ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ແຄຣີ ເດີນທາງ ໄປຍີ່ປຸ່ນ ເພື່ອຫາລື ເລຶ່ອງເກົາຫຼີເໜືອ (ວີດິໂອ)


ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ (ຊ້າຍ) ແລະ ທ່ານ Fumio Kishida ລັດຖະມົນຕີຕ່າງປະເທດຍີ່ປຸ່ນ
ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ (ຊ້າຍ) ແລະ ທ່ານ Fumio Kishida ລັດຖະມົນຕີຕ່າງປະເທດຍີ່ປຸ່ນ
ທ່ານ​ແຄ​ຣີ ​ໄດ້​ພົບ​ປະ​ກັບ​ທ່ານ Fumio Kishada ລັດຖະມົນຕີ
​ຕ່າງປະ​ເທດ​ຍີ່ປຸ່ນເພື່ອ​ ປຶ​ກສາ​ຫາລື​ກັນ​ເລື່ອງ​ການ​ຮ່າງ​ຂໍ້ຄວາມ
​ອັນເຂັ້ມ​ແຂງ ​ເພື່ອສົ່ງໄປ​ພຽງ​ຢາງ ​ໃນ​ຂະນະທີ່​ເກົາຫຼີ​ເໜືອ​ຂູ່​ວ່າ​
ຈະ​ທົດ​ລອງ​ຍິງ​ລູ​ກສອນ​ໄຟ​ຂີ​ປະ​ນາ​ວຸດ.

ຫຼັງຈາກ​ການ​ເຈລະຈາ​ກັນ​ແລ້ວ ທ່ານ​ແຄ​ຣີ ​ເວົ້າ​ວ່າ ສະຫະລັດ​ມີ
​ຄວາມໝັ້ນ​ໝາຍ ຕໍ່ການ​ຊ່ວຍ​ປ້ອງ​ກັນ​ຍີ່ປຸ່ນ ​ແລະ​ເວົ້າ​ຕື່ມ​ວ່າ ຈະ​
ມີ​ການ​ເຈລະຈາ​ກັນ​ໃນ​ລະດັບ​ສູງຕື່ມ​ອີກ ​ເພື່ອ​ຫາ​ທາງ​ອອກຢ່າງ
​ສັນຕິ​ຕໍ່ສະຖານະ​ການ​ ໃນ​ແຫຼມ​ເກົາຫຼີ.

ທ່ານແຄ​ຣີ ຍັງ​ເວົ້າ​ອີກ​ວ່າ ພວກ​ທ່ານ​ທັງ​ສອງໄດ້​ສ້າງ​ຄວາມ​ກ້າວ
ໜ້າຫຼາຍສົມຄວນ ​ກ່ຽວ​ກັບ​ການ​ມີໜ້າ​ຂອງ​ກອງທັບ​ສະຫະລັດ​ຢູ່​ເກາະ​ໂອ​ກິ​ນາວ​ ໂຮມທັງ​
ການ​ຍ້າຍຖານທັບ​ອາກາດ​ຂອງ​ທະຫານ​ມາ​ຣີນສະຫະລັດ ອອກ​ຈາກ Futenma ນັ້ນ​ນໍາ.

ກ່ຽວ​ກັບ​ເລຶ່ອງໝູ່​ເກາະ Senkaku ຊຶ່ງ​ຈີນ​ເອີ້ນວ່າ Daioyu ​ແລະ​ທັງ​ຈີນ​ກັບຍີ່ປຸ່ນ​ຕ່າງ​ກໍ​ອ້າງ​ເອົາກໍາມະສິດ​ນັ້ນ ທ່ານ​ແຄຣີ ​ເວົ້າ​ວ່າ ວໍ​ຊິງ​ຕັນ​ບໍ່​ເອົາ ທ່າ​ທີ​ໃດໆ​ຕໍ່​ອະທິ​ປະ​ໄຕ​ຂອງ​ໝູ່​ເກາະ​ດັ່ງກ່າວ ​ແຕ່​ກໍ​ຮັບ​ຮູ້​ວ່າຍີ່ປຸ່ນເປັນ​ຝ່າຍ​ບໍລິຫານ​ເກາະ​ເຫຼົ່ານັ້ນ. ທ່ານ​ແຄຣີ ເວົ້າວ່າ
ສະຫະລັດ​ຄັດຄ້ານ​ການ​ເຄຶ່ອນ​ໄຫວໃດໆແຕ່​ຝ່າຍ​ດຽວ ​ເພື່ອ​ອ້າງ​ເອົາ​ໝູ່​ເກາະ​ດັ່ງກ່າວ​ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ​ນັ້ນ.

ທ່ານແຄ​ຣີ ​ໄດ້​ເດີ​ນທາງ​ໄປ​ເຖິງ​ໂຕ​ກຽວ ຕອນ​ເຊົ້າວັນ​ອາທິ​ດມື້​ນີ້ ​ຈາກ​ປັກກິ່ງ. ທ່ານ​ແຄ​ຣີ
ມີ​ກໍານົດ​ຈະ​ພົບ​ປະ​ກັບ​ນາຍົກລັດຖະມົນຕີ Shinzo Abe ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້ ​ເພື່ອ​ປຶ​ກສາ​
ຫາລື​ກັນ​ເລື່ອງ​ໂຄງການອາວຸດນີວ​ເຄຼຍຂອງ​ເກົາຫຼີ​ເໜືອ.

ຍີ່ປຸ່ນ ຊຶ່ງ​ຕັ້ງ​ຢູ່​ພາຍ​ໃນ​ລັດສະໝີ​ຂອງ​ລູກ​ສອນ​ໄຟ​ຂອງ​ເກົາຫຼີ​ເໜືອນັ້ນ ​ໄດ້ຕິດ​ຕັ້ງ​ລູກ​ສອນ​
ໄຟສະກັດ​ກັ້ນ​ລູກ​ສອນ​ໄຟ ຫຼື interceptor ​ໄວ້ ຢູ່ອອ້ມເມືອງຫຼວງໂຕ​ກຽວ.

​ເວລາ​ຢູ່​ປັກ​ກິ່ງນັ້ນ ທ່ານ​ແຄ​ຣີ ​ແລະ​ທ່ານ Yang Jiechi ຫົວໜ້າ​ດ້ານ​ນະ​ໂຍບາຍ​ຕ່າງປະ
​ເທດ​ຂອງ​ຈີນ ​ໄດ້​ຮັບປາກ​ວ່າ​ ຈະ​ປະຕິບັດ​ງານ​ຮ່ວມ​ກັນ ​ເພື່ອຫາ​ທາງ​ແກ້​ໄຂ​ວິ​ກິດ​ການ​
ໃນ​ແຫຼມ​ເກົາຫຼີ. ນັກການ​ທູດ​ທັງ​ສອງທ່ານເວົ້າ​ເມື່ອ​ວັນ​ເສົາ​ວານ​ນີ້​ວ່າ ພວກທ່ານສະໜັບ
ສະໜຸນເປົ້າໝາຍ ​ໃນ​ການ​ມີ​ແຫຼມ​ເກົາຫຼີ ທີ່​ປອດ​ນີວ​ເຄຼຍນັ້ນ.

(ເບິ່ງວີດີໂອ)

ທ່ານ ຈອນ ແຄຣີ ຢ້ຽມຢາມຍີ່ປຸ່ນ
please wait

No media source currently available

0:00 0:01:06 0:00
XS
SM
MD
LG