ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Kerry ຢ້ຽມຢາມ ເອເຊຍ ເພື່ອຫາລື ເລື່ອງການຄ້າ ແລະຄວາມໝັ້ນຄົງ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry
​ໄດ້​ເລີ່​ມທໍາ​ການ​ຢ້ຽມຢາມ​ຂົງ​ເຂດ​ເອ​ເຊຍ​ເປັນ​ເວລາ 6 ມື້​ ເພື່ອ
ເສີມ​ຂະຫຍາຍ​ການຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ກັບ​ຍີ່ປຸ່ນ ​ແລະ
​ເພື່ອ​ຊຸກຍູ້ສົ່ງ​ເສີມການ​ຄ້າ​ໃນ​ຂົງ​ເຂດ​ເອ​ເຊຍປາຊິ​ຟິກ.

​ໂຄສົກ​ຂອງ​ທໍານຽບຫ້າ​ແຈ ​ໄດ້​ກ່າວ​ວ່າ ທ່ານ Kerry ​ໄດ້​ໄປ​ຮອດ
​ກຸງ​ໂຕ​ກຽວ​ ໃນ​ວັນ​ພຸດ​ມື້​ນີ້ ແລ້ວ ​ນຶ່ງ​ມື້ກ່ອນເຂົ້າ​ຮ່ວມ​ກອງ​ປະຊຸມ
​ຄະນະ​ການ​ປຶກສາ​ຫາລືເລື່ອງ​ຄວາມ​ໝັ້ນຄົງ ລະຫວ່າງ​ສະຫະລັດ
​ແລະ​ຍີ່ປຸ່ນ ຊຶ່ງ​ຄັ້ງ​ຫຼ້າ​ສຸດ​ນັ້ນ ​ໄດ້​ຈັດ​ຂຶ້ນ​ທີ່​ກຸງ​ວໍ​ຊີງ​ຕັນ​ໃນ​ປີ 2011.

ລັດຖະມົນ​ຕີປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Chuck Hagel
ຈະ​ສົມທົບ​ທ່ານ Kerry ໃນ​ການເຈລະຈາ​ຫາລືກັບລັດຖະມົນຕີ​ການ​ຕ່າງປະ​ເທດຍີ່ປຸ່ນ
ທ່ານ Fumio Kishida ​ແລະ​ລັດຖະມົນ​ຕີປ້ອງ​ກັນ​ປະ​ເທດ ທ່ານ Itsunori Onodera.

ອົງການ​ຂ່າວ Kyodo ແຈ້ງ​ວ່າ ທັງ​ສອງ​ຝ່າຍ​ຈະ​ປຶກສາ​ຫາລື​ກ່ຽວ​ກັບການ​ດັດ​ແປງ​ແກ້​ໄຂ​ຂໍ້
​ຕົກລົງ​ວ່າ​ດ້ວຍ​ຄວາມໝັ້ນຄົງ​ທີ່​ມີ​ມາ​ເປັນ​ເວລາ​ຫຼາຍທົດ​ສະ​ວັດ​ແລ້ວ​ນັ້ນ ​ເພື່ອສະທ້ອນ​
ໃນ​ອັນ​ທີ່​ຍີ່ປຸ່ນ ​ເຫັນ​ວ່າ​ເປັນການ​ທ້າ​ທາຍ​ໃໝ່​ກ່ຽວ​ກັບ​ກິດຈະການ​ຂອງ​ຈີນ​ທີ່​ກ້າຫານ​ຫລາຍ
​ຂຶ້ນ​ໃນ​ເຂດ​ນ່ານນໍ້າທີ່​ມີ​ການຂັດ​ແຍ້​ງກັນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ Kerry ມີ​ກຳນົດ​ທີ່​ຈະເດີນທາງຈາກ​ກຸງ​ໂຕ​ກຽວໄປ​ຍັງ​
ເກາະບາ​ຫຼີ ​ຂອງອິນ​ໂດ​ເນ​ເຊຍ ​ໃນ​ວັນ​ສຸກ​ທີ່​ຈະ​ມາ​ເຖິງ​ນີ້ ເພື່ອ​ເຂົ້າ​ຮ່ວມກອງ​ປະຊຸມລະດັບ​ລັດຖະມົນຕີ​ຂອງ ອົງການ APEC.

XS
SM
MD
LG