ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ຕ່າງປະເທດ ສຫລ ຢ້ຽມຢາມອີຣັກ (ວີດິໂອກ່ຽວຂ້ອງ)


ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ
ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ
ຂະນະ​ນີ້ ທ່ານ ຈອນ ​ແຄຣີ ລັດຖະມົນຕີ​ຕ່າ​ງປະ​ເທດ​ສະຫະລັດ ກໍາລັງຢູ່​ໃນອີຣັກ ​ເພື່ອ​ພົບ​ປະ​ກັບ ນາຍົກລັດຖະມົນຕີນົວຣີ ອາລ ມາລີ​ກີ ​ແລະ​ບັນດາ​ຜູ້​ນໍາ​ລະດັບ​ສູງ​ອື່ນໆ ຂອງອີຣັກ ​ເພື່ອ​ປຶກ​ສາ​ຫາລື​ກັນ​ກ່ຽວ​ກັບສົງຄາມ ໃນຊີ​ເຣຍ ປະ​ເທ​ດ​ເພື່ອ​ນບ້ານ ​ແລະ​ຄວາມ​ໝັ້ນຄົງ​ໃນອີຣັກ.

ທ່ານ ​ແຄຣີ ​ໄດ້​ເດີນທາງ​ໄປ​ເຖິງ​ນະຄອນຫຼວງ​ແບັກ​ແດັດ ​ໃນ​ວັນ​ອາທິດ​ມື້​ນີ້ໃນການ​ຢ້ຽມ ຢາມ​ທີ່​ບໍ່​ໄດ້​ປະກາດ​ໃຫ້​ຮູ້​ລ່ວງ​ໜ້າ ຫຼັງຈາກ​ຕິດຕາມ​ປະທານາທິບໍດີ ​ບາຣັກ ​ໂອ​ບາ​ມາ ໄປ​ຢ້ຽມຢາມ​ພາກ​ຕາ​ເວັນ​ອອກ​ກາງ.

ທ່ານ ​ແຄຣີ ຈະ​ຜັກ​ດັນ​ໃຫ້​ບັນດາ​ເຈົ້າໜ້າ​ທີ່​ອີຣັກ ຢຸດ​ເຊົາ​ບໍ່​ໃຫ້​ເຮືອບິນຂອງອິຣ່ານ ທີ່​ບັນ
ທຸກ​ສໍາພາລະ​ທະຫານ​ໄປໃຫ້ລັດຖະບານ​ຊີ​ເຣຍ​ເພື່ອ​ສູ້​ລົບ​ກັບ​ກຸ່ມ​ກະບົດນັ້ນ ບິນ​ຜ່ານ​ເຂດ​ນ່ານຟ້າ​ຂອງ​ອີຣັກ.

ນອກ​ນີ້​ແລ້ວ ​ນັກ​ການ​ທູດ​ລະດັບສູງ​ສຸດ​ຂອງ​ສະຫະລັດ ຍັງ​ຈະ​ສົນ​ທະ​ນາ ເລື້ອງ​ຄວາມ​ເປັນ​ຫ່ວງ​ຂອງ​ສະຫະລັດ ກ່ຽວ​ກັບບັນຫາ​ຂັດ​ແຍ້​ງກັນ​ຢູ່​ພາຍ​ໃນ​ອີຣັກ ທີ່​ກໍ​າລັງຮຸນແຮງ ຂຶ້ນ​ນັບ​ມື້ 10 ປີ ຫຼັງຈາກການ​ບຸກລຸກ​ອີຣັກ ທີ່​ນໍາ​ໂດຍ​ສະຫະລັດ ​ເພື່ອ​ໂຄ່ນ​ລົ້ມ​ຊັດ​ດາມ ຮູ​ສ​ເຊ​ນນັ້ນ.
ນັບ​ຕັ້ງ​ແຕ່​ກໍາລັງ​ທະຫານ​ຂອງ​ສະຫະລັດ​ໄດ້​ຖອນ​ອອກ​ຈາກອີຣັກ​ເປັນ​ຕົ້ນ​ມາ​ນັ້ນ ອີຣັກກໍ​ໄດ້​ຕົກ​ໄປ​ສູ່ແບບ​ແຜນແຫ່ງ​ການ​ຜິດ​ຖຽງ​ກັນ​ທາງການ​ເມືອງຢ່າງ​ຕໍ່​ເນື່ອງ ​ແລະ ​ການກໍ່​ຄວາມ​ຮຸນ​ແຮງຢ່າງ​ຫຼວງຫຼສຍ ລະຫວ່າງຊາວມຸສລິ​ມ ນິກາຍຊຸນ​ນີ ນິກາຍ Shi’ite ​ແລະ ຊາວ Kurd.

ທາງການສະຫະລັດ ໄດ້ສະແດງຄວາມເປັນຫ່ວງ ທີ່ພວກກຸ່ມຫົວຮຸນແຮງທັງຫຼາຍ ໂຮມທັງ
ກຸ່ມອາລຄາອີດານໍາ ໄດ້ເພີ່ມທະວີໂຈມຕີຂຶ້ນ​ຢູ່ໃນຫຼາຍໆ ​ເຂດຂອງອີຣັກຢ່າງບໍ່ລົດລະນັ້ນ.

ເບິ່ງວີດິໂອກ່ຽວຂ້ອງກັບເລື້ອງນີ້:

Far-Reaching American Legacy in Iraq Debated
please wait

No media source currently available

0:00 0:02:09 0:00
ລິງໂດຍກົງ
XS
SM
MD
LG