ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ກຳລັງ
ຢູ່ທີ່ອັຟການິສຖານ ໃນຄວາມພະຍາຍາມເພື່ອຊ່ວຍໄກ່ເກ່ຍໃຫ້
ຍຸດຕິວິກິດການທາງດ້ານການເມືອງລະຫວ່າງຜູ້ສະມັກເປັນປະ
ທານາທິບໍດີທັງສອງທ່ານ ທີ່ໂຕ້ຖຽງກັນກ່ຽວກັບຜົນການເລືອກ
ຕັ້ງຮອບສອງ ໃນເດືອນແລ້ວນີ້.
ທ່ານ Abdullah Abdullah ແລະຄູ່ແຂ່ງຂອງທ່ານ ທ່ານ Ashraf
Ghani ຕ່າງກໍອ້າງເອົາໄຊຊະນະ ໃນການເລືອກຕັ້ງຮອບສອງ
ເມື່ອວັນທີ 14 ເດືອນມິຖຸນາຜ່ານເພື່ອເຂົ້າຮັບຕຳແໜ່ງແທນ
ປະທານາທິບໍດີ Hamid Karzai ທີ່ພົ້ນ ໜ້າທີ່ໄປນັ້ນ. ຜົນການ
ເລືອກຕັ້ງຂັ້ນຕົ້ນ ສະແດງໃຫ້ເຫັນວ່າ ທ່ານ Abdullah ມີຄະແນນ
ນຳຫລັງທ່ານ Ghani ປະມານ 1 ລ້ານສຽງ.
ຢູ່ໃນການພົບປະໃນວັນສຸກມື້ນີ້ກັບທ່ານ Kerry ທ່ານ Ghani ເຫັນດີກັບສະຫະລັດ ທີ່ຮຽກ
ຮ້ອງໃຫ້ທົບທວນເບິ່ງ ການສໍ້ໂກງຄະແນນສຽງຕາມທີ່ມີການກ່າວຫາ ໂດຍເວົ້າວ່າ ຄວນ
ຈະມີ “ການກວດກາຄືນຢ່າງຮອບຄອບແລະຖີ່ຖ້ວນ” ເພື່ອ ຟື້ນຟູຄວາມໄວ້ເນື້ອເຊື່ອໃຈ ນຳ
ຂັ້ນຕອນການເລືອກຕັ້ງ.
ທ່ານ Kerry ຍັງໄດ້ພົບປະກັບທ່ານ Karzai ໃນວັນສຸກມື້ນີ້ແລະກໍມີແຜນທີ່ຈະ ພົບປະກັບ
ທ່ານ Abdullah ນຳດ້ວຍ.
ບໍ່ດົນຫຼັງຈາກໄດ້ເດີນທາງໄປເຖິງນະຄອນ Kabul ໃນຕອນກາງຄືນແລ້ວ ທ່ານ Kerry ກ່າວ
ໃນວັນສຸກມື້ນີ້ວ່າ ອັຟການິສຖານ ກຳລັງຢູ່ “ສະພາບການທີ່ໜ້າວິ ຕົກ.”
ນັກການທູດຂັ້ນສູງສຸດ ສະຫະລັດ ກ່າວວ່າ ໂອກາດຂອງການໂອນອຳນາດໃນອະນາຄົດ
ແມ່ນ “ຢູ່ໃນສະພາບທີ່ຫຼໍ່ແຫຼມສຳຄັນ ດັ່ງນັ້ນເຮົາຍັງມີວຽກທີ່ຈະຕ້ອງໄດ້ເຮັດຢູ່ຫລາຍຢ່າງ."
ທ່ານ Kerry ໄດ້ເຕືອນທ່ານ Abdullah ບໍ່ໃຫ້ໃຊ້ວິທີການນອກເໜືອລັດຖະທຳ ມະນູນ ເພື່ອ
ຍາດເອົາອຳນາດ ຫລັງຈາກຜູ້ສະມັກຮ່ວມຂອງທ່ານ ໄດ້ກ່າວວ່າ ຈະຈັດຕັ້ງລັດຖະບານຄຽງ
ຄູ່ຂຶ້ນ.
ສະຫະລັດກ່າວວ່າ ຕົນບໍ່ໄດ້ເຂົ້າຂ້າງອອກຂາໃນການເລືອກຕັ້ງ ແຕ່ໃຫ້ການສະ ໜັບສະໜຸນ
ຕໍ່ຂັ້ນຕອນທີ່ໜ້າເຊື່ອຖືແລະມີຄວາມໂປ່ງໃສ.