ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ສະໜັບສະໜຸນ ຄວາມພະຍາຍາມ ຂອງອາຟຣິກາ ເພື່ອຕໍ່ຕ້ານ ການຂັດແຍ້ງ​ (ວີດີໂອ)


US Kerry Africa VO
please wait
Embed

No media source currently available

0:00 0:00:41 0:00
ລັດຖະມົນຕີ​ການຕ່າງປະ​ເທດສະຫະລັດ ທ່ານ ຈອນ ແຄ​ຣີ
ກ່າວ​ວ່າ ສະຫະລັດ​ສະໜັບສະໜຸນ​ຄວາມ​ພະຍາຍາມ​ທີ່​ນຳພາ​
ໂດຍ​ອາ​ຟຣິກາ ​ເພື່ອ​ຕໍ່ສູ້​ກັບ “ການ​ຂັດ​ແຍ້​ງຕ່າງໆ​ທີ່​ຮ້າຍ​ແຮງ
​ທີ່​ສຸດ​ຂອງ​ທະວີບ​ນັ້ນ.”


ທ່ານ​ແຄ​ຣີ ​ໄດ້​ມີ​ຄວາມ​ເຫັນ​ດັ່ງກ່າ​ວ ​ໃນ​ວັນ​ພະຫັດ​ມື້​ນີ້ ​
ໃນ​ລະຫວ່າງ​ຢ້ຽມຢາມ​ນະຄອນຫລວງ Addis Ababa ຂອງ
ປະ​ເທດ Ethiopia ຊຶ່ງ​ທ່ານ​ກ່າວ​ຕື່ມ​ວ່າ ມີ​ຫລາຍ​ປະ​ເທດ​ເກີນ​ໄປ ທີ່​ກຳລັງ​ສ່ຽງ​ຕໍ່​ການ​ຕົກ​ເຂົ້າ​ໄປ​ສູ່​ສະພາບ​ຄວາມ​ຮຸນ​ແຮງ ທີ່​ມີ​ພື້ນຖານ​ກ້ວາງ​ຂວາງ.

ທ່ານ​ແຄຣີ​ເວົ້າ​ວ່າ: “​ເປັນ​ທີ່​ແຈ້ງ​ຂາວ​ວ່າ ຄວາມ​ຮຸນ​ແຮງ​ທີ່​ບໍ່​ສາມາດ​ບັນ​ລະ​ຍາຍ​ໄດ້ ຢູ່​ໃນ​ສາທາລະນະ​ລັດ​ອາ​ຟຣິກາ​ກາງ ກໍ​ຄືການ​ເຂັ່ນຂ້າ​ພົນລະ​ເຮືອນ​ຢ່າງ​ຈົງ​ໃຈ​ຢູ່​ໃນ​ທັງ​ສອງ​ຝ່າຍ​ຂອງ​ຊູ​ແດນ​ໃຕ້ ທັງສອງ​ສະພາບ​ການ​ນີ້​ແມ່ນ​ເນ້ນ​ໜັກ​ເຖິງ​ຄວາມ​ຮີບ​ດ່ວນ ຂອງ​ວຽກ​ງານ​ທີ່​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ເຮັດ​ນຳ​ກັນ.”

ຢູ່​ນະຄອນຫລວງ​ຂອງ​ອີ​ທິ​ໂອ​ເປຍ​ນັ້ນ ທ່ານ​ແຄຣີ​ໄດ້​ໄປ​ຢ້ຽມຢາມ​ສຳນັກງານ​ໃຫຍ່
ຂອງສະຫະພາບ​ອາ​ຟຣິກາ ​ເພື່ອ​ສົນທະນາ​ຫາລື​ກັບ ພວກ​ເຈົ້າ​ໜ້າ​ທີ່​ຈາກ C.A.R ຫລື ສາທາລະນະ​ລັດ​ອາ​ຟຣິກາ​ກາງ ບ່ອນ​ທີ່​ຊາວ​ມຸສລິ​ມຍັງ​ພາກັນ​ໜີ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ຢູ່​ຕໍ່​ມາ ​ເພື່​ອຫລົບໜີ​ການໂຈມ​ຕີ​ຂອງ​ພວກທະຫານ​ບ້ານ​ຊາວ​ຄຣິສ.

ກ່ອນ​ໜ້າ​ນັ້ນ ​ໃນ​ເຊົ້າ​ມື້​ນີ້ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ໄດ້​ພົບ​ປະ​ກັບຄູ່​ຕຳ​ແໜ່ງ
ຈາກ Ethiopia, Uganda ​ແລະ Kenya ​ເພື່ອ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ທ້າ​ທາຍຕ່າງໆ
​ໃນ​ການ​ຫາ​ທາງ​ໃຫ້​ພັກ​ຝ່າຍ​ທີ່​ທຳ​ສົງຄາມ​ກັນ​ໃນ​ຊູ​ແດນ​ໃຕ້ ຢຸດ​ເຊົາ​ການຕໍ່ສູ້​ກັນ​ຢ່າງ​ດຸ​ເດືອດ ທີ່​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ​ຫລາຍ​ເດືອນແລ້ວນັ້ນ.

​ບັນດາ​ນັກ​ການ​ທູດ​ສູງ​ສຸດ​ຂອງ​ທັງ​ສີ່​ປະ​ເທດ ມີ​ຄວາມ​ເຫັນ​ພ້ອງ​ຕ້ອງ​ກັນ​ວ່າ ຊູ​ແດນ​ໃຕ້ ມີ​ຄວາມ​ຕ້ອງ ການກອງ​ກຳລັງທະຫານ​ທີ່​ຖືກຕ້ອງ​ຊອບ​ທຳ ​ເພື່ອ​ຊ່ອຍ​ນຳ​ເອົາສະຖຽນ​ລະ​ພາບ​ມາສູ່ປະ​ເທດ.
XS
SM
MD
LG