ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Kerry ຢ້ຽມຢາມອີຣັກ ໂດຍບໍ່​ປະກາດ​ ໃຫ້​ຊາບລ່ວງ​ໜ້າ (ສະໄລດ໌/ວີດີໂອ)


ທ່ານ John Kerry ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ກຳລັງ
​ຢູ່​ໃນ​ອີຣັກ ​ໃນ​ການ​ຢ້ຽມຢາມ​ທີ່​ບໍ່​ໄດ້​ມີ​ການ​ປະກາດ​ໃຫ້​ຊາບ
​ລ່ວງ​ໜ້າ ​ໃນ​ຂະນະທີ່​ລັດຖະບານ​ກຳລັງ​ປະ​ເຊີນ​ໜ້າ ກັບ​ກາ
ນ​ທ້າ​ທາຍ​ໃນ​ການຕອບ​ໂຕ້​ຕໍ່ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ນິກາຍ​
ຊຸນ​ນີ ທີ່​ໄດ້​ຍຶດ​ເອົາ​ຫຼາຍ​ເຂດ​ທີ່​ກວ້າງຂວາງ​ໃນ​ພາກ​ເໜືອ
ແລະພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ.

ທ່ານ Kerry ​ເດີນທາງ​ໄປ​ຮອດ ນະຄອນຫຼວງ​ແບັກ​ແດດ​ ​ໃນ
​ວັນ​ຈັນ​ມື້​ນີ້ ​ແລະ​ມີໝາຍ​ກຳນົດ​ທີ່​ຈະ​ພົບ​ປະ​ກັບ​ນາຍົກລັດຖະ
ມົນຕີ Nouri al-Maliki ຕະຫຼອດ​ທັງ​ບັນດາ​ຜູ້ນຳ​ນິກາຍ​ຊຸນ​ນີ
​ແລະ​ກຸ່ມ Kurd.

ທ່ານ​ຈະ​ສືບ​ຕໍ່​ທຳ​ຄວາມ​ກົດ​ດັນ​ຂອງສະຫະລັດ ໃຫ້​ທ່ານ​ມາ​ລິ​ກີ​ຮວມ​ເອົາ​ຫຼາຍໆ​ກຸ່ມ
​ຂຶ້ນ​ອີກ ເຂົ້າ​ຮ່ວມ​ໃນ​ວົງ​ການ​ລັດຖະບານພາຍ​ໃຕ້ການ​ນຳພາ​ນິກາຍ Shi’ite ຂອງ​
ທ່ານນັ້ນ​ ຊຶ່ງ​ໄດ້​ປະ​ເຊີນ​ກັບ​ການ​ຕຳ​ໜິຕິຕຽນ ວ່າອັດ​ປະຕູ​ບໍ່​ໃຫ້​ພວກ​ນິກາຍຊຸນ​ນີແລະ​
ກຸ່ມ kurds ​ເຂົ້າ​ຮ່ວມ​ນຳ ​ແລະ​ພາ​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງທາງ​ດ້ານ​ສາສະໜາຂຶ້ນນັ້ນ.

ທ່ານ Kerry ​ໄດ້​ທຳ​ການສົນທະນາ​ ​ເລື້ອງ​ອີຣັກ ​ແລະ​ການຂົ່ມຂູ່​ຈາກ​ ພວກ​ນັກ​
ຕໍ່ສູ້​ຂອງ​ກຸ່ມ ISIL ​ໃນ​ຂະນະ​ທີ່​ທ່າ​ນພົບ​ປະໃນ​ວັນ​ອາທິດ​ວານ​ນີ້​ ກັບ​ພວກ​ຄູ່​ຕຳ​
ແໜ່​ງ​ໃນ​ອີ​ຈິ​ບ ​ແລະ​ຈໍ​ແດນ. ທ່ານ Kerry ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ນະຄອນຫຼວງ
​ໄຄ​ໂຣ ຂອງ​ອີ​ຈິບ ວ່າ ຖ້າ​ຫາກ​ຊາວ​ອີຣັກຕ້ອງການ​ລັດຖະບານ​ທີ່​ມີ​ກຸ່ມ​ອື່ນໆ​
ຮ່ວມ​ນຳ ສະຫະລັດກໍ​ຈະ​ຊ່ອຍ​ເຫຼືອ ຊຶ່ງ​ທ່ານ​ກ່າວ​ດັ່ງ​ນີ້:
iraq23june14
please wait
Embed

No media source currently available

0:00 0:00:56 0:00

“ຖ້າ​ພວ​ກ​ເຂົາ​ເຈົ້າ​ຕ້ອງການ ພວກ​ເຂົາ​ເຈົ້າກໍມີ​ໂອກາດ​ເພື່ອ​ເລືອກ​ເອົາ​ຄະນະ
ນຳ​ພາ ທີ່​ສາມາດ​ເປັນ​ຜູ້ຕາງໜ້າປະຊາຊົນທັງ​ໝົດຂອງ​ອີຣັກ​ໄດ້ ຄື​ລັດຖະບານ
​ສາມັກຄຊາດ ທີ່​ນຳເອົາປະຊາຊົນ​ທັງ​ໝົດມາ​ຮວມກັນ ​ແລະ​ເພັ່ງ​ເລັງ​ໃສ່​ພວກ
ISIL ນັ້ນ. ​ແລະ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ກະທຳ​ເຊັ່ນ​ນັ້ນ​ໄດ້
ບໍ່​ພຽງ​ແຕ່​ດ້ວຍຄວາມ​ຊ່ອຍ​ເຫຼືອ​ຈາກພວກ​ເຮົາ​ເທົ່າ​ນັ້ນ ​ແຕ່​ດ້ວຍ​ຄວາມ​ຊ່ອຍ​
ເຫຼືອ​ຈາກ​ໝົດ​ທຸກ​ປະ​ເທດ​ໃນ​ຂົງ​ເຂດ ຕະຫຼອດ​ທັງ​ຈາກ​ປະ​ເທດ​ອື່ນໆ​ໃນ​ໂລກ
ທີ່​ຍາມ​ໃດ​ກໍ​ຈະ​ລຸກ​ຂຶ້ນ​ຕໍ່ຕ້ານ ​ການກະທຳ​ທີ່​ໂຫດຮ້າຍ​ທາລຸນຂອງ​ການ​ເຄື່ອນ​
ໄຫວ​ແບບ​ກໍ່​ການ​ຮ້າຍແບບ​ນີ້.”


ວີດີໂອ: ປ. ໂອບາມາ ຊັ່ງຊາ ບາດກ້າວຕ່າງໆ ກ່ຽວກັບອີຣັກ:
CN-Obama Weighs in on Iraq Crisis
please wait

No media source currently available

0:00 0:02:29 0:00
XS
SM
MD
LG