ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານຈອນ ແຄຣີ ເສັດສິ້ນ ການເຈລະຈາ ທີ່ອັຟການີສຖານ (ວີດີໂອ)


ທ່ານ ຈອນ ແຄຣີ ລັດຖະມົນຕີ ຕ່າງປະເທດສະຫະລັດ
ທ່ານ ຈອນ ແຄຣີ ລັດຖະມົນຕີ ຕ່າງປະເທດສະຫະລັດ
ທ່ານ ຈອນ ​ແຄຣີ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້ເດີນທາງອອກ​ຈາກ​ອັຟກາ​ນິສຖານ ​ໃນ​ຄືນ​ວັນ​ເສົາ​ວານ​ນີ້ ຫຼັງຈາກໄດ້​ເຈລະຈາ​ກັນ​ເປັນ​ເວລາ​ສອງ​ວັນ​ກັບທ່ານ ຮາ​ມິດ ກາ​ຊາຍ ປະທານາທິບໍດີ​ອັຟກາ​ນິສຖານ.

ນັກ​ການ​ທູດ​ລະດັບ​ສູງ​ສຸດສະຫະລັດ ແລະ​ຜູ້​ນໍາ​ອັຟກາ​ນິສຖານ ​ໄດ້​ກ່າວ ຫຼັງຈາກ​ການ​ເຈລະຈາ​ກັນ​ແລ້ວ ວ່າ ພວກ​ທ່ານກໍາລັງ​ເຄຶ່ອນ​ໄຫວ​ໃກ້​ເຂົ້າ​ໄປສູ່​ຂໍ້​ຕົກລົງ​ກັນ ກ່ຽວ​ກັບ​ຄວາມ​ໝັ້ນຄົງສອງ​ຝ່າຍ​ແລ້ວ ​ແຕ່​ກໍຍັງ​ມີ​ຄວາມ​ເຫັນແຕກ​ຕ່າງ​ກັນຢູ່ ກ່ຽວ​ກັບ​ຄໍາ​ຖາມ​ເລຶ່ອງຍົກ​ເວັ້ນກອງ​ທະຫານ​ສະຫະ ລັດ ຈາກ​ການ​ຖືກຟ້ອງ​ຮ້ອງ​ແລະ​ດໍາ​ເນີນ​ຄະດີ​ນັ້ນ.

​ເຈົ້າໜ້າ​ທີ່​ທັງ​ສອງ​ທ່ານ ​ໄດ້​ໃຫ້​ຄວາມ​ເຫັນ ຢູ່​ເມືອງຫຼວງກາ​ບູລ ຫຼັງຈາກ ການ​ເຈລະຈາ​ກັນ​ທີ່​ຕໍ່​ເວລາອອກ​ໄປ​ເປັນສອງວັນ​ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ຂອງການ​ມີໜ້າ​ຂອງ​ສະຫະລັດ ໃນ​ອັຟກາ​ນິສຖານຕໍ່​ໄປ ຫຼັງຈາກ ພາລະກິດທາງ​ທະຫານ ທີ່​ນໍາ​ໂດຍ​ເນ​ໂຕ້ ສິ້ນ​ສຸດ​ລົງ​ໃນ​ປີໜ້າ​ນີ້.

ປະທານາທິບໍດີ ກາ​ຊາຍ ​ເວົ້າ​ວ່າ ຕໍ່​ຄໍາ​ຖາມ​ທີ່​ວ່າ ປະ​ເທດໃດ​ມີ​ອໍານາດ​ຄຸ້ມ​ຄອງ​ກ່ຽວ​ກັບ​ກໍລະນີ​ອາຊະຍາ​ກໍາ ທີ່​ກໍ່​ຂຶ້ນ​ໂດຍ​ທະຫານ​ສະຫະລັດ ຫຼັງຈາກ​ປີ 2014 ນັ້ນ ​ແມ່ນ​ຈະຕ້ອງ​ໄດ້​ຖືກ​ຕັດສິນ​ໂດຍ​ສະພາ​ແຫ່ງ​ຊາດ​ອັຟການິສຖານ ​ແລະ​ສະພາ​ຜູ້​ສູງ​ອາຍຸ​ນັ້ນ.

ທ່ານ​ ​ແຄ​ຣີ ​ເວົ້າ​ວ່າ ສະຫະລັດສາມາດ​ທີ່​ຈະດໍາ​ເນີນ​ຄະດີ ການ​ກະທໍາ ຜິດ​ໃດໆ​ໂດຍ​ທະຫານ​ສະຫະລັດ​ນັ້ນ​ໄດ້.

ສະຫະລັດ​ໄດ້​ຜັກ​ດັນ ​ໃຫ້ມີ​ການ​ບັນລຸ​ຂໍ້​ຕົກ​ກັນ​ໃນ​ເລຶ່ອງນີ້ ​ກັບອັຟກາ​ນິສຖານ ​ໃຫ້​ໄດ້​ພາຍ​ໃນ​ທ້າຍ​ເດືອນ​ນີ້.

ການ​ເຈລະຈາ​ດັ່ງ​ກ່າວ ລະຫວ່າງ​ວໍ​ຊິງ​ຕັນ ​ແລະ​ກາ​ບູລ ​ໄດ້​ດໍາ​ເນີນ​ມາ ​ເປັນ​ເວລານຶ່ງ​ປີ​ປາຍ​ແລ້ວ.

ເບິ່ງວີດີໂອ:

Kerry-Afghanistan
please wait
Embed

No media source currently available

0:00 0:01:21 0:00
XS
SM
MD
LG