຫ້​ແກ່​ຫ້ອງການ​ UNHCR ຂອງ​ສະຫະ​ປະຊາ​ຊາດ ​ເພື່ອ​ຊ່ອຍ​ເຫຼືອ​ອົບ​ພະຍົບ ຈຳນວນ 6 ​ແສນ​ຄົນ ທີ່​ພັກ​ພາ​ອາ​ໄສ​ຢູ່​ໃນ​ເຄັນ​ຢາ​ນັ້ນ. ທ່ານ​ໄດ້​ກ່າວ​ສັນລະ​ເສີນລັດຖະບານໄນ​ໂຣບີ
ທີ່​ໄດ້​ຮັບ​ເອົາ​ພວກ​ອົບ​ພະຍົບ​ເຫຼົ່າ​ນີ້​.

ໃນ​ວັນ​ຈັນ​ວານ​ນີ້ ອີກ​ເຊັ່ນ​ກັນ ທ່ານ Kerry ​ໄດ້​ກ່າວ​ໃຫ້​ກຽດ ຕໍ່​ພວກ​ທີ່​ປະສົບ​ເຄາະ​ ໃນ​ເຫດ
​ລະ​ເບີດທີ່​ສະຖານທູດສະຫະລັດ ທີ່ໄນ​ໂຣບີ ​ປີ 1998 ​ແລະ​ການ​ໂຈມ​ຕີ​ຢ່າງ​ຕໍ່​ເນື່ອງໃນຫວ່າງ​
ມໍ່ໆ​ມາ​ນີ້ ​ໃນ​ຂະນະ​ທີ່​ທ່ານປະຕິ​ຍານ​ວ່າ ສະຫະລັດ ຈະ​ຍັງ​ສືບ​ຕໍ່ ​ໃຫ້ການ​ຊ່ອຍ​ເຫຼືອສະໜັບ
ສະໜຸນ​ການຕໍ່ສູ້​ກັບ​ກຸ່ມ​ກໍ່​ການ​ຮ້າຍນັ້ນ.

ທ່ານ Kerry ​ຍັງໄດ້ພົບ​ປະ​ກັບ ປະທານາທິບໍດີ​ເຄັນ​ຢາ ທ່ານ Uhuru Kenyatta ເພື່ອ​ປຶກສາ
​ຫາລື ​ຊອກ​ຫາ​ຊ່ອງທາງ​ຮັບ​ມື​ກັບ​ການ​ຂົ່ມຂູ່​ຈາກ​ກຸ່ມ al-Shabab ​ທີ່​ມີ​ຖານ​ທີ່​ໝັ້ນ ໃນ​ໂຊ​ມາ​ເລຍ ປະ​ເທດ​ເພື່ອນ​ບ້ານ​ນັ້ນ.

Security, Counterterrorism a Focus in Kerry’s Kenya Talks
please wait

No media source currently available

0:00 0:02:36 0:00

XS
SM
MD
LG