ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Kerry ​ເດີນ​ທາງ​ໄປ​ເທີ​ກີ ເພື່ອ​ສ້າງຕັ້ງ ກຸ່ມແນວໂຮມ ຕ້ານ ລັດອິສລາມ (ສະໄລດ໌/ວີດີໂອ)


ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ເດີນ​ທາງ
​ໄປ​ຮອດເດີ່ນບິນ Queen Alia ໃນນະຄອນຫລວງອຳມານ ປະ​ເທດ​ຈໍແດນ, ວັນທີ 10 ກັນຍາ 2014.
ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ເດີນ​ທາງ ​ໄປ​ຮອດເດີ່ນບິນ Queen Alia ໃນນະຄອນຫລວງອຳມານ ປະ​ເທດ​ຈໍແດນ, ວັນທີ 10 ກັນຍາ 2014.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ເດີນ​ທາງ
​ຕໍ່​ໄປ​ຍັງ​ປະ​ເທດ​ເທີ​ກີ ​ໃນ​ວັນ​ສຸກ​ມື້​ນີ້ ​ເພື່ອ​ຊ່ວຍ​ສ້າງຕັ້ງການ​ສະໜັບ
ສະໜຸນ​ຂອງນາໆ​ຊາດ ​ໃນ​ການ​ຕໍ່ສູ້ຕ້ານພວກ​ຫົວ​ຮຸນ​ແຮງ​ຈັດ​
ລັດ​ອິສລາມ.

​ໃນ​ລະ​ຫວ່າງ​ການ​ເຈລະຈາ​ກັບ​ທ່ານ Kerry ​ເມື່ອ​ວັນ​ພະຫັດ​ວານ​ນີ້
ຢູ່​ທີ່​ຊາ​ອຸ​ດີ ອາຣາ​ເບຍນັ້ນ ​ເທີ​ກີ​ ​ໄດ້ປະ​ຕິ​ເສດທີ່​ຈະ​ໃຫ້ການສະໜັບ
ສະໜຸນຕໍ່​ແຜນການຮອບດ້ານ ​ເພື່ອທຳລາຍ​ພວກ​ຫົວ​ຮຸນ​ແຮງ​ຈັດ
​ລັດ​ອິສລາມ ​ທີ່​ນຳ​ໂດຍ​ສະຫະລັດ.

10 ປະ​ເທດອາຣັບ​ໄດ້​ເຂົ້າຮ່ວມກຸ່ມ​ແນວ​ໂຮມດັ່ງກ່າວ ໂດຍ​ໃຫ້​ຄຳ​
ໝັ້ນສັນຍາ​ວ່າ​ ຈະ​ຊ່ວຍ​ເຫຼືອສະຫະລັດ​ທຳລາຍ​ພວກ​ລັດ​ອິສລາມ ຢູ່​ແຫ່ງ​ໃດ​ກໍຕາມ ລວມ ທັງ​ໃນ​ອີຣັກ ​ແລະ​ຊີ​ເຣຍ.

​ຖະ​ແຫລ​ງການສະບັບ​ນຶ່ງກ່າວ​ວ່າ ​ກຸ່ມແນວ​ໂຮມ​ນີ້ ຈະ​ຍຸດຕິການ​ຫລັ່ງ ໄຫລໄປຮ່ວມ
ຂອງ​ພວກ​ນັກ​ລົບຕ່າງປະເທດ ຕັດ​ການໃຫ້ເງິນ​ສະໜັບ ສະໜຸນ​ຕໍ່ກຸ່ມດັ່ງກ່າວ ​ແລະ
ສະໜອງ​ການ​ຊ່ວຍ​ເຫຼືອ​ແກ່​ພວກ​ທີ່​ຖືກ​ກຸ່ມ​ນີ້​ກໍ່ກວນ. ຖະແຫລງການຍັງເວົ້າວ່າ ບ່ອນ
ໃດ ທີ່ມີ​ຄວາມ​ເໝາະ​ສົມ ກຸ່ມແນວ​ໂຮມ​ກໍຈະ​ເຂົ້າ​ຮ່ວມໃນ “ຫຼາຍໆ​ດ້ານ​ຂອງ​ການ​ປະ
ຕິ​ບັດງານ​ທາງ​ທະຫານ​ ທີ່​ມີ​ການ​ປະສານ​ງານ​ກັນ”
ນັ້ນ.

US Congressional Leaders Back Campaign Against IS
please wait

No media source currently available

0:00 0:02:40 0:00

​ເທີ​ກີ ຊຶ່ງ​ມີ​ຊາຍ​ແດນ​ຕິດ​ກັບ​ຊີ​ເລຍ​ຍາວ​ເຖິງ 900 ກິ​ໂລ​ແມັດນັ້ນ ​ແມ່ນ​ຍັງ​ມີ​ຄວາມ​ລັງເລ
​ໃຈ​ ທີ່​ຈະ​ເອົາບົດບາດ​ຢ່າງ​ຫ້າວຫັນ​ໃນ​ກຸ່ມ​ແນວ​ໂຮມ​ນີ້. ພວກ​ນັກ​ລົບ​ລັດ​ອິສລາມ ​ ​ກຳລັງ
​ຈັບ​ຕົວ​ຊາວ​ເທີກີຈຳນວນ 49 ຄົນ​ຢູ່​ໃນ​ຂະນະ​ນີ້ ລວມທັງ​ບັນດານັກ​ການ​ທູດ​ພ້ອມ​ດ້ວຍ​
ຄອບ​ຄົວ​ເຂົາເຈົ້າ ຊຶ່ງ​ພວກ​ກ່ຽວໄດ້​ຖືກ​ລັກ​ພາ​ຕົວ​ໄປ​ຈາກ​ກົງ​ສຸນ ​ເມື່ອ​ເດືອນ​ມິຖຸນາຜ່ານ
​ມານີ້.

​ບັນດາເຈົ້າໜ້າ​ທີ່​ສືບ​ລັບ​ສະຫະລັດ​ກ່າວໃນ​ວັນ​ພະຫັດ​ວ່າ​ນນີ້ວ່າ ພວກ​ລັດ​ອິສລາມ ​ແມ່ນ​
ມີ​ກຳລັງຫຼາຍກວ່າ ທີ່​ເຂົາ​ເຈົ້າ​ໄດ້​ຄາດ​ຄະ​ເນ​ໄວ້. ອົງການສືບ​ລັບ​ CIA ຂອງສະຫະລັດ ກ່າວ​ວ່າ ກຸ່ມ​ດັ່ງກ່າວ ມີພວກ​ນັກ​ລົບລະ​ຫວ່າງ 20,000 ​ຫາ 31,500 ຄົນ ຢູ່​ໃນອີຣັກ ​ແລະ​ຊີ​ເຣຍ. ອັນ​ນີ້​ເປັນ​ຕົວ​ເລກ​ທີ່​ສູງ​ກວ່າ ການຄາດ​ຄະ​ເນ​ກ່ອນ​ໜ້າ​ນີ້ ທີ່ມີຢູ່ປະ​ມານ 10,000 ຄົນນັ້ນ.

US ISLAMIC STATE VOSOT
please wait

No media source currently available

0:00 0:01:31 0:00

XS
SM
MD
LG