ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ຫາລື ເປັນມື້ທີ 2 ກ່ຽວກັບ ການເລືອກຕັ້ງ ໃນ ອັຟການິສຖານ (ສະໄລດ໌/ວີດີໂອ)


Kerry in Kabul to Broker Political Resolution
please wait

No media source currently available

0:00 0:02:00 0:00

ທ່ານ John Kerry (ຊ້າຍ) ລັດຖະມົນຕີການຕ່າງປະເທດ ສຫລ ພົບປະກັບເຈົ້າໜ້າທີ່ອັຟການິສຖານ ຮວມທັງ ປະທານາທິບໍດີ ຮາມິດ ກາໄຊ ທີ່ພວມຈະພົ້ນຈາກຕຳແໜ່ງ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ໄດ້ທຳການເຈລະຈາຫາລື ເປັນມື້ທີ 2 ທີ່ນະຄອນຫຼວງກາບູລ ກັບຜູ້ສະໝັກເປັນປະທານາທິບໍດີທັງ 2 ຂອງອັຟການິສຖານ
ເພື່ອຫລຸດຜ່ອນ ຄວາມເຄັ່ງຕຶງ ລຸນຫລັງການເລືອກຕັ້ງ ທ່າມ
ກາງທີ່ມີການກ່າວຫາ ກ່ຽວກັບການສໍ້ໂກງຄະແນນສຽງນັ້ນ.

ທ່ານ Kerry ໄດ້ພົບປະກັບທ່ານ Ghani ທີ່ມີຄະແນນສຽງນຳ
ໜ້າ ແລະຜູ້ທ້າທາຍ ຄືທ່ານ Abdullah Abdullah. ໃນວັນ
ເສົາມື້ນີ້ ທ່ານ Kerry ໄດ້ພົບປະກັບທ່ານ Abdullah ເປັນຜູ້
ທຳອິດ ເປັນເວລາ ດົນກວ່ານຶ່ງຊົ່ວໂມງ ແລະກໍໄດ້ໂອ້ລົມກັບ
ທ່ານ Ghani. ຜູ້ສະໝັກທັງສອງຕ່າງກໍໄດ້ອ້າງເອົາໄຊຊະນະ
ໃນການເລືອກຕັ້ງ ຮອບຕັດສິນຊີ້ຂາດ ເມື່ອວັນທີ 14 ມິຖຸນາຜ່ານມາ ເພື່ອເຂົ້າຮັບໜ້າທີ່ ແທນປະທານາທິບໍດີ ຮາມິດ ກາໄຊທີ່ກຳລັງຈະພົ້ນຈາກຕຳແໜ່ງ.

ທ່ານ Kerry ມີແຜນທີ່ຈະພົບປະກັບທ່ານກາໄຊ ໃນວັນເສົາມື້ນີ້ ດັ່ງທີ່ທ່ານໄດ້ກະທຳໃນມື້ ວານນີ້ ໃນຄວາມພະຍາຍາມ ເພື່ອຍຸດຕິວິກິດການທາງດ້ານການເມືອງ ໃນໄລຍະພຽງບໍ່ ເທົ່າໃດເດືອນກ່ອນທີ່ກອງກຳລັງຂອງນາໆຊາດມີກຳນົດທີ່ຈະຖອນອອກໄປຈາກປະເທດ ດັ່ງກ່າວ.

ທ່ານ Kerry ຮຽກຮ້ອງໃຫ້ມີຄວາມອົດທົນ ກັບຂັ້ນຕອນ ຂອງການເລືອກຕັ້ງໃນລະຫວ່າງ ການພົບປະຫລາຍໆຄັ້ງ ໃນມື້ວັນສຸກວານນີ້ ຊຶ່ງເປັນມື້ດຽວກັນກັບທີ່ອົງການສະຫະປະຊາ ຊາດໄດ້ເປີດເຜີຍໃຫ້ຊາບ ກ່ຽວກັບແຜນການ ທີ່ຈະກວດກາຄືນເບິ່ງການນັບບັດຄະແນນ
ສຽງໃນໄລຍະສອງສາມອາທິດຂ້າງໜ້ານີ້.

ການເດີນທາງໄປຢ້ຽມຢາມ ຂອງທ່ານ Kerry ປາກົດວ່າ ໄດ້ຮັບຜົນສຳເລັດ ໃນການຊັກ ຊວນໃຫ້ຜູ້ສະໝັກເປັນປະທານາທິບໍດີທັງສອງຖອຍຄືນຈາກການປະກາດໄຊຊະນະແລະ ຂົ່ມຂູ່ທີ່ຈະສ້າງຕັ້ງລັດຖະບານຄຽງຄູ່ຂຶ້ນມານັ້ນ.

ເບິ່ງວີດີໂອກ່ຽວຂ້ອງ:

Kerry Holds Talks in Kabul About Afghan Political Crisis
please wait

No media source currently available

0:00 0:02:25 0:00

XS
SM
MD
LG