ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ຫວັງວ່າ ຈະ “​ເລັ່ງລັດ​” ກອງປະຊຸມ ເລື້ອງໂຄງການນິວເຄລຍຂອງອີຣ່ານ


ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ​ທ່ານ John Kerry ສະແດງປະຕິກິລິຍາ ຕໍ່ອາກາດທີ່ມີລົມພັດແຮງ ໃນຂະນະເດີນທາງໄປເຖິງ ນະຄອນ Munich ປະເທດເຢຍຣະມັນ, ວັນທີ 10 ມັງກອນ 2015.
ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ​ທ່ານ John Kerry ສະແດງປະຕິກິລິຍາ ຕໍ່ອາກາດທີ່ມີລົມພັດແຮງ ໃນຂະນະເດີນທາງໄປເຖິງ ນະຄອນ Munich ປະເທດເຢຍຣະມັນ, ວັນທີ 10 ມັງກອນ 2015.

ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ​ທ່ານ John Kerry ມີ
​ກຳນົດຈະ​ພົບ​ປະ​ກັບ ກັບລັດຖະມົນຕີ​ຕ່າງປະ​ເທດ​ອີຣ່ານ
ທ່ານ Mohammad Javad Zarif ​ໃນ​ວັນ​ພຸດ​ ຈະ​ມາ​ເຖິງ​ນີ້
​ເພື່ອ​ປະ​ເມີນ​ຜົນ​ການ​ເຈລະຈາ​ຂອງ​ນາໆ​ຊາດທີ່​ຍັງ​ສືບ​ຕໍ່​ຢູ່​
ກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງ​ອີຣ່ານນັ້ນ.

ທ່ານ Kerry ກ່າວ​ໃນ​ລະຫວ່າງ​ການ​ເດີນ​ທາງ​ໄປ​ອິນ​ເດຍ
​ເມື່ອວັນ​ຈັນ​ມື້​ນີ້ ວ່າ ທ່ານ​ຫວັງ​ວ່າ ການ​ເຈລະຈາ​ຢູ່​ Geneva
ຈະ​ເຮັດ​ໃຫ້ພວກເພິ່ນ “​ເລັ່ງລັດ​ຂະ​ບວນການ​ໄປ​ໃນ​ທາງ​ທີ່​
ກ້າວໜ້າຫຼາຍຂຶ້ນ.”

ອີຣ່ານ ​ແລະ​ກຸ່ມ​ທີ່​ລວມມີ ສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດ​ເຊຍ ​ແລະ ​ເຢຍຣະມັນ ​ໄດ້ໃຊ້​
ຄວາມ​ພະຍາຍາມມາຫຼາຍກວ່າ​ປີ​ໜຶ່ງ ​ເພື່ອ​ໃຫ້​ບັນລຸ​ຂໍ້​ຕົກລົງ​ທີ່​ຍືນ​ຍົງ ຊຶ່ງ​ຈະ​ຜ່ອນຜັນ
​ການລົງ​ໂທດ​ຕ່າງໆ ​ເປັນ​ການ​ທົດ​ແທນຄືນ ​ສຳ​ຫລັບການ​ຮັບປະກັນ​ ໂດຍ​ອີຣ່ານວ່າ ຕົນ
​ຈະ​ບໍ່​ພະຍາຍາມເສີມສ້າງອາວຸດ​ນິວ​ເຄລຍຕ່າງໆ​ນັ້ນ. ອີຣ່ານ ​ໄດ້​ຢືນຢັນ​ເປັນ​ເວ​ລາ​ດົນ
​ນານ​ແລ້ວ​ວ່າ ​ໂຄງການ​ຂອງ​ຕົນ​ນັ້ນ ​ແມ່ນໃນ​ທາງ​ສັນຕິ.

ການ​ເຈລະຈາ ​ໃນ​ຂັ້ນຕ່ຳ ຈະເລີ້ມ​ຄືນ​ອີກ ​ໃນ​ວັນພະຫັດ​ຂ້າງ​ໜ້ານີ້.

ທັງ​ສອງ​ຝ່າຍ ​ໄດ້​ກຳນົດ​ເສັ້ນຕາຍເພື່ອ​ບັນລຸ​ຂໍ້​ຕົກລົງ ພາຍ​ໃນ ວັນ​ທີ 1 ກໍລະກົດ ຫຼັງຈາກ
ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ຫລົ້ມ​ແຫລວ​ເຖິງ 2 ຄັ້ງ​ແລ້ວ ​ແລະ ​ໄດ້​ຕັດສິນ​ໃຈ ທີ່​ຈະ
​ຂະຫຍາຍ​ການ​ເຈລະຈາ​ອອກ​ໄປອີກ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG