ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິສຣາແອລ ຍິນດີ ທີ່ຈະແລກ ເຂດຕັ້ງຖິ່ນຖານໃໝ່ ກັບ ສັນຕິພາບ (ວີດີໂອ)


ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu
ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu
ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu
ກ່າວວ່າ ອິສຣາແອລຈະຍອມສູນເສຍເຂດຕັ້ງຖິ່ນຖານໃໝ່ບາງ
ແຫ່ງ ໃນການຕົກລົງສັນຕິພາບ ກັບຝ່າຍປາແລສໄຕນ໌.

ໃນການໃຫ້ສຳພາດ ທີ່ມີການບັນທຶກເພື່ອອອກອາກາດສຳລັບ
ໂທລະພາບ ຊ່ອງ 2 ຂອງອິສຣາແອລນັ້ນ ທ່ານ Netanyahu
ກ່າວວ່າ ມັນເປັນທີ່ຈະແຈ້ງແລ້ວວ່າ ເຂດຕັ້ງຖິ່ນຖານໃໝ່ບາງ
ແຫ່ງ ຈະບໍ່ເປັນພາກສ່ວນຂອງຂໍ້ຕົກລົງສັນຕິພາບ ແລະທຸກໆ
ຄົນກໍເຂົ້າໃຈດີ.

ນາຍົກລັດຖະມົນຕີອິສຣາແອລ ເວົ້າວ່າ ທ່ານຈະໃຫ້ເປັນທີ່ແນ່
ໃຈວ່າຈຳນວນເຂດຕັ້ງຖິ່ນຖານໃໝ່ດັ່ງກ່າວນັ້ນ ມີໜ້ອຍເທົ່າທີ່ຈະໜ້ອຍໄດ້. ນອກນັ້ນແລ້ວ ທ່ານຍັງກ່າວວ່າ ນະຄອນເຈຣູຊາແລັມ ຈະຢູ່ພາຍໃຕ້ການຄວບຄຸມຂອງອິສຣາແອລ. ຝ່າຍ ປາແລສໄຕນ໌ ຕ້ອງການຢາກໃຫ້ກ້້ຳຕາເວັນອອກຂອງນະຄອນເຈຣູຊາແລັມ ເປັນນະຄອນ ຫຼວງໃນອະນາຄົດຂອງພວກເຂົາເຈົ້າ.

ປະທານາທິບໍດີປາແລສໄຕນ໌ ທ່ານ Mahmoud Abbas ໄດ້ປະຕິເສດ ໃນມື້ວັນສຸກວານນີ້
ທີ່ຈະຮັບຮູ້ອິສຣາແອລໃນນາມລັດຂອງຊາວຢິວຊຶ່ງເປັນນຶ່ງໃນຂໍ້ຮຽກຮ້ອງທີ່ສຳຄັນໃນການ
ຕົກລົງສັນຕິພາບ ຂອງທ່ານ Netanyahu.

ຂະນະດຽວກັນລັດຖະມົນຕີການຕ່າງປະເທດສະຫະລັດທ່ານ John Kerry ໄດ້ພົບປະກັບ ກະສັດ Abdullah ແຫ່ງຈໍແດັນ ຢູ່ທີ່ເມືອງ Aqaba ເພື່ອສົນທະນາຫາລືກ່ຽວກັບຂັ້ນຕອນ ການເຈລະຈາສັນຕິພາບ ໃນພາກຕາເວັນອອກກາງ. ບໍ່ມີການເປີດເຜີຍໃຫ້ຊາບ ກ່ຽວກັບ ລາຍລະອຽດຂອງການສົນທະນາຫາລືດັ່ງກ່າວນີ້ ແຕ່ຢ່າງໃດເລີຍ.

Kerry Mideast
please wait
Embed

No media source currently available

0:00 0:00:39 0:00
XS
SM
MD
LG