ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານແຄຣີ ຢູ່ທີ່ນະຄອນຫຼວງ ອາບູດາບີ ເພື່ອເຈລະຈາ ເລື້ອງຊີເຣຍ


ມືປືນດັກຍິງ ຊາວຊີເຣຍ ຊົນເຜົ່າເຄີດ ແນມອອກໄປ ເບິ່ງຊາກຫັກພັງ ຢູ່ໃນເມືອງ Kobani ຂອງຊີເຣຍ.
ມືປືນດັກຍິງ ຊາວຊີເຣຍ ຊົນເຜົ່າເຄີດ ແນມອອກໄປ ເບິ່ງຊາກຫັກພັງ ຢູ່ໃນເມືອງ Kobani ຂອງຊີເຣຍ.

ຂະນະນີ້ ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານຈອນ
ແຄຣີ ຢູ່ໃນສະຫະລັດອາຣັບເອເມີເຣັສ ເພື່ອການເຈລະຈາ ໃນ
ວັນຈັນມື້ນີ້ ທີ່ຈະເພັ່ງເລັງໃສ່ ເລື້ອງສະຖານະການໃນຊີເຣຍ.

ທ່ານແຄຣີ ຈະພົບປະກັບເຈົ້າຊາຍອາຣັບ Mohammed Bin
Zayed Al Nahyan ຢູ່ໃນນະຄອນຫຼວງ ອາບູດາບີ ອັນເປັນ
ຂັ້ນຕົ້ນຂອງການເດີນທາງ ທີ່ຍັງຈະຢຸດແວ່ ໃນປະເທດອິສຣາແອລນຳດ້ວຍ.

ສະຫະລັດອາຣັບເອເມີເຣັສ ເປັນພາກສ່ວນນຶ່ງ ຂອງການຟື້ນຄືນໃໝ່ ຄວາມພະຍາຍາມ
ໂດຍຫຼາຍປະເທດ ເພື່ອຈະຊຸກຍູ້ ໃຫ້ມີການແກ້ໄຂສະຖານະການ ທາງດ້ານການເມືອງ
ຢູ່ໃນຊີເຣຍ ບ່ອນທີ່ການສູ້ລົບກັນໄດ້ສັງຫານຫຼາຍກວ່າ 250,000 ຄົນແລ້ວ ນັບຕັ້ງແຕ່
ເດືອນມີນາ ປີ 2011 ເປັນຕົ້ນມາ.

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານຈອນ ແຄຣີ ກ່າວສະລຸບຫຍໍ້ ຢູ່ທີ່ ກອງປະຊຸມ ປະຈຳປີ ຄັ້ງທີ 30 ຂອງສະພາທີ່ປຶກສາ ຄວາມໝັ້ນຄົງ ຂອງປະເທດຕ່າງໆ ຢູ່ທີ່ກະຊວງການຕ່າງປະເທດ ໃນວໍຊິງຕັ້ນ, ວັນທີ 18 ພະຈິກ 2015.
ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານຈອນ ແຄຣີ ກ່າວສະລຸບຫຍໍ້ ຢູ່ທີ່ ກອງປະຊຸມ ປະຈຳປີ ຄັ້ງທີ 30 ຂອງສະພາທີ່ປຶກສາ ຄວາມໝັ້ນຄົງ ຂອງປະເທດຕ່າງໆ ຢູ່ທີ່ກະຊວງການຕ່າງປະເທດ ໃນວໍຊິງຕັ້ນ, ວັນທີ 18 ພະຈິກ 2015.

ການພົບປະກັນຄັ້ງຫລ້າສຸດເມື່ອບໍ່ດົນມານີ້ ທີ່ປະກອບດ້ວຍສະຫະລັດ ແລະ ບັນດາປະ
ເທດມະຫາອຳນາດອື່ນໆ ຂອງໂລກ ຢູ່ໃນນະຄອນວຽນນານັ້ນ ທີ່ໄດ້ສິ້ນສຸດລົງເມື່ອວັນ
ທີ 13 ພະຈິກຜ່ານມາ ໂດຍມີການໃຫ້ຄຳປະຕິຍານວ່າ ຈະພະຍາຍາມນຳເອົາລັດຖະບານ
ຊີເຣຍ ແລະ ຝ່າຍຄ້ານເຂົ້າມາທຳການເຈລະຈາ ທີ່ໄກ່ເກ່ຍໂດຍອົງການ ສະຫະປະຊາ
ຊາດ ພາຍໃນເດືອນມັງກອນປີໜ້າ. ການເຈລະຈາສັນຕິພາບສອງຮອບກ່ອນໜ້ານີ້ ໃນ
ຕົ້ນປີ 2014 ໄດ້ສິ້ນສຸດລົງ ໂດຍບໍ່ມີຄວາມຄືບໜ້າທີ່ເປັນຮູບປະທຳເລີຍ.

ເຮືອບິນລົບຂອງສະຫະລັດອາຣັບເອເມີເຣັສ ອັນເປັນພາກສ່ວນກຸ່ມແນວໂຮມທີ່ນຳພາ
ໂດຍສະຫະລັດ ຍັງໄດ້ປະຕິບັດການໂຈມຕີທາງອາກາດຫຼາຍບັ້ນ ທີ່ແນເປົ້າໝາຍໃສ່
ພວກຫົວຮຸນແຮງລັດອິສລາມ ຜູ້ທີ່ຄວບຄຸມດິນແດນສ່ວນໃຫຍ່ຂອງປະເທດຊີເຣຍ ແລະ
ອີຣັກ ເປັນເວລາຫຼາຍກວ່ານຶ່ງປີມາ.

ການເດີນທາງໄປຢ້ຽມຢາມອິສຣາແອລຂອງທ່ານແຄຣີ ຈະເປັນຄັ້ງທຳອິດຂອງທ່ານ ໃນ
ລະຍະຫຼາຍກວ່າປີນຶ່ງ ແລະ ຈະກ່ຽວພັນກັບການພົບປະ ກັບນາຍົກລັດຖະມົນຕີ ອິສຣາແອລ
ທ່ານເບັນຈາເມັນ ເນຕັນຢາຮູ ທັງຢູ່ໃນນະຄອນຫຼວງເຈຣູຊາແລັມ ແລະ ໃນນະຄອນ
ຣາມາລາ ກັບຜູ້ນຳປາແລັສໄຕນ໌ ທ່ານມາມູດດ໌ ອາບັສ.

ຄາດວ່າ ທ່ານແຄຣີ ຈະປຶກສາຫາລື ມາດຕະການຕ່າງໆທີ່ອາດຫລຸດຜ່ອນຄວາມເຄັ່ງຕຶງ
ລະຫວ່າງ ຊາວອິສຣາແອລ ກັບ ຊາວປາແລັສໄຕນ໌ ທີ່ໄດ້ທະວີຂຶ້ນເມື່ອບໍ່ດົນມານີ້ ແລະ
ຮຽກຮ້ອງໃຫ້ທັງສອງຝ່າຍ ພະຍາຍາມຍັບຍັ້ງຈາກການໃຊ້ຄວາມຮຸນແຮງເອົາໄວ້.

Israel Palestinians
please wait
Embed

No media source currently available

0:00 0:00:36 0:00

U.S. Secretary of State John Kerry is in the United Arab Emirates for talks Monday focusing on the situation in Syria.

He is meeting with Crown Prince Sheikh Mohammed Bin Zayed Al Nahyan in Abu Dhabi on the first leg of a trip that will also include a stop in Israel.

The UAE has been a part of a renewed effort by multiple countries to push for a political resolution to the situation in Syria, where fighting has killed more than 250,000 people since March 2011.

The most recent meetings involving the U.S. and other world powers in Vienna ended November 13 with a pledge to try to bring the Syrian government and opposition together for U.N.-mediated talks by January. Two previous rounds of peace talks in early 2014 ended with no real progress.

UAE jets have also conducted airstrikes as part of a U.S.-led coalition in Syria targeting Islamic State militants who have controlled parts of that country and Iraq for more than a year.

Kerry's visit to Israel will be his first in more than a year, and will involve meetings in both Jerusalem with Israeli Prime Minister Benjamin Netanyahu and in Ramallah with Palestinian leader Mahmoud Abbas.

He is expected to discuss measures that could reduce the recent spike in Israeli-Palestinian tensions and urge both sides to exercise restraint.

XS
SM
MD
LG