ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາ ສັນຕິພາບ ຕາເວັນອອກກາງ ເລີ້ມຄືນອີກ ທີ່ກຸງວໍຊິງຕັນ (ວິດີໂອ)


Mideast Peace Talks Resume in Washington
please wait

No media source currently available

0:00 0:02:01 0:00
ລິງໂດຍກົງ
ຄະນະເຈລະຈາຂອງອິສຣາ​ແອ​ລ ​ແລະ​ປາ​ແລ​ສຕາຍນ໌ ກໍາລັງ​
ພົບ​ປະ​ກັນ​ທີ່ ນະຄອນຫລວງວໍ​ຊິງ​ຕັນ ​ເພື່ອ​ສົນທະນາເຖິງບາດ
ກ້າວ​ໃນຂັ້ນ​ຕໍ່​ໄປ ກ່ຽວ​ກັບການ​ເຈລະຈາສັນຕິພາບ ​ໃນ​ພາກ​ຕາ
​ເວັນ​ອອກ​ກາງທີ່​ໄດ້​ເລີ້ມຄືນ​ໃໝ່ ​ຫລັງ​ຈາກໄດ້​ຢຸດມາ ເປັນ​ເວ
ລາ​ສາມ​ປີ.

ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ຈະ​
ພົບ​ປະ​ໃນ​ວັນ​ອັງຄານ​ມື້​ນີ້ ​ກັບລັດຖະມົນຕີ​ຍຸຕິ​ທໍາຂອງ​ອິສຣາ​
ແອ​ລທ່ານນາງ Tzipi Livni ​ແລະຫົວໜ້າ​ເຈ​ລະ​ຈາປາ​ແລ​ສ
ຕາຍນ໌ ທ່ານ Saeb Erekat ກ່ອນ​ການ​ຖະ​ແຫລ​ງຕໍ່ສື່​ມ່ວນ
​ຊົນຮ່ວມກັນ.

ທ່ານ Kerry ໄດ້ເປັນ​ເຈົ້າພາບ​ຈັດ​ງານ​ລ້ຽງ​ອາຫານ​ຄໍ່າຕ້ອນຮັບ​ທັງ​ສອງ​ຝ່າຍໃນ​ແລງ​
ວັນ​ຈັນ​ວານ​ນີ້ ຫລັງ​ຈາກ​ໄດ້​ຮຽກຮ້ອງ​ໃຫ້​ເຂົາ​ເຈົ້າ ທຳ​ການ “ປະນີປະ ນອມ ທີ່ສົມ​ເຫດ​ສົມ​
ຜົນ” ​ໃນ​ການ​ເຈລະ​ຈາ.

ທ່ານ Kerry ກ່າວ​ວ່າ ບັນ​ຫາ​ທີ່​ຍົກ​ຂື້ນ​ມາ​ເຈລະຈາ​ກັນ​ນັ້ນແມ່ນ​ຍຸ່ງ​ຍາກ ສັບສົນ ​ສະ​ເທືອ​ນ
ອາລົມ ​ແລະ​ເປັນ​ສັນ​ຍາ​ລັກ ​ແຕ່​ຜົນ​ທີ່ຈະ​ຕິດຕາມ​ມາຖ້າຫາກບໍ່ມີ​ການ​ພະຍາຍາມ​ເ​ຈລະຈາ
​ກັນ​ນັ້ນ ອາດ​ຈະ​ຮ້າຍ​ແຮງ​ກວ່າ​ນັ້ນ.

ອະດີດ​ເອກ​ອັກຄະ​ລັດຖະທູດສະຫະລັດປະ​ຈໍາອິສຣາ​ແອ​ລທ່ານ Martin Indyk ຈະ​ເປັນ​ທູດ​
ພິ​ເສດ​ຂອງສະຫະລັດ ທີ່​ຊ່ວຍນໍາພາ​ໃນການ​ເຈລະ​ຈາ. ທ່ານ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ
ຈະ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ທ່ານໃຫ້​ດີ​ທີ່​ສຸດ ​ເພື່ອ​ໃຫ້​ບັນລຸ​ຜົນໃນວິ​ໄສ​ທັດ ຂອງປະທານາທິບໍດີ
Barack Obama ທີ່ຢາກ​ເຫັນສອງ​ປະ​ເທດ​ຢູ່​ຄຽງ​ຂ້າງ​ກັນ ດ້ວຍ​ຄວາມ​ສະຫງົບ ​ແລະມີ​
ຄວາມ​ປອດ​ໄພ.
XS
SM
MD
LG