ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ແລະທ່ານ Lavrov ຊອກຫາຄຳຕອບ ທາງ ການເມືອງ ສຳລັບ ຊີເຣຍ


ລມຕ ຕ່າງປະເທດສະຫະລັດ ທ່ານ John Kerry ຈັບມື
ກັບທ່ານ Sergey Lavrov ລມຕ ຕ່າງປະເທດຣັດເຊຍ ທີ່ໂຮງແຮມ Imperial Hotel ໃນນະຄອນວຽນນາ ປະເທດອອຕເຕຣຍ ກ່ອນປະຊຸມກັນ ກ່ຽວກັບເລື້ອງຊີເຣຍ
(23 ຕຸລາ 2015)
ລມຕ ຕ່າງປະເທດສະຫະລັດ ທ່ານ John Kerry ຈັບມື ກັບທ່ານ Sergey Lavrov ລມຕ ຕ່າງປະເທດຣັດເຊຍ ທີ່ໂຮງແຮມ Imperial Hotel ໃນນະຄອນວຽນນາ ປະເທດອອຕເຕຣຍ ກ່ອນປະຊຸມກັນ ກ່ຽວກັບເລື້ອງຊີເຣຍ (23 ຕຸລາ 2015)

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ແລະລັດຖະມົນຕີການຕ່າງປະເທດຣັດເຊຍທ່ານ Sergei La-
vrov ໄດ້ເປີດການເຈລະຈາທີ່ນະຄອນວຽນນາໃນຄວາມພະ ຍາຍາມເພື່ອຊອກຫາຊ່ອງທາງຮ່ວມກັນ ກ່ຽວກັບ ອະນາຄົດ ທາງດ້ານການເມືອງຂອງຊີເຣຍ.

ລັດຖະມົນຕີທັງສອງໄດ້ຈັບມືກັນແຕ່ບໍ່ໄດ້ໃຫ້ຄວາມເຫັນໃດໆ
ໃນຂະນະທີ່ພວກ ທ່ານເຂົ້າສູ່ຫ້ອງປະຊຸມ ໃນວັນສຸກມື້ນີ້.

ນອກນັ້ນພວກທ່ານຍັງຈະໄດ້ພົບປະກັບບັນດາຜູ້ຕາງໜ້າຂອງ
ອົງການສະຫະປະຊາຊາດ ເທີກີ ແລະຊາອຸດີ ອາຣາເບຍ.

ທ່ານ Adel al-Jubier ລັດຖະມົນຕີການຕ່າງປະເທດຊາອຸດີ ອາຣາເບຍ ກ່າວກ່ອນການ
ເຈລະຈາ ໃນວັນສຸກມື້ນີ້ວ່າ “ພວກເຮົາເຊື່ອວ່າ ການແຊກແຊງ ຂອງ ຣັດເຊຍ ຢູ່ໃນຊີເຣຍ ເປັນໄພອັນຕະລາຍ ຍ້ອນມັນເຮັດໃຫ້ບັນຫາຂັດແຍ້ງດັ່ງກ່າວ ຊຸດໂຊມລົງຕື່ມ.”

ໃນຂະນະທີ່ທັງຣັດເຊຍແລະແນວໂຮມ ພາຍໃຕ້ການນຳພາຂອງສະຫະລັດຕ່າງກໍມີກຳລັງ ທະຫານຂອງຕົນຢູ່ໃນຊີເຣຍແຕ່ທັງສອງຝ່າຍກໍມີຄວາມເຫັນບໍ່ຄືກັນກ່ຽວກັບວ່າຈະແກ້ໄຂ ບັນຫາຄວາມວຸ້ນວາຍພາຍໃນປະເທດັ່ງກ່າວແບບໃດ.

ຣັດເຊຍ ໄດ້ໃຫ້ການໜຸນຫຼັງຕໍ່ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ໂດຍທາງ ການເມືອງແລະການທະຫານໃນຂະນະທີ່ສະຫະລັດເຊື່ອວ່າ ທ່ານ Assad ບໍ່ຄວນມີສ່ວນ ຮ່ວມໃດໆ ໃນການແກ້ໄຂທາງການເມືອງໄລຍະຍາວ ຕໍ່ບັນຫາຂັດແຍ້ງໃນຊີເຣຍ.

ທ່ານ Kerry ໄດ້ຖາມ ໃນລະຫວ່າງການປາກົດໂຕຮ່ວມກັບລັດຖະມົນຕີການຕ່າງປະເທດ ເຢຍຣະມັນ ທ່ານ Frank Walter-Steinmer ໃນວັນພະຫັດ ວານນີ້ວ່າ “ບັນຫາມີຢູ່ວ່າ
ພວກເຮົາສາມາດກ້າວໄປເຖິງ ຂັ້ນຕອນທາງດ້ານການເມືອງ ໃນລະຫວ່າງເວລາທີ່ມີການ ກະຈາຍຄວາມຮັບຜິດຊອບແລະແບ່ງປັນອຳນາດຢູ່ໃນຊີເຣຍໂດຍໄດ້ມີການແບ່ງປັນຢ່າງ ຖືກຕ້ອງຫຼືບໍ່ໂດຍປະຊາຊົນຊາວຊີເຣຍ. ນັ້ນຄືສິ່ງທີ່ພວກເຮົາກຳລັງເຮັດວຽກ ເພື່ອໃຫ້ບັນ ລຸຄວາມສຳເລັດ.”

ແນວໂຮມ ພາຍໃຕ້ການນຳພາຂອງສະຫະລັດ ໄດ້ສະໜອງອຸບປະກອນທາງທະຫານແກ່ ພວກຕໍ່ຕ້ານລັດຖະບານນິຍົມແນວທາງປານກາງ ໃນຖານະທີ່ເປັນສ່ວນນຶ່ງຂອງການປຸກ ລະດົມໃນຂອບເຂດທີ່ກວ້າງຂວາງ ເພື່ອຕໍ່ສູ້ກັບກຸ່ມຫົວຮຸນແຮງລັດອິສລາມຢູ່ໃນປະເທດ ດັ່ງກ່າວ.

US Russia Syria
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG