ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ John Kerry ພົບປະກັບ ປະທາ. ຢູເຄຣນ ທ່ານ Poroshenko


Ukraine UPD CNPK
please wait
Embed

No media source currently available

0:00 0:02:23 0:00

ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry
ກຳລັງ​ຢູ່​ໃນ​ນະຄອນ Kyiv ​ເພື່ອ​ໂອ້​ລົມ​ກັບ​ປະທານາທິບໍດີ
​ຢູ​ເຄຣນ ທ່ານ Petro Poroshenko ໃນຂະນະທີ່ພວກຜູ້ນຳ
ຂອງຝຣັ່ງ ແລະເຢຍ ຣະມັນ ໄດ້ປະກາດວ່າ ພວກທ່ານກຳລັງ
ຈະເດີນທາງໄປຍັງຢູເຄຣນເຊັ່ນດຽວກັນ ພ້ອມດ້ວຍຂໍ້ສະເໜີ
ສັນຕິພາບສະບັບໃໝ່.


ກ່ອນ​ການ​ໄປ​ຮອດ​ໄປ​ເຖິງ​ຂອງ​ທ່ານ Kerry ​ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ຂອງ​ກະຊວງ​ການ​ຕ່າງປະເທດ ຄົນນຶ່ງ ​ໄດ້​ປະກາດ​ວ່າ ສະຫະລັດຈະໃຫ້​ເງິນ​ຊ່ອຍ​ເຫຼືອ​ຢູ​ເຄຣນ ​ເພີ້​ມອີກ 16 ລ້ານ 4 ​ແສນ​ໂດ​ລ່າ ເພື່ອຊ່ອຍເຫຼືອພົນລະເຮືອນທີ່​ໄດ້ຮັບຜົນກະທົບ​ຈາກ​ການສູ້ລົບຂອງທະຫານຢູເຄຣນ ແລະພວກກະ ບົດແບ່ງແຍກດິນດິນແດນນິຍົມຣັດເຊຍ ໃນພາກຕາເວັນອອກຂອງຢູເຄຣນ.

​ເຈົ້າ​ໜ້າທີ່ ຍັງ​ໄດ້​ກ່າວ​ວ່າ ສະ​ຫະລັດ​ແລະ​ພັນທະມິດຂອງ​ຕົນ ຍັງ​ຈະ​ສືບ​ຕໍ່​ພິຈາລະນາ​ການ​ໃຫ້​ຄວາມ​ຊ່ອຍ​ເຫຼືອ “ອາວຸດ​ຍຸດ​ໂທ​ປະກອນ​ໃນ​ການ​ປ້ອ​ງ​ກັນ​ຕົນ​ເອງ” ຊຶ່ງເປັນບາດ
ກ້າວທີ່ວໍຊິງຕັນ ມາຮອດເວ ລານີ້ຍັງມີຄວາມລັງເລໃຈຢູ່ນັ້ນ. ເຈົ້າໜ້າທີ່ທ່ານນີ້ ກ່າວເພີ້​ມ
ຕື່ມ​ວ່າ ສະ​ຫະລັດ ແລະ​ບັນດາປະເທດ​ພາຄີໃນ​ຢູ​ໂຣບ ອາດ​ຈະ​ພິຈາລະນາ​ການ​ລົງ​ໂທດ​ເພີ້​ມຕື່ມ ຕໍ່ຣັດ​ເຊຍ ​ໃນໄວໆ​ນີ້.

ຄວາມ​ຮຸນ​ແຮງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ​ໄດ້​ເພີ້​ມທະວີ​ຂຶ້ນ ຫຼັງ​ຈາກ​ການເຈລະຈາສັນຕິພາບ ຮອບຫລ້າສຸດ ທີ່ແນໃສ່ເພື່ອຍຸດຕິການກໍ່ກະບົດທີ່ດຳເນີນມາເປັນ
ເວລາ 9 ເດືອນນັ້ນ ໄດ້ແຕກຫັກລົງ.

ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ​ໄດ້​ກ່າວ​ວ່າ ທ່ານ​ແລະ​ນາຍົກລັດ
ຖະມົນຕີເຢຍຣະມັນ ທ່ານ​ນາງ Angela Merkel ຈະ​ທຳ​ການ​ຢ້ຽມຢາມ​ຢູ​ເຄຣນ ​ເພື່ອ​ຈະ​ນຳ​ສະ​ເໜີ “ການແກ້ໄຂ​ອັນໃໝ່ ຕໍ່ບັນຫາ​ຂັດ​ແຍ້​ງ ອີງຕາມ​ອະທິປະໄຕແລະຜືນແຜ່ນດິນ
ອັນຄົບຖ້ວນຂອງ​ຢູ​ເຄຣນນີ້.” ປະທານາທິ ບໍດີ​ Hollande ​ແລະ​ທ່ານ​ນາງ Merkel ຈະ​ປຶກສາ​ຫາລື​ກັນ ​ກ່ຽວກັບ​ແຜນດັ່ງກ່າວ​ກັບ​ປະທານາທິບໍດີ​ Poroshenko ​ໃນ​ວັນ​ພະຫັດ​ມື້​ນີ້ ກ່ອນ​ທີ່​ຈະ​ມຸ່ງ​ໜ້າ​ໄປ​ຍັງ Moscow ​ເພື່ອໂອ້ລົມ​ກັບ​ບັນດາ​ຜູ້ນຳຣັດ​ເຊຍ.


ຍັງ​ບໍ່​ທັນ​ມີ​ລາຍ​ລະອຽດໃດໆເພີ່ມ​ຕື່ມ​ກ່ຽວ​ກັບ​ຂໍ້ລິເລີ້ມ​ສັນຕິພາດັ່ງກ່າວໃນເວລານີ້​ເທື່ອ.

XS
SM
MD
LG