ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ພົບປະກັບ ທ່ານ Lavrov ທີ່ກຸງປາຣີ ເພື່ອໂອ້ລົມກັນ ເລື້ອງຢູເຄຣນ (ວີດີໂອ)


Ukraine30mar14
please wait
Embed

No media source currently available

0:00 0:00:43 0:00

ເບິ່ງວີດີໂອເລື້ອງນີ້.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ແລະ
ທ່ານ Sergei Lavrov ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ
ຈະ​ພົບ​ປະກັນ​ໃນ​ວັນ​ອາທິດ​ມື້​ນີ້ ທີ່ນະຄອນຫລວງປາຣີ ​ໃນ​
ຄວາມ​ພະຍາຍາມ​ເພື່ອ​ຫາ​ທາງ​ແກ້​ໄຂ​ໂດຍທາງ​ການທູດ​ ຕໍ່
ວິກິດ​ການ​ຢູ​ເຄຣນ ທີ່​ຈະ​ຕ່າວ​ປີ້ນ​ການເສີມ​ສ້າງກຳລັງ​ທະ
ຫານຂອງຣັດ​ເຊຍ ຢູ່​ໃນ​ເຂດອ້ອມ​ແອ້ມຢູ​ເຄຣນນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ທີ່​ຢືນຢັນ​ການ​ພົບ​ປະ​ຫາລື​ກັນຢູ່
​ປາຣີ ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ທີ່​ເຈາະ​ຈົງ​ໃດໆ. ນາຍ Scott
Stearns ຜູ້​ສື່​ຂ່າວ​ວີ​ໂອ​ເອ ປະຈຳກະຊວງ​ການ​ຕ່າງປະ​ເທດ​
ສະຫະລັດ ທີ່​ໄດ້ເດີນ​ທາງຕິດຕາມ​ໄປ​ນຳ​ທ່ານ Kerry ນັ້ນ ​
ລາຍງານຈາກ​ປະ​ເທດ Ireland​ວ່າ ຄາດວ່າ ​ການ​ພົບ​ປະ​ຫາລື​ກັນຈະມີ​ຂຶ້ນ​ໃນ​ແລງ​ວັນ​
ອາທິດ​ມື້​ນີ້.

ການ​ໂອ້​ລົມ​ກັນ​ທາງ​ໂທລະສັບ​ເປັນ​ເວລາ​ດົນ​ນານ ​ລະຫວ່າງ​ປະທານາທິບໍດີ ບາຣັກ
ໂອ​ບາ​ມາ ​ແລະປະທານາທິບໍດີ Vladimir Putin ​ໄດ້​ກະ​ຕຸ້ນໃຫ້​ເກີດການໂອ້​ລົມ​ສົນ
ທະນາ​ກັນ​ຂຶ້ນ​ຮອບ​ໃໝ່​ນີ້ ທີ່ຖືກ​ມອງ​ເຫັນ​ວ່າ ​ເປັນຄວາມ​ພະຍາຍາມ​ອັນ​ນຶ່ງ​ເພື່ອລົດ
​ຜ່ອນວິ​ກິດ​ການ​ຢູ​ເຄຣນ ທີ່ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດສັບປະດາ ໄດ້​ກາຍ​ເປັນ​ບັນຫາ​ຂັດ​
ແຍ້​ງທີ່​ຮ້າຍ​ແຮງ​ທີ່​ສຸດ ລະຫວ່າງຣັດ​ເຊຍ​ກັບສະຫະລັດ ນັບ​ແຕ່​ສົງຄາມ​ເຢັນ​ໄດ້ຢຸດຕິ​ລົງ.

ສະຫະ​ລັດ​ແລະ​ພວກ​ປະ​ເທດ​ພັນທະ​ມິດ​ ​ໄດ້​ຢືນ​ຢັດ​ໃຫ້​ມີ​ການ​ແກ້​ໄຂ​ບັນຫາ​ກັນທາງ
​ດ້ານ​ການ​ທູດ ຕໍ່​ບັນຫາ​ຂັດ​ແຍ້​ງ​ເລື້ອງ​ຢູ​ເຄຣນນີ້ ທີ່​ຮວມທັງ​ການ​ຍຶດ​ເອົາແຫຼມ​ຍຸດ​ທະ
​ສາດ​ໄຄຣ​ເມຍ​ ​ໂດຍຣັດ​ເຊຍ​ ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນ​ນັ້ນ.

​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້ ການ​ຮວມກຳລັງ​ພົນ ຕະຫລອດ​ທັງລົດ​ຖັງ​ແລະ​ກຳ​ປັ່ນ​
ລົບ​ຂອງຣັດ​ເຊຍ ຢູ່ໃກ້​ຊາຍ​ແດນ​ຂອງ​ຢູ​ເຄຣນນັ້ນ ​ໄດ້​ເພີ້​ມທະວີ​ຂຶ້ນ​ຢ່າງ​ຫລວງຫລາຍ
ແຕ່​ວ່າ ທ່ານ Lavrov ນັກ​ການ​ທູດ​ສູງ​ສຸດ​ຂອງ​ຮັດ​ເຊຍ ​ໄດ້​ກ່າວ​ຕໍ່​ສະຖານີ​ໂທລະພາບ​
ຂອງ​ລັດ​ວ່າ ປະ​ເທດຂອງ​ທ່ານ​ບໍ່​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ສົ່ງ​ກຳລັງ​ທະຫານ​ເຫລົ່າ​ນັ້ນ ​ເຂົ້າ
​ໄປ​ໃນ​ຢູ​ເຄຣນ ແຕ່ຢ່າງໃດ.

​ແຕ່​ວ່າ ກາ​ນຮັບປາກ​ຂອງ​ທ່ານ Lavrov ທີ່​ວ່າ ​ເດັດຂາດ ຣັດ​ເຊຍ​ຈະ​ບໍ່​ສົ່ງ​ທະຫານ​
ເຂົ້າ​ໄປ​ໃນ​ຢູ​ເຄຣນນັ້ນ ບໍ່​ໄດ້​ມີ​ຄຳ​ຖະ​ແຫລ​ງ​ໃດໆຂອງ​ທາງ​ການຣັດ​ເຊຍ​ຕິດຕາມ​ມາ
ທີ່​ບອກ​ເຖິງ​ທັດສະນະ​ຂອງປະທານາທິບໍດີ ພູ​ຕິນ ກ່ຽວ​ກັບ​ເລື້ອງ​ນີ້.
ON THE LINE: Russian Annexation of Crimea
please wait

No media source currently available

0:00 0:29:59 0:00
XS
SM
MD
LG